ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ

ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ - 0bcd0b3d a409 407e 8834 f6f754e49ce8 - ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ
ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ - Untitled design 1 - ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ

ໃນວັນທີ 5 ຕຸລາ 2021 ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຮອງຮັບການອອກແບບ ຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງກົມພາສີ ແລະ ກົມສ່ວຍສາອາກອນ, ຜ່ານລະບົບກອງປະຊຸມທາງໄກ (Video Conference), ໂດຍການເປັນປະທານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີທ່ານ ຫົວໜ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ, ຕາງໜ້າກົມພາສີ, ກົມສ່ວຍ ສາອາກອນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມແມ່ນປຶກສາຫາລື ແລະ ຮອງຮັບການອອກແບບ ຖານຂໍ້ມູນລວມສູນ ເຊື່ອມຕໍ່ຂໍ້ມູນ ລະຫວ່າງ ພາສີ ແລະ ອາກອນ, ເຊິ່ງຜູ້ຊ່ຽວຊານຈາກທາງ ບໍລິສັດ ລາວອິນໂຟເຊັກ ໄດ້ນຳສະເໜີ ກ່ຽວກັບ ຜົນຂອງການສຳຫຼວດ-ອອກແບບດຶງຂໍ້ມູນຕົວຈິງ ດ້ວຍການນຳໃຊ້ເຄື່ອງມື (Tool) ເພື່ອມາຈຳລອງນຳສະເໜີ ໃຫ້ບັນດາກົມໄດ້ຮັບຮູ້, ໃນການອອກແບບຂອງລະບົບນີ້ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງບັນດາກົມ ເປັນຕົ້ນແມ່ນ ກົມສ່ວຍສາອາກອນ, ກົມພາສີ ແລະ ອອກແບບຮອງຮັບໃນການປັບປຸງ ເພື່ອພັດທະນາໄປຕາມແຕ່ ລະຂັ້ນຂອງ ລະບົບ, ລະບົບແມ່ນມີການອອກແບບ ແລະ ພັດທະນາໄປພ້ອມກັນໝາຍຄວາມວ່າໃນການພັດ ທະນາແມ່ນຍັງສາມາດປັງປຸງຕາມຄວາມຕ້ອງການໄດ້ເພື່ອຮັບປະກັນໃນການພັດທະນາລະບົບໃຫ້ສຳເລັດໂດຍ ອີງ ໃສ່ຂໍ້ມູນທີຈຳເປັນ ໂດຍສະເພາະແມ່ນຂໍ້ມູນຂອງ ກົມພາສີ ແລະ ກົມສ່ວຍສາອາກອນ, ໃຫ້ແລ້ວຕາມທິດຊີ້ນຳຂອງ ທ່ານລັດຖະມົນຕີຂອງກະຊວງການເງິນ ພາຍໃນເດືອນພະຈິກໃຫ້ສາມາດນຳໃຊ້ໄດ້.

ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ

ພ້ອມກັນນັ້ນ, ໃນກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບກັນໃນດ້ານຫຼັກການການອອກແບບ ເພື່ອໃຫ້ມີຄວາມສາມາດໃນການປັບປຸງ, ຂະຫຍາຍ, ເພີ່ມຂໍ້ມູນ, ປັບປ່ຽນບົດລາຍງານຕ່າງໆໂດຍມີມາດຕະຖານ ແລະ ທັງສາມາດປັບປຸງການລາຍງານ, ການດຶງຂໍ້ມູນທີ່ຈຳເປັນໃນການນຳໃຊ້ຂໍ້ມູນຕ່າງໆໂດຍເນັ້ນໜັກໃຫ້ ໂຄງ ສ້າງເປັນລະບົບມາດຕະຖານ, ທາງດ້ານພື້ນຖານ ຖ້າຫາກວ່າບັນດາກົມ ແລະ ສະຖາບັນພັດທະນາຂໍ້ມູນ ຂ່າວສານການເງິນ ໄດ້ກວດເອກະສານລະອຽດແລ້ວ ກໍ່ຈະໄດ້ຮອງຮັບເອົາໂດຍພື້ນຖານລະບົບທັງໝົດນີ້ ເພື່ອກ້າວ ເຂົ້າສູ່ການພັດທະນາ. ສະນັ້ນ, ຈະໄດ້ນຳເອົາເອກະສານນີ້ໃຫ້ຄະນະສືບຕໍ່ປັບປຸງໃຫ້ ສົມບູນ ແລະ ຮັບຮອງ.​

ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ - lattana banner - ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ
ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ - lattana banner 1 - ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ
ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ -    AD conten website - ກອງປະຊຸມປຶກສາຫາລື-ຮັບຮອງການອອກແບບຖານຂໍ້ມູນລວມສູນເຊື່ອມຕໍ່ຂໍ້ມູນລະຫວ່າງພາສີ ແລະ ອາກອນ
error: Alert: ເນື້ອຫາຂ່າວມີລິຂະສິດ !!