ສປປ ລາວ ພິຈາລະນາສ້າງເງິນຄຣິບໂຕ (Cryptocurrency) ເອງ ໂດຍຮ່ວມມືຄົ້ນຄວ້າຮ່ວມກັບບໍລິສັດຟິນເທັກຍີ່ປຸ່ນ

ເຖິງວ່າ ສປປ ລາວ ຈະບໍ່ມີເນື້ອທີ່ຕິດທະເລ, ແຕ່ລາວມີຊື່ສຽງໃນດ້ານນ້ຳຕົກທີ່ງົດງາມ ແລະ ດ້ວຍເຫດນີ້ ຈຶ່ງມີປະສິດທິພາບໃນການຜະລິດໄຟຟ້າພະລັງນ້ຳ. ໃນເດືອນກັນຍາຜ່ານມາ, ລັດຖະບານລາວໄດ້ອອກແຈ້ງການໃຫ້ບໍລິສັດ 6 ແຫ່ງ ສາມາດຂຸດ ແລະ ແລກປ່ຽນຊື້-ຂາຍ Bitcoin ໄດ້. ນອກນັ້ນ ສປປ ລາວ ກຳລັງພິຈາລະນາສ້າງເງິນດິຈິຕອນທີ່ອອກໂດຍທະນາຄານກາງ (CBDC) ເປັນຂອງຕົນເອງ ດ້ວຍການຮ່ວມມືຄົ້ນຄວ້າກັບບໍລິສັດສະຕາອັບດ້ານຟິນເທັກຂອງຍີ່ປຸ່ນ.
ເມື່ອມໍ່ໆນີ້, ທະນາຄານແຫ່ງ ສປປ ລາວ ໄດ້ລົງນາມເຊັນເອກະສານກັບໜ່ວຍງານ Japan International Cooperation Agency ເພື່ອເຮັດບົດຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງ ເງິນດິຈິຕອນທີ່ອອກໂດຍທະນາຄານກາງຂອງ ສປປ ລາວ ໂດຍມີບໍລິສັດ Soramitsu ເຊິ່ງຕັ້ງຢູ່ໂຕກຽວ ມາຊ່ວຍຄົ້ນຄວ້າ. ບໍລິສັດ Soramitsu ມີຊື່ສຽງໃນດ້ານເຕັກໂນໂລຊີ Blockchain, ເປັນບໍລິສັດທີ່ເຄີຍເຮັດວຽກຮ່ວມກັບທະນາຄານແຫ່ງຊາດກຳປູເຈຍ ໂຄງການ Bakong ເພື່ອພັດທະນາເງິນດິຈິຕອນ CBDC ຂອງກຳປູເຈຍ ທີ່ຈະຊ່ວຍຫລຸດການອາໄສເງິນໂດລາສະຫະລັດຂອງເສດຖະກິດກຳປູເຈຍ.
ຖະແຫລງຂ່າວໃນເວັບໄຊຂອງ Soramitsu ລະບຸວ່າ: “ຕ້ອງຂອບໃຈການໃຊ້ງານ Bakong ພາຍໃນແອັບທະນາຄານທ້ອງຖິ່ນ, ຜູ້ໃຊ້ 5,9 ລ້ານຄົນໄດ້ຮັບຜົນປະໂຫຍດຈາກບໍລິການນີ້ພາຍໃນ 6 ເດືອນທຳອິດຂອງປີ 2021. ຜູ້ໃຊ້ກະເປົາເງິນດິຈິຕອນຂອງ Bakong ມີຍອດເຖິງ 200.000 ຄົນ ແລະ ມີທຸລະກຳຫລາຍກວ່າ 1,4 ລ້ານລາຍການ ທຽບເທົ່າກັບ 500 ລ້ານໂດລາ ໃນໄລຍະເວລາດຽວກັນ”. ສ່ວນການສຶກສາຮ່ວມກັນຂອງທະນາຄານແຫ່ງ ສປປ ລາວ ແລະ Soramitsu ອາດເລີ່ມປະຕິບັດໂຄງການຄົ້ນຄວ້າໃນເດືອນຕຸລານີ້.
ນອກຈາກນີ້, ເງິນກີບລາວຍັງໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນຈາກວິກິດໂຄວິດ-19. ດັ່ງນັ້ນ ຈຶ່ງຄາດການວ່າ CBDC ຂອງລາວຈະສາມາດຊ່ວຍກະຕຸ້ນໃຫ້ຄົນຫັນມາໃຊ້ເງິນດິຈິຕອນແທນເງິນສົດຫລາຍຂຶ້ນ ແລະ ສ້າງຄວາມປອດໄພໃຫ້ປະຊາຊົນຫລາຍຂຶ້ນ.
ການສຶກສາຂອງ Soramitsu ມີປະສິດທິພາບຈະຊ່ວຍໃຫ້ ສປປ ລາວ ເຂົ້າຮ່ວມກັບປະເທດໃກ້ຄຽງ ແລະ ເປັນຄູ່ແຂ່ງທາງເສດຖະກິດໃນການທົດລອງສົ່ງເງິນ CBDC ຕ່າງໆ. ສຸດທ້າຍນີ້ ຖ້າ ສປປ ລາວ ເລືອກຈະພັດທະນາ CBDC ຂອງຕົນເອງຢ່າງເປັນທາງການ ຄວາມພະຍາຍາມຂອງ Soramitsu ອາດສະໜັບສະໜູນລັດຖະບານລາວໃຫ້ນຳບໍລິສັດຍີ່ປຸ່ນເຂົ້າມາຮ່ວມນຳ.
ຂໍ້ມູນ: siamblockchain