ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ

ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ - 38c3b5 - ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ
ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ - kitchen vibe - ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ

ວັນທີ 6 ຕຸລາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດພົບສື່ມວນຊົນລາວໃນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ ເພື່ອມີຄຳເຫັນຕໍ່ບັນຫາ ທີ່ຕິດພັນໂດຍກົງ ແລະ ປິ່ນອ້ອມ ກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຜ່ານສື່ມວນຊົນ ຝາກໄປເຖິງປະຊາຊົນລາວບັນດາເຜົ່າ ເພື່ອຮັບຮູ້ ແລະ ເຂົ້າໃຈ ສະພາບຄວາມເປັນຈິງ ຂອງການແຜ່ລະບາດ ຂອງພະຍາດ​ໂຄ​ວິດ-19 ແລະ ຜົນກະທົບທີ່ເກີດຂຶ້ນ ໃນໂລກ, ພາກພື້ນ ກໍຄື ສປປ ລາວ ຊຶ່ງທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໃນ 4 ຈຸດ ຄື: ຄວາມຮຸນແຮງຂອງພະຍາດໂຄວິດ-19; ຜົນກະທົບ ແລະ ຄວາມເສຍຫາຍ ຕໍ່ມະນຸດ; ການສະກັດກັ້ນ, ຕ້ານ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄລຍະຜ່ານມາ, ປັດຈຸບັນ ແລະ ແຜນການຕໍ່ໜ້າ; ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ເປັນແນວໃດ.

 

ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ - Visit Laos Visit SALANA BOUTIQUE HOTEL - ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ

ກ່ອນອື່ນ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ພາລະບົດບາດ ແລະ ຄວາມສຳຄັນ ຂອງສື່ມວນຊົນ ວ່າ “ສື່​ມວນ​ຊົນ ເປັນຂົວຕໍ່ໃນການນຳເອົາຂໍ້ມູນຂ່າວສານ ຄວາມເປັນຈິງຕ່າງໆ ກ່ຽວກັບແນວທາງນະໂຍບາຍຂອງພັກ, ກໍ່ຄືແຜນນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ ໄປສູ່ປະຊາຊົນ. ພ້ອມກັນນັ້ນ ກໍ່ນຳເອົາສະພາບຄວາມເປັນຈິງ, ຄວາມຄິດຄວາມເຫັນ ຕະຫຼອດຮອດຄວາມມຸ່ງມາດປາຖະໜາຂອງປະຊາຊົນ ທີ່ ສ່ອງແສງໃຫ້ແກ່ ການນຳພັກ-ລັດ ຮັບຊາບ ເພື່ອນຳໄປພິຈາລະນາ ກຳນົດ, ປັບປຸງ ແນວທາງ ກໍຄື ແຜນພັັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ສົມບູນຂຶ້ນຕື່ມ ເພື່ອຜົນປະໂຫຍດຂອງຊາດ-ຂອງປະຊາຊົນເຮົາ. ນອກ​ນັ້ນ ກໍ່ຍັງເປັນຂົວຕໍ່ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ໃຫ້ໄດ້ຮັບຮູ້ສະພາບຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ”.

 

ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ - 818ece32  300x177 - ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ

ຕໍ່​ກັບລະດັບ​ຄວາມ​ຮຸນ​ແຮງ ຂອງ​ພະຍາດ​ໂຄ​ວິດ-19, ທ່ານ ​ໄດ້​ຍົກ​ໃຫ້​ເຫັນ​ຕົວ​ເລກ ຂອງ​ການ​ຕິດ​ເຊື້ອ ​ແລະ ​ເສຍ​ຊີວິດ ຢູ່​​ໃນ​ໂລກ ກໍ​ຄືບາງ​ປະ​ເທດ ​ແລະ ສປປ ລາວ ​​ໂດຍທຽບ​ໃສ່​ຕົວ​ເລກ ຂອງ​ພົນລະ​ເມືອງ​ປະ​ເທດ​ນັ້ນ​ໆ. ສຳລັບ ຜົນ​ກະທົບ ​ແລະ ຄວາມ​ເສຍ​ຫາຍ ຈາກການແຜ່ລະບາດຂອງ ພະຍາດດັ່ງກ່າວ ​ແມ່ນໄດ້ສ້າງຄວາມເສຍຫາຍຈໍານວນຫຼວງຫຼາຍ ເປັນຕົ້ນ ຊີວິດ, ເສດຖະກິດຂອງໂລກຖົດຖອຍ ບໍ່ບັນລຸຕາມເປົ້າໝາຍ, ໄດ້ປ່ຽນແປງການດຳລົງຊີວິດ-ວິຖີຊີວິດ ຂອງປະ​ຊາ​ຊົນ ຢ່າງສິ້ນເຊີງ ຈາກໜ້າມືເປັນຫຼັງມື ​ໂດຍ​ສະ​ເພາະ ການດຳລົງຊີວິດປະຈໍາວັນ ແລະ ການປະຕິບັດຮີດຄອງປະເພນີ. ສ່ວນ​ການສະກັດກັ້ນ, ຕ້ານ ​ແລະ ​ແກ້​ໄຂ ການ​ແຜ່​ລະບາດ ຂອງ​ພະ​ຍາດ​ໂຄ​ວິດ-19 ​ໄລຍະ​ຜ່ານ​ມາ, ປັດຈຸ​ບັນ ​ແລ​ະ ອະນາຄົດ, ທ່ານ ​ນາຍົກລັດຖະມົນຕີ ໄດ້​ກ່າວ​ວ່າ ພາຍຫຼັງທີ່ເກີດມີການລະບາດຂອງພະຍາດ​ໂຄ​ວິດ-19 ວົງຄະນະຍາດສາກົນ ໄດ້ສຸມ​ສະຕິ​ປັນຍາ ​ແລະ ຄວາມ​ສາມາດ ເຂົ້າໃນການຄົ້ນຄວ້າ ເພື່ອຫາວິທີແກ້ໄຂ ໃຫ້ກັບມາສູ່ສະພາບປົກກະຕິ ໂດຍສະເພາະ ປະເທດທີ່ມີທ່າແຮງ ແລະ ເງື່ອນໄຂ ​ໂດຍ​ກຳນົດ​ມາດ​ຕະການ ​ແລະ ນະ​ໂຍບາຍ​ຕ່າງໆ​ອອກ​ມາ​, ໜຶ່ງໃນນັ້ນ ກໍໄດ້ຄົ້ນຄວ້າຜະລິດວັກຊີນປ້ອງກັນ, ພ້ອມກັນນີ້ ປະເທດທີ່ມີເງື່ອນໄຂ ກໍ່ຍັງໄດ້ໃຫ້ການຊ່ວຍ ເຫຼືອປະເທດອື່ນໆ. ສະເພາະ ສປປ ລາວ ຍ້ອນມີແນວທາງນະໂຍບາຍການຕ່າງປະເທດທີ່ຖືກຕ້ອງ ຈຶ່ງໄດ້ຮັບການຊ່ວຍ ເຫຼືອຈາກຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ​ເປັນ​ຕົ້ນ ວັກຊີນປ້ອງ​ກັນ, ຢາປົວພະຍາດ, ທຶນຮອນ, ອຸປະກອນ, ໃຫ້ຄໍາປຶກສາ ແລະ ສົ່ງອາສາສະໝັກຊ່ຽວຊານມາຊ່ວຍເຫຼືອ. ໂດຍລວມແລ້ວ ທຸກປະເທດ ແມ່ນໄດ້ກຳນົດ 3 ມາດຕະ ການ ຄື: ມາດ​ຕະການດ້ານການແພດ, ມາດຕະການດ້ານບໍລິຫານ ແລະ ມາດຕະການດ້ານເສດຖະກິດ, ຊຶ່ງຈະເຮັດໃນລະດັບໃດ ແມ່ນຂຶ້ນກັບສະພາບຈຸດພິເສດຂອງແຕ່ລະປະເທດ. ສໍາລັບ ສປປ ລາວ ຕ້ອງຮັບຮູ້ນໍາກັນວ່າ ປະເທດເຮົາ ຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຍ້ອນແນວນັ້ນ ລັດຖະບານ ຈຶ່ງວາງແນວທາງ ແລະ ກໍານົດມາດຕະ ການ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ, ສຳຄັນ ​ແມ່ນໄດ້ກຳນົດເອົາການປ້ອງກັນ ແລະ ສະກັດກັ້ນ ເປັນຕົ້ນຕໍ, ເອົາການປິ່ນປົວແກ້ໄຂເປັນສໍາຄັນ, ຖື​ເອົາການນໍາພາເປັນເອກະພາບຂອງພັກ, ການບັນຊາບໍລິຫານຂອງລັດຖະບານ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ ​ເປັນ​ປັດ​ໃຈ​ຕັດ​ສີນ​ຜົນສຳ​ເລັດ ແລະ ການຊ່ວຍເຫຼືອຂອງເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເປັນປັດໄຈທີ່ຂາດບໍ່ໄດ້ ຕໍ່ຜົນສຳເລັດ, ຍ້ອນແນວນີ້ ລັດຖະບານ ຈຶ່ງມີກົນໄກ ແລະ ສະດຸ້ງໄວ ເພື່ອແກ້ໄຂແຕ່ຫົວທີ ໂດຍໄດ້ແຕ່ງຕັ້ງຄະນະສະເພາະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ, ມີການສ້າງຕັ້ງສູນກັກກັນ, ສູນປິ່ວປົວຊົ່ວຄາວ (ໂຮງໝໍພາກສະໜາມ),​ ດຳເນີນການສັກວັກຊີນໃຫ້ໄດ້ຢ່າງໜ້ອຍ 50% ຂອງພົນລະເມືອງ ໃນປີ 2021. ສຳລັບນະໂຍບາຍສັກວັກຊີນຢູ່ປະ​ເທດ​ເຮົາ ແມ່ນສະເໝີພາບ ຕາມຫຼັກການແພດ ບໍ່ມີການແບ່ງຊັ້ນວັນນະ, ຊຶ່ງ​ໃນ​ປີ 2021 ນີ້ ຮັບປະກັນ ຈະ​ບັນລຸຕາມ​ຄາດໝາຍທີ່ກຳນົດໄວ້. ສຳລັບຄວາມ​ໝາຍຂອງ​ການ​ດຳລົງ​ຊີວິດ​ປົກກະຕິ​ແບບ​ໃໝ່, ເວົ້າລວມ ໝາຍເຖິງພວກເຮົາຕ້ອງດໍາລົງຊີວິດໃຫ້ໄດ້ ດ້ວຍຄວາມປອດໄພທັງຊີວິດ ​ແລະ ຊັບສິນ ໃນ​ເງື່ອນ​ໄຂ​ສະພາບ​ພະຍາດ​ໂຄ​ວິດ-19 ລະບາດ, ເວົ້າສະເພາະ ພວກເຮົາຕ້ອງປັບຕົວໃນການດຳລົງຊີວິດ, ການທໍາມາຫາກິນ ແລະ ການຜະລິດຕ່າງໆປົກກະຕິແບບໃໝ່, ຫາກຈະ​ກັບ​ໄປ​ດຳລົງ​ຊີວິດ​ແບບ​ເກົ່າ ​ແມ່ນ​ເປັນ​ໄປ​ໄດ້​ຍາກ. ສະນັ້ນ, ພວກເຮົາຕ້ອງປັບຕົວໄປຕາມມາດຕະການທີ່ພັກ-ລັດຖະບານ ວາງອອກແຕ່ລະໄລຍະ, ຊຶ່ງລັດຖະບານເຮົາ ແມ່ນພະຍາຍາມໃຫ້ມີການສົມດູນລະຫວ່າງ 3 ມາດຕະການ, ພ້ອມກັນນີ້ ລັດຖະບານ ແມ່ນຮັບຟັງຄຳຄິດຄຳເຫັນ ທີ່ສ້າງສັນ ແລະ ເບິ່ງສະພາບຕົວຈິງ ເພື່ອດັດສົມນະໂຍບາຍໃຫ້ສອດຄ່ອງກັບແຕ່ລະໄລຍະ; ຕະຫຼອດໄລຍະຜ່ານມາ, ລັດຖະບານ ​ໄດ້​ຮັບ​ຟັງ ​ແລະ ນຳ​ມາ​ຄົ້ນຄວ້າ ດັດສົມນະໂຍບາຍອອກເປັນແຕ່ລະໄລຍະ ຕາມສະພາບຕົວຈິງ ຄື ມີມາດຕະການຜ່ອນຜັນ ແລະ ມາດຕະການສືບຕໍ່ຈັດຕັ້ງປະຕິບັດ ເຮັດໃຫ້ມາດ​ຕະການ​ດ້ານ​ການ​ແພດ, ມາດ​ຕະການ​ດ້ານ​ບໍລິຫານ ​ແລະ ມາດ​ຕະການ​ດ້ານ​ເສດຖະກິດ ໄປນໍາກັນ, ຊຸກຍູ້ສົ່ງເສີມ ແລະ ກົມກຽວກັນ ສຳຄັນແມ່ນໄດ້ຄໍານຶງເຖິງ ຜົນກະທົບທາງດ້ານເສດຖະ ກິດ ແລະ ຊີວິດການເປັນຢຸູ່ຂອງປະຊາຊົນ.

 

ສັງ​ລວມແລ້ວ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນວ່າ: ມາດຕະການ ທີ່ລັດຖະບານວາງອອກ ຖ້າປະຊາຊົນ​ບໍ່​ເຂົ້າຮ່ວມ ​ເຮັດ​ແນວ​ໃດ​ກໍ່​ເຮັດ ຈະ​ບໍ່ມີ​ຜົນສຳ​ເລັດ​. ​ສະນັ້ນ, ເພື່ອຜ່ານວິກິດນີ້ໄດ້ ຂໍໃຫ້ປະຊາຊົນ ​ເຂົ້າ​ຮ່ວມ, ມີຄໍາເຫັນທີ່ສ້າງສັນ ​ແລະ ສະເໜີວິທີ​ທາງ​ອອກ ໃຫ້ລັດຖະບານ ເພື່ອພິຈາລະນາ ໃນການວາງນະໂຍບາຍ ​ໃຫ້​ແທດ​ເໝາະ ​ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ຢ່າງມີ​ປະສິດທິ​ຜົນ ແຕ່ລະໄລຍະ. ອັນສໍາຄັນ ຕ້ອງໃຊ້ເຫດຜົນ ໃນການຕໍານິສົ່ງຂ່າວ, ບໍ່​ໃຊ້​ອາລົມ, ສະເໜີທາງອອກຢ່າງສ້າງສັນ, ສາມັກຄີ​ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ຕາມສຸພະສິດຂອງບູຮານ ທີ່ວ່າ: “ໄມ້ລໍາດຽວ ລ້ອມຮົ້ວບໍ່​ໄຂວ່ ປະຊາຊົນບໍ່ພ້ອມ ແປງບ້ານບໍ່ເຮືອງ”.

 

    ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້ກ່າວ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ທີ​ມງານ​ແພດ​ໝໍ, ທີ​ມງານ​ເຈົ້າ​ໜ້າ​ທີ່ ທະຫານ, ຕຳຫຼວດ, ຄະນະ​ສະ​ເພາະ​ກິດ ​ແລະ ທຸກພາກສ່ວນ​ກ່ຽວຂ້ອງ ທີ່​ໄດ້​ເສຍສະຫຼະ ທຸ່ມ​ເທ​ເຫື່ອ​ແຮງ ທັງ​ເວັນ ທັງ​ຄືນ, ສະຕິ​ປັນຍາ ​ແລະ ອື່ນໆ ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ ຂອງຕົນເຂົ້າໃນການ ​ແກ້​ໄຂ​ບັນຫາ ຢ່າງ​ສຸດ​ຄວາມ​ສາມາດ, ​ຊຶ່ງ​ທຸກ​ຄົນ ຕ້ອງ​ເຂົ້າ​ໃຈ ​ແລະ ​ໃຫ້​ກຳລັງ​ໃຈ​ພວກ​ເພິ່ນ, ພ້ອມ​ທັງ ສຶກສາ​ອົບຮົມ ລູກ​ຫຼານ​ຂອງ​ຕົນ ​ໃຫ້ການ​ຮ່ວມ​ມື ​ເຫັນ​ອົກ​ເຫັນ​ໃຈ ​ເຊິ່ງກັນ ​ແລະ ກັນ.

ໃນ​ຕອນ​ທ້າຍ, ທ່ານ​ນາຍົກລັດຖະມົນຕີ ​​ເປີດ​ໂອກາດ ​ໃຫ້​ສື່​ມວນ​ຊົນ​ຖາມ ​ແລະ ​ໃຫ້​ຄວາມ​ກະຈ່າງ​ແຈ້ງ ຕໍ່​ບັນ ຫາ​ທີ່​ສື່​ມວນ​ຊົນ ​ໄດ້​ຕັ້ງ​ຂຶ້ນ ​ເປັນ​ຕົ້ນ ກ່ຽວ​ກັບ​ນະ​ໂຍບາຍ ຫຼຸດຜ່ອນ​ຜົນ​ກະທົບທາງ​ດ້ານ​ເສດຖະກິດ ​ແລະ ສັງຄົມ​ຂອງ​ລັດຖະບານ; ​ແຜນການ​ສັກ​ວັກ​ຊີ​ນ ​ໃຫ້​ບັນລຸຄາດໝາຍ ​ໃນ​ປີ 2021; ​ແຜນການ​ຮອງ​ຮັບ ການ​ເປີດ​ນຳ​ໃຊ້​ເສັ້ນທາງ​ລົດ​ໄຟ ລາວ-ຈີນ ​ໃນ​ທ້າຍ​ປີ​ນີ້; ​ການ​ກະກຽມ ​ແລະ ຄວາ​ມພ້ອມ ດ້ານ​ສະຖານທີ່ປິ່ນປົວ ແລະ ຈຳກັດບໍລິເວນ; ​ແຜນການ​ສ້າງສີມື ອາຊີ​ບ ​ແລະ ວຽກ​ເຮັດ​ງານ​ທຳ ​ໃຫ້​ແຮງ​ງານ​ລາວ ທີ່​ກັບ​ຄືນ​ມາ​ປະ​ເທດ ​ເພື່ອ​ສ້າງ​ເງື່ອນ​ໄຂ ​ໃຫ້​ເຂົາ​ເຈົ້າປະກອບ​ອາຊີ​ບ ຢູ່ພາຍໃນປະເທດ; ບົດຮຽນ​ຕ່າງປະ​ເທດ ໃນການຄວບ​ຄຸມ ​ແລະ ​ແກ້​ໄຂ​ໂຄ​ວິດ-19 ​ໄດ້​ດີ; ​ແລະ ຄຳ​ສະ​ເໜີ ຂໍ​ທິດ​ຊີ້​ນຳ ຕໍ່​ວຽກ​ງານ​ສື່​ມວນ​ຊົນ.

 

ພາບ ​ແລະ ຂ່າວ: ກົມ​ປະຊາສຳພັນ ຫສນຍ.

ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ - 3 - ທ່ານ ນາຍົກລັດຖະມົນຕີ ຝາກ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!