ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’

ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’ - 1NygGF9l12MyTW535unA - ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’
ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’ - Untitled design 1 - ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’

ອົງການຢາແຫ່ງເອີຣົບກຽມພິຈາລະນາມາດຕະການ ‘rolling review’ ເປີດຊ່ອງທາງເລັ່ງອະນຸມັດໃຊ້ ‘ໂມລນູພິຣາເວຍ’ ເປັນຢາຮັບປະທານຕ້ານໄວຣັສໂຄວິດ-19 ຊະນິດທຳອິດ.

ວັນທີ 6 ຕຸລາ 2021, ອົງການຢາແຫ່ງເອີຣົບ (EMA) ເປີດເຜີຍວ່າ: EMA ກຳລັງພິຈາລະນາວ່າຈະໃຊ້ມາດຕະການ “rolling review” ສຳລັບປະເມີນປະສິດທິພາບຂອງຢາໂມລນູພິຣາເວຍ (molnupiravir) ເພື່ອເລັ່ງຂະບວນການອະນຸມັດການໃຊ້ຢາດັ່ງກ່າວຢ່າງຮີບດ່ວນ ຫລື ບໍ່ ເຊິ່ງຖ້າ EMA ໃຫ້ການອະນຸມັດ ຢາຊະນິດນີ້ຈະກາຍເປັນຢາຕ້ານໄວຣັສແບບຮັບປະທານຊະນິດທຳອິດທີ່ໃຊ້ປິ່ນປົວພະຍາດໂຄວິດ-19.

ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’ - Visit Laos Visit SALANA BOUTIQUE HOTEL - ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’

ທ່ານ ມາໂກ ຄາວາເລຣີ ຫົວໜ້າຝ່າຍຍຸດທະສາດວັກຊີນຂອງ EMA ກ່າວວ່າ: ຄະນະກຳມະການຈະພິຈາລະນາໃນມໍ່ໆນີ້ວ່າຈະເລີ່ມຂະບວນການປະເມີນຮີບດ່ວນ ຫລື rolling review ສຳລັບຢາໂມລນູພິຣາເວຍ ຫລື ບໍ່ ໂດຍຈະເບິ່ງຈາກຂໍ້ມູນການທົດລອງວ່າສະໜັບສະໜູນໃຫ້ມີການໃຊ້ຂະບວນການນີ້ ຫລື ບໍ່.

ກ່ອນໜ້ານີ້, Merck & Co ເຊິ່ງເປັນບໍລິສັດຢາລາຍໃຫຍ່ຂອງອາເມລິກາ ໄດ້ອອກມາເປີດເຜີຍວ່າ: ຢາໂມລນູພິຣາເວຍມີປະສິດທິພາບຫລຸດອັດຕາການປິ່ນປົວໃນໂຮງໝໍ ແລະ ການເສຍຊີວິດໄດ້ປະມານ 50% ສຳລັບຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການລະດັບຕໍ່າເຖິງປານກາງ.

Merck & Co ລະບຸໃນອາທິດຜ່ານມາວ່າ: ບໍລິສັດຈະຍື່ນເອກະສານທີ່ກ່ຽວຂ້ອງໃຫ້ສຳນັກງານຄະນະກຳມະການອາຫານ ແລະ ຢາອາເມລິກາ (FDA) ອະນຸມັດການໃຊ້ຢາຊະນິດນີ້ແບບສຸກເສີນໂດຍໄວທີ່ສຸດ. ພ້ອມກ່າວວ່າ: ບໍລິສັດຢຸດການທົດລອງຢາຊະນິດນີ້ໄວກວ່າກຳນົດ ເນື່ອງຈາກມີຜົນທີ່ດີ ແລະ ກຳລັງວາງແຜນຍື່ນຂໍອະນຸມັດການຊື້ຂາຍຢາເບື້ອງຕົ້ນກັບອົງການເບິ່ງແຍງຢາແຫ່ງອື່ນໆທົ່ວໂລກ.

ອ້າງອີງ:

https://www.xinhuathai.com/high/234062_20211006

ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’ - lattana banner 1 - ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’
ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’ -    AD conten website - ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’
ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’ - lattana banner - ເອີຣົບກຽມພິຈາລະນາໃຊ້ມາດຕະການ ‘rolling review’ ເລັ່ງປະເມີນ ອະນຸມັດໃຊ້ຢາ ‘ໂມລນູພິຣາເວຍ’
error: Alert: ເນື້ອຫາຂ່າວມີລິຂະສິດ !!