4 ສູດລ້າງລຳໄສ້ໃຫ້ສະອາດ
October 13, 2021 - 4:00 PM

ຂັບຖ່າຍບໍ່ສະດວກ, ອາຈົມຕົກຄ້າງ ສິ່ງເຫລົ່ານີ້ໝາຍເຖິງວ່າເຮົາຂັບຖ່າຍອອກໄປບໍ່ໝົດ ຫາກຕົກຄ້າງຢູ່ຕາມຜິວໜັງລຳໄສ້ ດົນໄປຈະເຮັດໃຫ້ໂຕເຮົາເລີ່ມຮູ້ສຶກມີກິ່ນເໝັນ ເຖິງວ່າຈະມີອາຈົມຊຸດໃໝ່ເຂົ້າມາດັນອາຈົມຊຸດເກົ່າກໍຕາມ, ແຕ່ກໍຍັງມີສິ່ງທີ່ຄ້າງຢູ່ ພາຍໃນ. ມື້ນີ້ພວກເຮົາມີສູດດີທັອກລ້າງລຳໄສ້ທີ່ປອດໄພ, ສະອາດ, ເຮັດຈາກທຳມະຊາດທັງໝົດມາແນະນຳບັນດາທ່ານ ທັງປະ ຢັດເງິນນຳອີກກ ລອງເຮັດຕິດຕໍ່ກັນ 3 ມື້ ຮັບຮອງເລີຍວ່າການຂັບຖ່າຍຂອງທ່ານຈະຄ່ອງຂຶ້ນ, ພຸງຍຸບລົງ, ເລີ່ມຕົ້ນເຊົ້າມື້ໃໝ່ ດ້ວຍຄວາມໝັ້ນໃຈ, ນຸ່ງເຄື່ອງຊຸດໃດກໍເຂົ້າຮູບງາມສົມສ່ວນ ອີກຢ່າງໜຶ່ງທີ່ສຳຄັນກໍຄື ສຸຂະພາບຜິວຂອງທ່ານຈະດີຂຶ້ນ.
- ສູດທີ 1 ໂຢເກິດ + ນົມສົດ + ນ້ຳເຜິ້ງ + ໝາກນາວ : ສຳລັບສູດນີ້ຈະເຮັດໃຫ້ພຸງຂອງທ່ານຍຸບລົງໄດ້ ຈະນຸ່ງເຄື່ອງຊຸດ ໃດກໍໝັ້ນໃຈແນ່ນອນ ແນະນຳວ່າໃຫ້ເຮັດຕິດຕໍ່ກັນ 3 ມື້ ວິທີເຮັດກໍຄື ເອົາໂຢເກິດລົດທຳມະຊາດ 1 ຈອກ ປະສົມກັບນົມ ສົດລົດຈືດ (ຕ້ອງເປັນລົດຈືດເທົ່ານັ້ນຈຶ່ງຈະດີທີ່ສຸດ) ແລ້ວກໍປະສົມນ້ຳເຜິ້ງ 1 ບ່ວງຊາ ແລະ ນ້ຳໝາກນາວ 1 ໜ່ວຍ ປະສົມທັງ 4 ຢ່າງໃຫ້ເຂົ້າກັນ ແລ້ວດື່ມໃຫ້ໝົດພາຍໃນ 10 ນາທີ ຈະໄດ້ຮັບສານອາຫານດີໆ ເຮັດແບບນີ້ກ່ອນ 7 ໂມງ ເຊົ້າ ກ່ອນກິນອາຫານຈະດີທີ່ສຸດ ເພາະຈະຊ່ວຍກະຕຸ້ນລຳໄສ້ໃຫ້ເຮັດວຽກໄດ້ດີຂຶ້ນ ເມື່ອເຮົາຂັບຖ່າຍກໍຈະຮູ້ສຶກວ່າມີສີ ດຳແດ່ເລັກໜ້ອຍ ບໍ່ຕ້ອງຕົກໃຈ ເພາະມັນເປັນຍ້ອນການດີທັອກລຳໄສ້.
- ສູດທີ 2 ໝາກກ້ວຍນ້ຳ + ນົມສົດ 2 ກ່ອງ : ສູດນີ້ຈະຊ່ວຍກະຕຸ້ນໃຫ້ລະບົບຂັບຖ່າຍຂອງທ່ານເຮັດວຽກດີຂຶ້ນ ແນະນຳ ວ່າໃຫ້ເຮັດໃນໄລຍະວັນສຸກ, ເສົາ ແລະ ອາທິດ ວິທີການເຮັດແມ່ນນຈະໃຊ້ນົມສົດລົດຈືດ 2 ກ່ອງ ປະສົມເຂົ້າກັບໝາກ ກ້ວຍນ້ຳບົດ 2 ໜ່ວຍ ດື່ມເຄິ່ງໜຶ່ງກ່ອນກິນອາຫານ ແລະ ອີກເຄິ່ງໜຶ່ງດື່ມຫລັງຈາກກິນອາຫານໄປແລ້ວ 1 ຊົ່ວໂມງ. ສຳລັບສູດນີ້ຈະເຮັດໃຫ້ລະບົບຂັບຖ່າຍຂອງທ່ານດີ ຈະຮູ້ສຶກວ່າໂລ່ງ ແລະ ຂັບຖ່າຍຄ່ອງຫລາຍ ເຮັດໃຫ້ຜິວຂອງທ່ານ ສົດໃສຂຶ້ນຕື່ມ.
- ສູດທີ 3 ນ້ຳດື່ມບໍລິສຸດ + ແກ່ນຜັກອິຕູ່ : ສູດນີ້ເຮັດໄດ້ງ່າຍຫລາຍ ຈະຊ່ວຍລາກອາຈົມທີ່ຕົກຄ້າງຢູ່ໃນລຳໄສ້ຂອງທ່ານ ອອກມາໄດ້ເປັນຢ່າງດີ, ຕື່ນເຊົ້າມາກໍຈະຂັບຖ່າຍສະດວກ, ສະບາຍພຸງໄປໝົດມື້. ວິທີການເຮັດແມ່ນເຮົາຈະເອົາແກ່ນ ຜັກອິຕູ່ໄປແຊ່ນ້ຳອຸ່ນໃຫ້ໃຄ່ຂຶ້ນປະມານ 15 ນາທີ ແລ້ວກໍປະສົມກັບນ້ຳດື່ມບໍລິສຸດ ດື່ມໃຫ້ໝົດ 1 ຈອກພາຍໃນ 10 ນາ ທີ ຈະໄດ້ຮັບສານອາຫານດີໆຈາກແກ່ນຜັກອິຕູ່ ວິທີການນີ້ຈະເຮັດໃຫ້ທ່ານຮູ້ສຶກອີ່ມເຂົ້າໄວຫລາຍຂຶ້ນ, ຄວນດື່ມກ່ອນ ກິນອາຫານປະມານ 10 ນາທີ ເຖິງ 15 ນາທີ.
- ສູດທີ 4 ນ້ຳດື່ມບໍລິສຸດ + ໝາກນາວ + ເກືອ + ນຳເຜິ້ງ : ສູດນີ້ເຖິງວ່າສ່ວນປະສົມຈະບໍ່ໄດ້ຫລວງຫລາຍ ແຕ່ຕ້ອງບອກ ເລີຍວ່າຊ່ວຍຖ່າຍທ້ອງໄດ້ດີຫລາຍ ໂດຍຈະໃຊ້ນ້ຳສະອາດ 1 ລິດ, ນ້ຳໝາກນາວ 2 ໜ່ວຍ, ເກືອ 2 ບ່ວງຊາ ແລະ ນ້ຳ ເຜິ້ງ 1 ບ່ວງຊາ ປະສົມສ່ວນປະສົມທັງໝົດເຂົ້າກັນ ແລ້ວເກັບໃສ່ໃນຕູ້ເຢັນ ແຊ່ເຢັນໄດ້ເລີຍ ຫລື ຈະດື່ມເລີຍກໍໄດ້ ຄວນ ຈະແບ່ງດື່ມໃຫ້ໝົດພາຍໃນ 1 ຊົ່ວໂມງ, ບໍ່ຕ້ອງດື່ມໃຫ້ໝົດບາດດຽວ, ແຕ່ໃຫ້ດື່ມໄປເລື້ອຍໆ. ສູດນີ້ດີຫລາຍ ຈະຊ່ວຍໄລ່ ຂອງເສຍຢູ່ໃນລຳໄສ້ອອກມາຈົນໝົດ ຈະເຮັດໃຫ້ທ່ານຮູ້ສຶກໂຕເບົາ, ໜ້າທ້ອງແປລົງໄດ້.