ກຽມຈັດການແຂ່ງຂັນກ໊ອຟ ຊີງຂັນພະນະທ່ານນາຍົກລັດຖະມົນຕີ 2017
ໃນວັນທີ 17 ກໍລະກົດ ທີ່ສະ ໜາມກິລາເລກວິວ ກ໊ອຟ ຄັບ ວຽງຈັນ ສະຫະພັນກິລາກ໊ອຟ ແຫ່ງຊາດລາວ ກຽມຈັດການ ແຂ່ງຂັນກິລາກ໊ອຟ ຮຸ່ນທົ່ວໄປ, ສາຍ ກ, ສາຍ ຂ ແລະ ສາຍ ຄ. ຊີງຂັນພະນະທ່ານນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ປະຈຳປີ 2017 ເພື່ອເປັນການລະດົມທິນ ຊ່ວຍເຫຼືອທັບນັກກິລາກ໊ອຟທີມ ຊາດລາວ ກຽມເຂົ້າຮ່ວມງານມະ ຫະກຳກິລາຊີເກມ ຄັ້ງທີ 29 ຫຼື ກົວລາລຳເປີ ເກມ ທີ່ປະເທດມາ ເລເຊຍ ເປັນເຈົ້າພາບ ລະຫວ່າງ ວັນທີ 19-31 ສິງຫາ 2017.
ພິທີຖະແຫຼງຂ່າວການກະ ກຽມຄວາມພ້ອມຈັດການແຂ່ງ ຂັນກ໊ອຟ ເພື່ອລະດົມທຶນຊ່ວຍນັກ ກ໊ອຟທີມຊາດລາວ ເຂົ້າຮ່ວມກົວ ລາລຳເປີ ເກມ 2017 ຄັ້ງນີ້ ຈັດ ຂຶ້ນໃນວັນທີ 22 ກໍລະກົດຜ່ານມາ ທີ່ສະໜາມກິລາເລກວິວ ກ໊ອຟ ຄັບ ວຽງຈັນ ເມືອງໄຊເຊດຖາ ນະ ຄອນຫຼວງວຽງຈັນ ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະ ຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແສງພອນ ພົມອາ ມາດ ຫົວໜ້າກົມກິລາລະດົມສູງ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນ, ພະນັກງານ-ວິຊາ ການ ແລະ ບັນດາສື່ມວນຊົນເຂົ້າ ຮ່ວມ.
ໂອກາດນີ້ ທ່ານ ສົງຄາມ ສີລາເພັດ ຮອງປະທານສະຫະ ພັນກ໊ອຟແຫ່ງຊາດລາວ ກ່າວວ່າ: ເພື່ອເປັນການລະດົມທຶນຊ່ວຍ ເຫຼືອ ແລະ ທົດສອບຄວາມສາ ມາດໃຫ້ທັບນັກກິລາກ໊ອຟທີມ ຊາດລາວ ເພື່ອກຽມເຂົ້າຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ຮັບການ ເປັນເຈົ້າພາບ ລະຫວ່າງວັນທີ 19-31 ສິງຫາ 2017 ພ້ອມທັງ ເປັນການສົ່ງເສີມກິລາກ໊ອຟສະ ໝັກຫຼິ້ນໃນລາວ ໄດ້ມີການເຄື່ອນ ໄຫວຮ່ວມແຂ່ງຂັນຢ່າງຕໍ່ເນື່ອງ ເພື່ອພັດທະນາຄວາມສາມາດ ຂອງຕົນ ກ້າວຂຶ້ນເປັນນັກກິລາ ລະດັບອາຊີບໃນອະນາຄົດ. ດັ່ງ ນັ້ນລະຫວ່າງວັນທີ 27-30 ກໍລະ ກົດ 2017 ຈະໄດ້ຈັດການແຂ່ງ ຂັນກ໊ອຟ ໃນຮຸ່ນທົ່ວໄປ, ສາຍ ກ, ສາຍ ຂ ແລະ ສາຍ ຄ. ຊີງຂັນ ກຽດຕີຍົດ ພະນະທ່ານນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ປະຈຳ ປີ 2017 ທີ່ສະໜາມກິລາເລກວິວ ກ໊ອຟ ຄັບ ວຽງຈັນ ສຳລັບລາຍ ການນີ້ມີກຳນົດຈະຮັບກິລາໃນ ຈຳນວນ 144 ຄົນ ແບະ ສຳ ຮອງ 15 ຄົນ ຖ້າຫາກນັກກິລາ ກ໊ອຟທ່ານໃດມີຄວາມສົນໃຈ ຢາກເຂົ້າຮ່ວມແຂ່ງຂັນສາມາດ ປະສານພົວພັນໄດ້ທີ່ຫ້ອງການ ລາໂກ 2017 ທີ່ສະໜາມກິລາ ເລັກວິວ ກ໊ອຟ ຄັບ ວຽງຈັນ ຫຼື ເບີ ໂທ 020 55666663 ແລະ 02055555582 ຕາມໂມງລັດ ຖະການ.
ຂ່າວຈາກ:laosportnews.com.