4 ເຫດຜົນຄວາມສ່ຽງທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປຊື້ເຄື່ອງກວດໂຄວິດແບບໄວມາກວດດ້ວຍຕົນເອງ
October 9, 2021 - 2:25 PM

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານໃນວັນທີ 9 ຕຸລາ 2021 ນີ້ວ່າ: ການກວດດ້ວຍຊຸດເຄື່ອງກວດແບບໄວ Rapid Antigen Test ນັ້ນ ເປັນວິທີໜຶ່ງ ທີ່ຄະນະສະເພາະກິດໄດ້ກໍານົດໃຫ້ໃຊ້ໃນສະຖານບໍລິການ ຫລື ການກວດແບບທ່າບຸກ ຢູ່ໃນຊຸມຊົນທີ່ມີການຕິດເຊື້ອເຖິງຈະກວດດ້ວຍເຄື່ອງກວດຄວາມໄວກໍຕາມ, ແຕ່ວິທີການກວດທີ່ເປັນມາດຕະຖານທີ່ສຸດ ຍັງແມ່ນການກວດໃນຫ້ອງວິເຄາະ. ດັ່ງນັ້ນຄະນະສະເພາະກິດຈຶ່ງບໍ່ອະນຸຍາດໃຫ້ບຸກຄົນໃດໜຶ່ງໄປຊື້ມາກວດດ້ວຍຕົນເອງຍ້ອນເຫດຜົນດັ່ງນີ້:
- ເຄື່ອງກວດຂາຍແບບຊະຊາຍ, ມີຫລາຍຊະນິດ ແລະ ອາດບໍ່ໄດ້ມາດຕະຖານ ຫລື ຖືກຮັບຮອງຈາກອົງການອະນາໄມໂລກ.
- ບໍ່ໄດ້ຜ່ານການກວດກາ ແລະ ຖືກອະນຸຍາດ ຈາກກະຊວງສາທາລະນະສຸກ. ໃນບາງປະເທດເຖິງຈະມີການອະນຸຍາດ ແຕ່ກໍ່ໄດ້ມີການຮຽກເກັບຄືນບາງຊະນິດ ຍ້ອນວ່າ ໃຫ້ຜົນກວດຜິດພາດເປັນຈໍານວນຫລາຍ.
- ບຸກຄົນທີ່ຊື້ມາກວດເອງ ຍັງບໍ່ມີຄວາມຊໍານານ ຊຶ່ງອາດເກັບຕົວຢ່າງບໍ່ຖືກຕ້ອງ ຫລື ບໍ່ຖືກຈຸດ ເຮັດໃຫ້ຜົນກວດຜິດພາດ.
- ການຖິ້ມເຄື່ອງກວດນັ້ນລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນ ເປັນການຖິ້ມທີ່ອັນຕະລາຍທີ່ສຸດ ເພາະເຄື່ອງກວດອາດມີເຊື້ອ ແລະ ອາດເປັນແຫລ່ງແພ່ເຊື້ອ ເຮັດໃຫ້ເກີດການຕິດເຊື້ອໄວ, ແພ່ລາມເປັນວົງກວ້າງ ເຊິ່ງອາດແມ່ນຄົນໃນຄອບຄົວຂອງທ່ານເອງ.