ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ

ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ - 374418 3828418 updates - ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ
ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ - Untitled design 1 - ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ

ສຳນັກງານແກ້ໄຂໄພພິບັດຂອງປາກິດສະຖານ ລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ແລະ ບາດເຈັບຫລາຍກວ່າ 200 ຄົນ ຫລັງເກີດເຫດແຜ່ນດິນໄຫວແຮງສັ່ນສະເທືອນຂະໜາດ 5,7 ໃນແຄວ້ນບາລູຈິສະຖານ ທາງຕາເວັນຕົກສຽງໃຕ້ຂອງປາກິດສະຖານ ເມື່ອເວລາປະມານ 3:00 ຜ່ານມາ ຕາມເວລາທ້ອງຖິ່ນ ເຊິ່ງເປັນໄລຍະທີ່ປະຊາຊົນສ່ວນຫລາຍກຳລັງນອນຫລັບ.

ໂດຍໜ່ວຍສຳຫລວດທາງທໍລະນີວິທະຍາຂອງອາເມລິກາ (US. Geological Survey: USGS) ເຜີຍວ່າສູນກາງແຜ່ນດິນໄຫວເກີດຂຶ້ນເລິກລົງໄປໃຕ້ພື້ນດິນ 20 ກິໂລແມັດ ໃນເຂດຮາໄນ ຫ່າງຈາກເມືອງເຄວຕາ ເມືອງເອກຂອງແຄວ້ນບາລູຈິສະຖານ ປະມານ 102 ກິໂລແມັດ.

ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ

ເຊິ່ງແຮງສັ່ນສະເທືອນເຮັດໃຫ້ອາຄານບ້ານເຮືອນຈຳນວນຫລາຍ ໂດຍສະເພາະເຮືອນທີ່ສ້າງຈາກດິນພັງຖະຫລົ່ມລົງມາ 100 ກວ່າຫລັງ ປະຊາຊົນຈຳນວນຫລາຍຕ້ອງໜີອອກມາຢູ່ກາງແຈ້ງ ຂະນະທີ່ເກີດຄວາມເສຍຫາຍເປັນວົງກວ້າງ ແລະ ມີລາຍງານດິນເຈື່ອນໃນຫລາຍຈຸດ.

ເບື້ອງຕົ້ນມີລາຍງານວ່າ: ຜູ້ເສຍຊີວິດສ່ວນຫລາຍເປັນຜູ້ຍິງ ແລະ ເດັກນ້ອຍ ເຊິ່ງຫລັງເກີດເຫດ ທີມເຈົ້າໜ້າທີ່ກູ້ໄພໄດ້ເຂົ້າຊ່ວຍເຫລືອຜູ້ລອດຊີວິດທ່າມກາງຄວາມລຳບາກ ເນື່ອງຈາກແຜ່ນດິນໄຫວເຮັດໃຫ້ດິນຖະຫລົ່ມລົງມາປິດກັ້ນຖະໜົນຫລາຍເສັ້ນ, ຂະນະທີ່ໜ່ວຍກູ້ໄພພະຍາຍາມເລັ່ງເກັບກວາດ ເພື່ອເປີດທາງເຂົ້າໄປພື້ນທີ່.

ທັງນີ້, ແຄວ້ນບາລູຈິສະຖານເປັນແຄວ້ນໃຫຍ່ທີ່ສຸດຂອງປາກິດສະຖານ, ແຕ່ມີປະຊາກອນບໍ່ໜາແໜ້ນ ແລະ ມີການພັດທະນາໜ້ອຍທີ່ສຸດ ໂດຍໃນເຂດຮາໄນ ເຊິ່ງເປັນຈຸດເກີດແຜ່ນດິນໄຫວຄັ້ງນີ້ ພົບວ່າເຮືອນຂອງປະຊາຊົນສ່ວນຫລາຍກໍ່ສ້າງຈາກດິນ ແລະ ຫີນ ເຮັດໃຫ້ເກີດຄວາມເສຍຫາຍໄດ້ງ່າຍເມື່ອຜະເຊີນແຮງສັ່ນສະເທືອນຈາກແຜ່ນດິນໄຫວ.

ຂະນະທີ່ເມືອງເຄວຕານັ້ນເຄີຍຜະເຊີນແຜ່ນດິນໄຫວຂະໜາດ 7,7 ໃນປີ 1935 ເຊິ່ງຄັ້ງນັ້ນສົ່ງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 30.000 ຄົນ ແລະ ບາດເຈັບຫລາຍກວ່າ 60.000 ຄົນ ໂດຍຖືເປັນໜຶ່ງໃນເຫດແຜ່ນດິນໄຫວທີ່ຂ້າຊີວິດຄົນຫລາຍທີ່ສຸດໃນພາກພື້ນອາຊີໃຕ້.

ອ້າງອີງ:

https://www.aljazeera.com/news/2021/10/7/earthquake-rocks-southern-pakistan-15-dead

ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ - lattana banner - ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ
ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ -    AD conten website - ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ
ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ - lattana banner 1 - ເກີດແຜ່ນດິນໄຫວຢູ່ທາງຕອນໃຕ້ຂອງປາກິດສະຖານ ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ບາດເຈັບ 200 ກວ່າຄົນ
error: Alert: ເນື້ອຫາຂ່າວມີລິຂະສິດ !!