ຄິດຫລາຍ ກັງວົນເກີນໄປ ຈະເຮັດແນວໃດດີ ?

ຄິດຫລາຍ ເປັນບັນຫາທີ່ຫລາຍຄົນຕ້ອງພະເຊີນ ແລະ ຢາກແກ້ໄຂ ເພາະມັກນຶກເຖິງຂໍ້ຜິດພາດໃນອະດີດ ຫລື ວິຕົກກັງວົນຕໍ່ ເຫດການຕ່າງໆຊ້ຳໄປຊ້ຳມາ ແລະ ບໍ່ສາມາດຫາຂໍ້ສະຫລຸບໃຫ້ສິ່ງເຫລົ່ານັ້ນໄດ້ ເຊິ່ງຫາກຄິດຫລາຍເປັນປະຈຳຢ່າງຕໍ່ເນື່ອງກໍ ອາດສົ່ງຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈໄດ້. ແນວໃດກໍຕາມ ເຮົາສາມາດຮັບມືກັບນິໄສຄິດຫລາຍໄດ້ ພຽງແຕ່ປັບ ຄວາມຄິດ ແລະ ພຶດຕິກຳບາງຢ່າງຂອງຕົນເອງ.
+ ຄິດຫລາຍເກີດຈາກຫຍັງ ? ວຽກງານວິໄຈບາງພາກສ່ວນຄາດວ່າ ນິໄສຄິດຫລາຍຂອງແມ່ຍິງອາດເປັນປະຕິກິລິຍາທີ່ ຕອບສະໜອງຕໍ່ຄວາມເສົ້າ. ສ່ວນອາການຄິດຫລາຍໃນຜູ້ຊາຍມັກເກີດຈາກການຕອບສະໜອງຕໍ່ຄວາມຮູ້ສຶກຄຽດ ໂດຍ ຜູ້ທີ່ຄິດຫລາຍຢູ່ຫລາຍເທື່ອອາດມີສາເຫດຈາກປັດໄຈຕໍ່ໄປນີ້ :
- ບຸກຄະລິກສະເພາະໂຕ ເຊັ່ນ : ນິຍົມຄວາມສົມບູນແບບ, ບຸກຄະລິກກະພາບທີ່ມີຄວາມຫວັ່ນໄຫວທາງອາລົມສູງ ຫລື ມັກຈົດຈໍ່ກັບເລື່ອງໃດເລື່ອງໜຶ່ງຫລາຍເກີນໄປ ເປັນຕົ້ນ.
- ເຄີຍພະເຊີນກັບເຫດການທີ່ສ້າງຄວາມບອບຊ້ຳທາງຈິດໃຈ.
- ເຂົ້າໃຈວ່າການຄິດຫລາຍຊ່ວຍໃຫ້ຄຳນຶງຮູ້ໃນບາງເລື່ອງ ຫລື ບາງສະຖານະການໄດ້ດີຂຶ້ນ.
- ຄິດວ່າສິ່ງທີ່ກຳລັງພະເຊີນຢູ່ເປັນບັນຫາຊ້ຳເຮື້ອ ແລະ ຄວບຄຸມບໍ່ໄດ້.
ນອກຈາກນັ້ນ, ຄົນສ່ວນຫລາຍອາດເຄີຍປະສົບບັນຫາຄິດຫລາຍໃນໄລຍະເວລາເຂົ້ານອນຈົນເຮັດໃຫ້ນອນບໍ່ຫລັບ ເຊິ່ງ ອາດເກີດຈາກການຮັບຂໍ້ມູນໃນຕອນກາງເວັນຫລາຍເກີນໄປ ຈົນບໍ່ມີເວລາຈັດການ ຫລື ເຮັດຄວາມເຂົ້າໃຈຂໍ້ມູນເຫລົ່າ ນັ້ນ ສົ່ງຜົນໃຫ້ຕ້ອງຄິດທົບທວນເລື່ອງຕ່າງໆໃນເວລາທີ່ຄວນນອນຫລັບແທນ.
+ ບັນຫາສຸຂະພາບຈາກການຄິດຫລາຍ : ບໍ່ພຽງແຕ່ສ້າງຄວາມລຳຄານໃຈໃຫ້ຕົນເອງ ແລະ ຄົນອ້ອມຂ້າງ, ແຕ່ການ ຄິດຫລາຍ ແລະ ເອົາເລື່ອງໃນອະດີດມາຄິດເປັນກັງວົນຫລາຍຈົນເກີນໄປ ອາດສົ່ງຜົນກະທົບຕໍ່ຄຸນນະພາບຊີວິດໄດ້ ເພາະການຄິດຫລາຍມັກເກີດຂຶ້ນເປັນວົງຈອນຊ້ຳແລ້ວຊ້ຳອີກ ຄ້າຍກັບການເສບຕິດທີ່ຕ້ອງເຮັດຕໍ່ໄປເລື້ອຍໆ ຈົນສົ່ງຜົນ ເສຍຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈ ດັ່ງນີ້ :
- ການຄິດຫລາຍອາດເຮັດໃຫ້ເກີດອາການຊຶມເສົ້າ ໃນຂະນະດຽວກັນ ກໍອາດສົ່ງຜົນໃຫ້ຜູ້ທີ່ມີອາການຊຶມເສົ້າຢູ່ແລ້ວ ກ້າວຜ່ານໄລຍະເວລາທີ່ຮູ້ສຶກຫົດຫູ່ໄດ້ຍາກລຳບາກຍິ່ງຂຶ້ນ.
- ການຄິດຫລາຍອາດເຮັດໃຫ້ມີໂອກາດດື່ມອານກໍຮໍຫລາຍຂຶ້ນ ເຊິ່ງສ່ຽງຕໍ່ອາການຕິດເຫລົ້າສູງຂຶ້ນນຳ ເພາະບາງຄົນ ເລືອກທີ່ຈະບຳບັດອາການຫງຸດຫງິດ ຫລື ຊຶມເສົ້າຈາກການຄິດຫລາຍໂດຍການດື່ມສິ່ງມຶນເມົາ.
- ຫາກບຳບັດອາການວິຕົກກັງວົນ ແລະ ຄິດຫລາຍໂດຍການກິນອາຫານ ອາດເພີ່ມຄວາມສ່ຽງເປັນອາການກິນຜິດປົກ ກະຕິໄດ້ຄືກັນ.
- ການຄິດຫລາຍອາດກໍ່ໃຫ້ເກີດຄວາມຄິດໃນດ້ານລົບຫລາຍຂຶ້ນ ເພາະການວົນວຽນນຶກເຖິງສະຖານະການຮ້າຍໆຢ່າງຕໍ່ ເນື່ອງອາດເຮັດໃຫ້ເບິ່ງສິ່ງອ້ອມໂຕໃນແງ່ຮ້າຍໄປໂດຍອັດຕະໂນມັດ.
- ການຄິດຫລາຍອາດສົ່ງຜົນກະທົບຕໍ່ຂະບວນການແກ້ບັນຫາຂອງແຕ່ລະຄົນ ໂດຍມີການວິໄຈທີ່ປຽບທຽບຄວາມໄວໃນ ການເຂົ້າພົບແພດຂອງແມ່ຍິງທີ່ພົບກ້ອນຊີ້ນໃນເຕົ້ານົມ 2 ກຸ່ມ ຄື ກຸ່ມທີ່ຄິດຫລາຍເປັນປະຈຳກັບກຸ່ມທີ່ບໍ່ຄິດຫລາຍ ພົບ ວ່າ : ແມ່ຍິງທີ່ຄິດຫລາຍມີໂອກາດເຂົ້າພົບແພດຊ້າກ່ວາແມ່ຍິງອີກກຸ່ມເຖິງ 2 ເທົ່າ.
- ການຄິດຫລາຍມັກສົ່ງຜົນໃຫ້ເກີດຄວາມເຄັ່ງຄຽດ ເມື່ອເກີດຂຶ້ນນຢ່າງຕໍ່ເນື່ອງກໍອາດເພີ່ມຄວາມສ່ຽງຕໍ່ການເກີດພະ ຍາດຫົວໃຈ ແລະ ຫລອດເລືອດໄດ້.
- ການນຶກເຖິງ ຫລື ກັງວົນຕໍ່ສະຖານະການໃດຊ້ຳໆໃນໄລຍະເວລາເຂົ້ານອນອາດສົ່ງຜົນໃຫ້ນອນຫລັບພັກຜ່ອນບໍ່ພຽງພໍ ແລະ ເຮັດໃຫ້ຄຸນນະພາບໃນການນອນບໍ່ດີ.
+ ວິທີຮັບມືກັບການຄິດຫລາຍ : ຄວາມຄິດເປັນສິ່ງທີ່ຄວບຄຸມ ແລະ ຫ້າມໄດ້ຍາກ, ແຕ່ວ່າການປັບຄວາມຄິດ ແລະ ພຶດຕິກຳ ບາງຢ່າງ ອາດຊ່ວຍຂັດຂວາງການຄິດຫລາຍໄດ້ ໂດຍສະເພາະຫາກໝັ່ນຝຶກຝົນ ແລະ ເຮັດເປັນປະຈຳຢ່າງຕໍ່ເນື່ອງ ດັ່ງຕໍ່ ໄປນີ້ :
- ຮູ້ຈັກຄວາມຄິດຂອງຕົນເອງ: ເປັນຂັ້ນຕອນທຳອິດທີ່ສຳຄັນ ໂດຍຄວນສັງເກດວ່າຕົນເອງກຳລັງນຶກເຖິງເລື່ອງໃດເລື່ອງ ໜຶ່ງຊ້ຳໆ ແລະ ສິ່ງທີ່ຄິດບໍ່ກໍ່ໃຫ້ເກີດປະໂຫຍດຫລືບໍ່ ຫາກຮັບຮູ້ວ່າຕົນເອງກຳລັງຄິດຫລາຍ ສະແດງວ່າກຳລັງພົບຈຸດທີ່ ເປັນບັນຫາ ແລະ ຕ້ອງຮີບຫາທາງອອກເພື່ອຢຸດຄວາມຄິດນັ້ນ.
- ປັບຄວາມຄິດ : ຫາກພົບວ່າຕົນເອງກຳລັງຄິດຫລາຍ ແລະ ຢາກຢຸດຄວາມຄິດດັ່ງກ່າວ ສາມາດປັບປ່ຽນຄວາມຄິດ ຕາມຫລັກການ ດັ່ງນີ້ :
- ເມື່ອນຶກເຖິງເລື່ອງໃດເລື່ອງໜຶ່ງຊ້ຳໆ ໃຫ້ຢຸດຄວາມຄິດດັ່ງກ່າວໂດຍການທ່ອງຄຳທີ່ໃຊ້ດຶງຕົນເອງອອມມາຈາກວົງ ຈອນຄວາມຄິດນັ້ນ ເຊັ່ນ : ຢຸດຄິດ, ຕັ້ງສະຕິ ເປັນຕົ້ນ.
- ຫາກກຳລັງນຶກເຖິງເຫດການທີ່ເຮັດໃຫ້ບໍ່ສະບາຍໃຈ ເຊັ່ນ : ກັງວົນວ່າຄົນອື່ນກຳລັງນິນທາຕົນເອງຢູ່ ໃຫ້ປັບຄວາມ ຄິດມາໃນທາງບວກຫລາຍຂຶ້ນ ໂດຍອາດຄິດວ່າເລື່ອງທີ່ກຳລັງກັງວົນນັ້ນບໍ່ແມ່ນເລື່ອງຈິງ ແລະ ເປັນເລື່ອງທີ່ໂຕ ເຮົາຈິນຕະນາການໄປເອງ ເປັນຕົ້ນ.
- ຈື່ໄວ້ສະເໝີວ່າການຈົມຢູ່ກັບຄວາມຜິດພາດໃນອະດີດບໍ່ໄດ້ເຮັດໃຫ້ສະຖານະການໃນປັດຈຸບັນດີຂຶ້ນ, ແຕ່ຄວນໃຊ້ຂໍ້ ຜິດພາດດັ່ງກ່າວເປັນບົດຮຽນເພື່ອພັດທະນາຕົນເອງຕໍ່ໄປ.
ຫາກກຳລັງຢູ່ໃນສະຖານະການທີ່ລຳບາກໃຈ ແລະ ກັງວົນວ່າຜົນຕອບຮັບຈາກການຕັດສິນໃຈອາດເປັນໄປໃນ ທາງລົບ