ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້

ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້ - insomnia2 - ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້
ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້ - Untitled design 1 - ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້

 

  1. ຈັດຫ້ອງນອນໃຫ້ເໝາະສົມແກ່ການນອນ ຢ່າໃຫ້ມີສຽງລົບກວນ, ຄວນປັບອຸນຫະພູມຫ້ອງນອນໃຫ້ເໝາສົມ ບໍ່ຮ້ອນ ຫລື ໜາວເກີນໄປ. ສິ່ງສຳຄັນຄື ຫ້ອງນອນຄວນມິດງຽບ ເພື່ອການນອນຫລັບທີ່ດີ ມີປະສິດທິພາບ, ຄວນປິດໂທລະສັບມືຖື ຫລື ເອົາໄປວາງໄວ້ໃຫ້ໄກຈາກໂຕເຮົາ.
  2. ຫລີກເວັ້ນການດື່ມເຄື່ອງດື່ມທີ່ມີກາເຟອີນ ຫລັງໄລຍະເວລາບ່າຍໂມງຈົນເຖິງກ່ອນນອນ.
  3. ກ່ອນນອນ ໃຫ້ດື່ມນົມອຸ່ນໆຈັກຈອກ ຫລື ດື່ມນ້ຳຂີງອຸ່ນໆຈະຊ່ວຍໃຫ້ຫລັບສະບາຍຍິ່ງຂຶ້ນ ທັງນີ້ຄວນລະວັງໃນຜູ້ທີ່ນອນ ຫລັບຍາກຈາກຄວາມຮ້ອນພາຍໃນອາດປັບມາດື່ມຢາຫອມທີ່ມີລິດຫອມເຢັນ ຊົງດື່ມກ່ອນນອນແທນ.
  4. ບໍ່ຄວນນອນເວັນ ເພາະອາດລົບກວນການນອນໃນຕອນກາງຄືນໄດ້ ຖ້າງ່ວງນອນຫລາຍໃຫ້ເຊືອບຫລັບ ປະມານ 15 – 30 ນາທີ ຫລັງຈາກກິນເຂົ້າສວາຍແລ້ວ ແລະ ບໍ່ຄວນເຊືອບຫລັບເກີນ 1 ຊົ່ວໂມງເປັນເດັດຂາດ ຫລັງຈາກ 15:00 ໂມງໄປແລ້ວບໍ່ຄວນນອນລັດຫົວແລງ ເພາະຈະເຮັດໃຫ້ຕື່ນມາມີອາການມຶນງົງໄດ້.
  5. ນອນໃຫ້ພຽງພໍ ຢ່ານອນຫລາຍເກີນໄປ ຫລັງຕື່ນນອນຄວນລຸກອອກຈາກຕຽງ ແລ້ວຍ່າງໄປສືບອາການຍາມເຊົ້າ, ຄວນນອນຫລັບສະໜິດໃນໄລຍະເວລາ 22:00 ໂມງ ເຖິງ 02:00 ໂມງ ເພາະເປັນໄລຍະທີ່ຮ່າງກາຍກຳລັງຟື້ນຟູຕົນ ເອງ.
  6. ເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາ ເຮັດໃຫ້ຕິດເປັນນິໄສ.
  7. ຖ້ານອນບໍ່ຫລັບເກີນ 15 – 20 ນາທີ ຄວນລຸກອອກຈາກຕຽງມາຫາກິດຈະກຳຢ່າງອື່ນເຮັດ ເຊັ່ນ : ຟັງເພງ, ຟັງດົນຕີ ແນວທຳມະຊາດ ທີ່ຟັງແລ້ວຮູ້ສຶກຜ່ອນຄາຍ, ອ່ານໜັງສືວິຊາການ ຫລື ທຳມະ, ຝຶກສະມາທິກ່ອນນອນ, ສືບດົມກິ່ນ ຫອມເຢັນຈາກເຄື່ອງພົ່ນອະໂຣມ່າ ເຊັ່ນ : ກິ່ນນ້ຳມັນຫອມລະເຫີຍຈາກດອກມະລິ ຫລື ດອກລາເວັນເດີ, ຫລີກເວັ້ນການ ເບິ່ງໂທລະພາບ ຫລື ຫລິ້ນຄອມພິວເຕີ ເພາະແສງຈາກຈໍຈະກະຕຸ້ນໃຫ້ສະໝອງຕື່ນໂຕ, ຫລີກເວັ້ນການກິນອາຫານຄາບ ເດິກ ຫລື ດື່ມນ້ຳຫລາຍກ່ອນນອນ, ຫລີກເວັ້ນກິດຈະກຳທີ່ໃຊ້ຄວາມຄິດ ຫລື ຄວາມເຄັ່ງຄຽດ.
  8. ອອກກຳລັງກາຍຢ່າງສະໝ່ຳສະເໝີ ຢ່າງໜ້ອຍມື້ລະ 30 – 45 ນາທີ, 3 – 4 ເທື່ອຕໍ່ອາທິດ ການອອກກຳລັງກາຍຈະ ຊ່ວຍຫລຸດຄວາມເຄັ່ງຄຽດທາງອາລົມ ແລະ ຮ່າງກາຍໄດ້ ຫາກອອກກຳລັງກາຍໃນຕອນເຊົ້າຈະດີທີ່ສຸດ, ເນັ້ນອອກ ກຳລັງກາຍແບບຄາດີໂອ ເພື່ອກະຕຸ້ນໃຫ້ເລືອດລົມໄຫລວຽນ, ບໍ່ຄວນອອກກຳລັງກາຍຕອນເດິກ ຫລື ໃກ້ເວລາເຂົ້ານອນ ເພາະອຸນຫະພູມໃນຮ່າງກາຍຈະສູງຂຶ້ນ ແລະ ໄປກະຕຸ້ນສະໝອງໃຫ້ເຮັດວຽກ ຈະເຮັດໃຫ້ທ່ານນອນຫລັບຍາກກ່ວາ ເກົ່າ.
ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້ - Visit Laos Visit SALANA BOUTIQUE HOTEL - ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້
ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້ -    AD conten website - ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້
ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້ - lattana banner - ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້
ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້ - lattana banner 1 - ນອນບໍ່ຫລັບ 8 ວິທີນີ້ຊ່ວຍທ່ານໄດ້
error: Alert: ເນື້ອຫາຂ່າວມີລິຂະສິດ !!