ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ?

ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ? - iStock 908968218 1000 - ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ?
ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ? - kitchen vibe - ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ?

ບັນຫາອາການເລືອດຈາງ ສາມາດນຳໄປສູ່ການເຈັບປ່ວຍໄດ້ຫລາຍພະຍາດ ດັ່ງນີ້ :

  • ເສັ້ນເລືອດຫົວໃຈຕີບ ເຮັດໃຫ້ເລືອດໄປລ້ຽງສະໝອງບໍ່ພຽງພໍ.
  • ເຮັດໃຫ້ເກີດອາການໝາກໄຂ່ຫລັງອັກເສບ ແລະ ເປັນພະຍາດໝາກໄຂ່ຫລັງໄດ້ໃນທີ່ສຸດ.
  • ເລືອດໄປລ້ຽງສະໝອງບໍ່ພຽງພໍ ເຮັດໃຫ້ເປັນອັລໄຊເມີ ສະໝອງເສື່ອມ, ເຈັບຫົວຕະຫລອດ ແລະ ງ່ວງນອນງ່າຍ.
  • ປວດເມື່ອຍຕາມຮ່າງກາຍ ແລະ ຕາມຂໍ້ຕ່າງໆ.
  • ອຳມະພຶກ- ອຳມະພາດ ເນື່ອງຈາກເສັ້ນເລືອດໃນສະໝອງຕີບ.
  • ເປັນຫວັດງ່າຍ ແລະ ເປັນຕະຫລອດ ຈົນອາດເຮັດໃຫ້ມີອາການໄຊນັສ ຫລື ຜົ້ງດັງອັກເສບໃນທີ່ສຸດ.
  • ມີອາການມຶນຊາປາຍມື ແລະ ປາຍຕີນ.

ສຳລັບຜູ້ທີ່ຮັກສຸຂະພາບ ຫລື ຄົນທີ່ມີອາການເລືອດຈາງ ການເບິ່ງແຍງດູແລຕົນເອງໃນເລື່ອງຂອງການບຳລຸງເລືອດເປັນ ເລື່ອງທີ່ສຳຄັນ ເຊິ່ງການເລືອກກິນອາຫານກໍມີສ່ວນຊ່ວຍເຮັດໃຫ້ເລືອດສົມບູນໄດ້ ອາຫານທີ່ວ່ານີ້ມັກຈະອຸດົມໄປດ້ວຍທາດ ເຫລັກ ແລະ ໂປຣຕິນ ດັ່ງນີ້ :

ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ? - Visit Laos Visit SALANA BOUTIQUE HOTEL - ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ?
ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ? - Visit Laos Visit SALANA BOUTIQUE HOTEL - ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ?
  • ເຂົ້າເສີມທາດເຫລັກ, ເຂົ້າເບລ, ເຂົ້າເໝົ້າ, ເຂົ້າກ່ຳ ແລະ ເຂົ້າຫອມມະລິ ຖືໄດ້ວ່າມີຄາໂບໄຮເດຣດສູງ ແລະ ຍັງມີທາດ ເຫລັກ, ກົດໂຟລິກ ແລະ ຄລໍໂຣຟິລ ເຊິ່ງເປັນສານທີ່ມີໂມເລກຸນຄ້າຍຄືກັບຮີໂມໂກລບິນໃນເມັດເລືອດແດງ ຈຶ່ງເໝາະສົມ ສຳລັບຜູ້ທີ່ຕ້ອງການທາດເຫລັກ.
  • ທັນຍາພືດ ໄດ້ແກ່ ຖົ່ວແດງ, ຖົ່ວດຳ, ຖົ່ວອາວມັອນ, ໝາກເດືອຍ, ແກ່ນໝາກອຶ ເປັນຕົ້ນ ເປັນແຫ່ລງຂອງອາຫານທີ່ອຸ ດົມໄປດ້ວຍສານອາຫານທີ່ມີປະໂຫຍດ ທັງໂປຣຕິນ, ເສັ້ນໄຍອາຫານ, ວິຕາມິນ B, ສານຕ້ານອະນຸມູນອິດສະລະ, ທາດ ເຫລັກ, ສັງກະສີ, ທອງແດງ ແລະ ແມັກນີຊຽມ.
  • ພືດຜັກໃບສີຂຽວເຂັ້ມ ເຊັ່ນ : ຜັກບົ້ງ, ໜໍ່ໄມ້ຝຣັ່ງ, ຜັກຫົມ, ຜັກກາດນາ, ຜັກກະລ່ຳດອກ, ແຕ່ອາຫານເຫລົ່ານີ້ຄວນກິນ ຮ່ວມກັບອາຫານທີ່ມີວິຕາມິນ C ຫລາຍ ເຊັ່ນ : ໝາກຫຸ່ງ, ໝາກກ້ຽງ ຫລື ໝາກສີດາ ເພື່ອຊ່ວຍໃຫ້ຮ່າງກາຍດູດຊຶມ ທາດເຫລັກໄດ້ດີ.
  • ເລືອດ, ຕັບ, ຊີ້ນສັດຕ່າງໆ ຫາກຢາກກິນອາຫານທີ່ມີທາດເຫລັກສູງກໍບໍ່ຄວນພາດລາຍການອາຫານທີ່ປະກອບໄປດ້ວຍ ເລືອດ, ຕັບ ແລະ ຊີ້ນສັດ.
  • ໝາກເຜັດ, ຜັກທຽມ ແລະ ຂີ້ໝິ້ນ ຊ່ວຍໃຫ້ການໄຫລວຽນຂອງເລືອດເປັນໄປໄດ້ດີ ແລະ ຍັງຊ່ວຍຫລຸດຄວາມດັນເລືອດ ໃຫ້ຢູ່ໃນເກນປົກກະຕິ.
ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ? - 5 - ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ?
ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ? - 3 - ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ?
ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ? - 4 - ເລືອດຈາງ ນຳໄປສູ່ພະຍາດຫຍັງໄດ້ແດ່ ?