ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ

ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ - Dtbezn3nNUxytg04agCD7uHJVWZRxz5j8diBoLcyoDsXKc - ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ
ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ - Untitled design 1 - ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ

ໂດຍ: ມຶກບໍ່ແຫ້ງ

ການລະບາດພະຍາດໂຄວິດໃນປະເທດເຮົາ ບໍ່ມີທ່າທີຈະຫຼຸດໜ້ອຍຖອຍລົງ ທ່າມກາງານເຮັດຢ່າງໜັກຂອງ ຄະນະສະເພາະກິດ, ແພດໝໍ, ເຈົ້າໜ້າທີ່ ແຕ່ລະຂັ້ນ ແລະຄວາມເປັນຢູ່ຂອງປະຊາຊົນນັບມື້ຫຍຸ້ງຍາກ, ຜູ້ຂຽນ ຂໍແລກປ່ຽນບາງບົດຮຽນຂອງ ບັນດາປະເທດ ໃນບົດນີ້.

ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ - Visit Laos Visit SALANA BOUTIQUE HOTEL - ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ

ໂຄວິດ 19 ອາດບໍ່ແມ່ນບັນຫາລະດັບປະເທດ ແຕ່ເປັນວິກິດການຂອງໂລກໃນຕອນນີ້ ແລະ ແຕ່ລະປະເທດຕ່າງກໍຕໍ່ສູ້ກັບ ສັດຕູໂຕດຽວກັນນີ ດ້ວຍວິທີ່ທີ່ແຕກຕ່າງກັນ ເຊິ່ງການແລກປ່ຽນບົດຮຽນ ຈຶ່ງສຳຄັນຢູ່ບ່ອນວ່າ ອັນໃດໄດ້ຜົນ ອັນໃດບໍ່ຄວນເຮັດ.

ຄວາມສະດຸ້ງໄວ ແລະອອກມາດຕະການແຕ່ຫົວທີ- ເລື່ອງນີ້ ແມ່ນປະເທດໄຕ້ຫວັນ ເຮັດໄດ້ດີກວ່າໝູ່ໃນໂລກ, ໃນຈຳນວນກໍລະນີ ການຕິດເຊື້ອພະຍາດໂຄວິດ 19 ທຳອິດຂອງໂລກ ແມ່ນເດີນທາງຈາກເມືອງ ອູຮັ້ນ ສປ ຈີນ ມາໄຕ້ຫວັນ. ພໍແຕ່ພົບກໍລະນີດັ່ງກ່າວ ລັດຖະບານໄຕ້ຫວັນຟ້າວຝັ່ງປິດສາຍການບິນ, ປິດການເດີນທາງຂອງກຳປັ່ນ, ບັງຄັບໃຫ້ ຜູ້ເດີນທາງມາປະເທດ ກັກໂຕ, ອອກມາດຕະການ ການໃສ່ ຜ້າອັດປາກ-ດັງທັນທີ, ດຳເນີນການກວດຫາເຊື້ອທີ່ກວ້າງຂວາງ ພາຍໃນເວລາອັນສັ້ນ ແລະ ລັດຖະບານກໍຊ່ວຍເຫຼືອຄົນໄຂ້ ຢ່າງເຕັມທີ ຮວມທັງໃຫ້ອັດຕາກິນ ແກ່ເຂົາເຈົ້າ ເຮັດໃຫ້ ໝົດປີ ໄຕ້ຫວັນບໍ່ຈຳເປັນຕ້ອງ ລ໋ອກດາວ.

ບົດຮຽນຈາກປະສົບການ ພະຍາດລະບາດ- ປະເທດ ໄລເບີເຣຍ (ລີບີ) (Liberia) ທີ່ປະສົບພົບພໍ້ ກັບການລະບາດ ຂອງພະຍາດລະບາດ ອີໂບລາ ໃນປີ 2014 ນັ້ນ ກາຍເປັນໜຶ່ງໃນປະເທດທຳອິດຂອງໂລກທີ່ ມີການກວດຫາເຊື້ອ ຢູ່ສະໜາມບິນ ຄຽງຄູ່ກັບການນຳໃຊ້ມາດຕະການອື່ນໆ ເຊັ່ນ ການກວດຫາເຊື້ອ, ການນຳແຫຼ່ງທີ່ມາຂອງ ການຕິດເຊື້ອ, ການກັກໂຕ ຈົນຊ່ວຍໃຫ້ປະເທດ ບໍ່ໄດ້ຮັບຜົນກະທົບຈາກ ການລະບາດຂອງ ໂຄວິດ ຮ້າຍແຮງ ຄືຫຼາຍປະເທດ ເຊິ່ງເຊື່ອວ່າ ສປປລາວ ເຮົາກໍເພີ່ມພູນປະສົບການ ຈາກການຮັບມື ກັບການລະບາດ ຂອງພະຍາດໂຄວິດ 19 ຄັ້ງນີ້ ເພື່ອສ້າງຄວາມທົນທານໃນຕໍ່ໜ້າ.

ສ ເກົາຫຼີ ແມ່ນປະເທດ ທີ່ມີການກວດຫາເຊື້ອທີ່ໄວວາ ແລະໄດ້ຫຼາຍທີ່ສຸດ ໃນໄລຍະ ການຕິດເຊື້ອໃນປະເທດ ທຳອິດ ການກວດຫາເຊື້ອຂອງປະເທດ ດັ່ງກ່າວແມ່ນ ສາມາດເຮັດໄດ້ສູງກວ່າປະເທດຫຼາຍເທົ່າ ຄຽງຄູ່ກັບການ ບັງຄັບໃຊ້ ມາດຕະການອື່ນໆ ເປັນຕົ້ນ ແມ່ນການຕິດຕາມ ແລະ ຊອກຫາຜູ້ສຳພັດໃກ້ຊິດ ກໍລະນີຕິດເຊື້ອ, ການກັກໂຕ ຢ່າງເຂັ້ມງວດ ຈົນສາມາດເຮັດໃຫ້ຈຳນວນຜູ້ຕິດເຊື້ອຫຼຸດລົງຢ່າງໄວວາ.

ປະເທດທີ່ມີການສື່ສານ ທີ່ດີທີ່ສຸດ ແມ່ນປະເທດ ຟິນແລນ (ແຟງລັງ), ຫຼາຍປະເທດ ພົບພໍ້ກັບການ ເຜີຍແພ່ ຂ່າວປອມ, ຂ່າວທີ່ຂາດຄວາມເຊື່ອຖື ເພື່ອແກ້ໄຂບັນຫາ ນີ້ ຢູ່ປະເທດ ຟິນແລນ ໄດ້ຍົກລະດັບ ຄວາມຮັບຮູ້ເລື່ອງ ຂໍ້ມູນ-ຂ່າວສານ ທາງອອນລາຍ ໃຫ້ແກ່ປະຊາຊົນຂອງຕົນ ແລະ ລັດຖະບານກໍຮ່ວມກັບ ສຳນັກຂ່າວ, ຜູ້ເຜີຍແຜ່ຂໍ້ມູນ-ຂ່າວສານ ເພື່ອຮັບປະກັນການເຜີຍແຜ່ຂາວສານ ທີ່ຖືກຕ້ອງ, ຊັດເຈນ ແລະ ເຊື່ອຖືໄດ້.

ນອກນັ້ນ, ປະເທດ ສິງປະໂປ, ເຢຍລະມັນ ນັ້ນ ຜູ້ນຳສູງສຸດ ຂອງປະເທດ ໄດ້ອອກມາ ຊີ້ແຈງ ແລະລາຍງານຄວາມຄືບໜ້າຕ່າງໆເປັນໄລຍະ ກ່ຽວກັບການດຳເນີນການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ 19 ພາຍໃນປະເທດຕົນເອງ ເຮັດໃຫ້ປະຊາຊົນ ມີຄວາມ ອຸ່ນອຽນ ທຸ່ນທ່ຽງ ແລະບໍ່ຢ້ານກົວຈົນເກີນໄປ ທັງ ມີສະຕິໃນການ ປ້ອງກັນຢ່າງດີ.

ແນ່ນອນ ມັນກໍຂຶ້ນກັບຫຼາຍເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະປະເທດ ບໍ່ວ່າຈະເປັນ ນະໂຍບາຍ ແລະຄວາມເຂັ້ມຂຸ້ນຂອງມາດຕະການ, ທີ່ຕັ້ງ, ສັງຄົມ-ເສດຖະກິດ, ລະດັບຄວາມຮູ້ຂອງປະຊາຊົນ ແລະ ເງື່ອນໄຂອື່ນໆ ແຕ່ບາງບົດຮຽນທີ່ໄດ້ແລກປ່ຽນນີ້ ອາດເປັນປະໂຫຍດສຳລັບພວກເຮົາ.

ເຖິງວ່າ ເງື່ອນໄຂຂອງແຕ່ລະປະເທດ ອາດແຕກຕ່າງກັນ ແຕ່ກໍຫວັງວ່າບາງບົດຮຽນນີ້ພວກເຮົາອາດສາມາດໃຊ້ ແລະເຮັດໄດ້ ໃນປະເທດເຮົາ.

ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ -    AD conten website - ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ
ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ - lattana banner 1 - ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ
ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ - lattana banner - ບົດຮຽນວຽການການແກ້ໄຂ ລະບາດພະຍາດໂຄວິດ 19 ຢູ່ບັນດາປະເທດຕ່າງໆ
error: Alert: ເນື້ອຫາຂ່າວມີລິຂະສິດ !!