ໄທກຽມເປີດປະເທດຮັບນັກທ່ອງທ່ຽວ ໂດຍບໍ່ຕ້ອງກັກຕົວ ສຳລັບຜູ້ສັກວັກຊີນຄົບໂດສ ຈາກປະເທດສ່ຽງຕໍ່າ

ວັນທີ 11 ຕຸລາ 2021, ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຜ່ານໂທລະພາບ ລະບຸວ່າ: ໄລຍະໜຶ່ງປີຜ່ານມາ ໄທໄດ້ຜ່ານຄວາມທ້າທາຍຈາກການແຜ່ລະບາດຂອງໂຄວິດ-19 ເຊິ່ງທຸກປະເທດທົ່ວໂລກໄດ້ຮັບຜົນກະທົບ ເຮັດໃຫ້ເກີດຄວາມໜັກໃຈທີ່ສຸດໃນຊີວິດ ທີ່ຕ້ອງຕັດສິນໃຈເລືອກລະຫວ່າງປົກປ້ອງຊີວິດຄົນ ແລະ ການທຳມາຫາກິນ ເຊິ່ງທັງສອງທາງເລືອກເກີດຜົນກະທົບ ຈຶ່ງຕັດສິນໃຈຍຶດແນວທາງປະຕິບັດຕາມຄຳແນະນຳຂອງຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກ.
ຈາກການຮ່ວມມືກັນຂອງທຸກພາກສ່ວນ ມື້ນີ້ປະເທດໄທເປັນໜຶ່ງໃນປະເທດທີ່ປະສົບຜົນສຳເລັດຫລາຍທີ່ສຸດໃນໂລກທີ່ປົກປ້ອງຮັກສາຊີວິດຂອງປະຊາຊົນ ເຖິງເວລາແລ້ວທີ່ພວກເຮົາຕ້ອງຄ່ອຍໆກຽມຕົວຈະຜະເຊີນກັບໂຄວິດ-19 ໂດຍມີຄວາມພ້ອມເລື່ອງຢາ ແລະ ວັກຊີນປ້ອງກັນຫລາຍຂຶ້ນເລື້ອຍໆ.
ວັນທີ 1 ພະຈິກ 2021 ເປັນຕົ້ນໄປ ໄທຈະເລີ່ມເປີດຮັບການເດີນທາງເຂົ້າປະເທດ ໂດຍບໍ່ຕ້ອງກັກຕົວ ສຳລັບຜູ້ທີ່ສັກວັກຊີນຄົບໂດສແລ້ວ ແລະ ເດີນທາງເຂົ້າປະເທດໄທໂດຍທາງອາກາດ ໂດຍມາຈາກປະເທດທີ່ກຳນົດວ່າມີຄວາມສ່ຽງຕໍ່າ ເມື່ອເດີນທາງເຂົ້າປະເທດໄທ ທຸກຄົນຕ້ອງມີຫລັກຖານຜົນການກວດຫາເຊື້ອໂຄວິດ-19 ດ້ວຍວິທີ RTPCR ກ່ອນເດີນທາງອອກຈາກປະເທດຕົ້ນທາງ ແລະ ຈະກວດຫາເຊື້ອໂຄວິດ-19 ອີກເມື່ອເດີນທາງມາເຖິງປະເທດໄທ ຖ້າບໍ່ພົບສາມາດເດີນທາງໄປພື້ນທີ່ຕ່າງໆໄດ້ຢ່າງອິດສະຫລະ.
ໂດຍຈະເລີ່ມເບື້ອງຕົ້ນຢ່າງໜ້ອຍ 10 ປະເທດເຊັ່ນ: ອັງກິດ, ສິງກະໂປ, ເຢຍລະມັນ, ຈີນ ແລະ ອາເມລິກາ ໂດຍຕັ້ງເປົ້າຈະເພີ່ມຈຳນວນປະເທດໃຫ້ຫລາຍຂຶ້ນພາຍໃນວັນທີ 1 ທັນວາ 2021 ແລະ ພາຍໃນວັນທີ 1 ມັງກອນ 2022 ຈະເພີ່ມຈຳນວນປະເທດໃຫ້ຫລາຍຂຶ້ນຢ່າງກວ້າງຂວາງ.
ສ່ວນຜູ້ທີ່ມາຈາກປະເທດທີ່ບໍ່ໄດ້ຢູ່ໃນລາຍຊື່ປະເທດຄວາມສ່ຽງຕໍ່າ ເດີນທາງມາໄດ້ ແຕ່ຕ້ອງມີການກັກຕົວ ຕາມເງື່ອນໄຂ ແລະ ຂໍ້ກຳນົດ.