ນາຍົກລັດຖະມົນຕີອອສເຕຣຍລາອອກ ຫລັງພົວພັນການສໍ້ລາດບັງຫລວງ

ທ່ານ ເຊບາສຕຽນ ເຄິຣ ນາຍົກລັດຖະມົນຕີອອສເຕຣຍ ລາອອກຈາກຕຳແໜ່ງ ຫລັງຖືກກົດດັນຈາກຂ່າວເລື່ອງການສໍ້ລາດບັງຫລວງ, ຂະນະສະເໜີທ່ານ ອາເລັກຊານເດີ ຊາລເລນເບິກ ລັດຖະມົນຕີຕ່າງປະເທດ ໃຫ້ດຳລົງຕຳແໜ່ງແທນ.
ທ່ານ ເຄິຣ ແລະ ຄົນອື່ນໆອີກ 9 ຄົນ ຖືກສອບສວນຫລັງຈາກມີການບຸກເຂົ້າກວດຄົ້ນສະຖານທີ່ຫລາຍແຫ່ງທີ່ເຊື່ອມໂຍງກັບພັກອະນຸລັກນິຍົມ OVP People’s Party ຂອງທ່ານ ໂດຍທ່ານ ເຄິຣ ປະຕິເສດຂໍ້ກ່າວຫາທີ່ວ່າ: ທ່ານໃຊ້ເງິນຂອງລັດຖະບານເພື່ອໃຫ້ໜັງສືພິມແທັບລອຍສະບັບໜຶ່ງລາຍງານຂ່າວກ່ຽວກັບລັດຖະບານໃນທາງບວກ.
ຂໍ້ກ່າວຫາທີ່ມີການເປີດເຜີຍໃນອາທິດນີ້ ເຮັດໃຫ້ລັດຖະບານປະສົມຂອງທ່ານ ເຄິຣ ຕົກຢູ່ໃນສະພາບບໍ່ຄ່ອຍດີ ຫລັງຈາກພັກຮ່ວມລັດຖະບານ ຄືພັກ Greens ກ່າວວ່າ: ທ່ານ ເຄິຣ ບໍ່ເໝາະສົມຈະເປັນນາຍົກລັດຖະມົນຕີອີກຕໍ່ໄປ ແລະ ໄດ້ເລີ່ມເຈລະຈາກັບຝ່າຍຄ້ານ ເຊິ່ງຂູ່ວ່າຈະລົງມະຕິບໍ່ໄວ້ວາງໃຈນາຍົກລັດຖະມົນຕີໃນອາທິດໜ້າ.
ທ່ານ ເວີເນີ ຄອກເລີ ຫົວໜ້າພັກ Greens ແລະ ຮອງນາຍົກລັດຖະມົນຕີ ຂານຮັບການລາອອກຂອງທ່ານ ເຄິຣ ແລະ ລະບຸວ່າ: ທ່ານຍິນດີຈະເຮັດວຽກຮ່ວມກັບທ່ານ ຊາລເລນເບິກ.
“ສິ່ງທີ່ເຮົາຕ້ອງການໃນຕອນນີ້ຄືຄວາມມີສະຖຽນລະພາບ ເພື່ອແກ້ໄຂບັນຫາທາງຕັນ, ຂ້າພະເຈົ້າຕ້ອງການຫລີກທາງເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍ” ທ່ານ ເຄິຣ ກ່າວໃນຂະນະທີ່ທ່ານປະກາດລາອອກ. ເຖິງຢ່າງໃດກໍດີ, ທ່ານຢືນຢັນວ່າຈະຍັງເປັນຫົວໜ້າພັກ ແລະ ສະມາຊິກລັດຖະສະພາຕໍ່ໄປ.
“ຢ່າງທຳອິດ ແລະ ສຳຄັນທີ່ສຸດ ແນ່ນອນວ່າຂ້າພະເຈົ້າຈະໃຊ້ໂອກາດເພື່ອພິສູດຂໍ້ກ່າວຫາ” ທ່ານກ່າວ. ໂດຍທ່ານຍັງລະບຸອີກວ່າ: ຂໍ້ກ່າວຫາຂອງຂ້າພະເຈົ້ານັ້ນ “ບໍ່ມີມູນຄວາມຈິງ”.
ທັງນີ້, ທ່ານ ເຄິຣ ບຸກຄົນອື່ນອີກ 9 ຄົນ ແລະ ອົງກອນອີກ 3 ແຫ່ງ ຖືກສອບສວນ “ໃນຂໍ້ຫາລະເມີດຄວາມໄວ້ວາງໃຈ, ທຸຈະລິດ ແລະ ຕິດສິນບົນ” ສຳນັກງານໄອຍະການຝ່າຍເສດຖະກິດ ແລະ ການສໍ້ລາດບັງຫລວງ ກ່າວໃນຖະແຫລງການເມື່ອວັນທີ 6 ຕຸລາຜ່ານມາ ຫລັງຈາກມີການເຂົ້າບຸກຄົ້ນທຳນຽບລັດຖະບານ, ກະຊວງການເງິນ, ເຮືອນ ແລະ ສຳນັກງານຂອງຜູ້ຊ່ວຍອາວຸໂສຂອງນາຍົກລັດຖະມົນຕີ.
ທ່ານ ເຄິຣ ໄດ້ຮັບຕຳແໜ່ງຫົວໜ້າພັກ OVP ໃນເດືອນພຶດສະພາ 2017 ແລະ ນຳພາພັກຄວ້າໄຊຊະນະໃນການເລືອກຕັ້ງໃນປີດຽວກັນ ພ້ອມສ້າງສະຖິຕິເປັນຫົວໜ້າລັດຖະບານທີ່ໄດ້ຮັບການເລືອກຕັ້ງຕາມລະບອບປະຊາທິປະໄຕທີ່ອາຍຸນ້ອຍທີ່ສຸດໃນໂລກ ດ້ວຍອາຍຸ 31 ປີ.
ອ້າງອີງ: