ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ

ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ - khorthan - ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ
ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ - Untitled design 1 - ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ອອກໜັງສືແຈ້ງການ ເລກທີ 1697 /ຮສສ.ນວ ລົງໃນວັນທີ 11 ຕຸລາ 2021 ເລື່ອງການແກ້ໄຂບັນຫາຄົນເລ່ລ້ອນຂໍທານ ໃນນະຄອນຫລວງວຽງຈັນ ໂດຍແຈ້ງມາຍັງທ່ານຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ 9 ຕົວເມືອງໃຫ້ຊາບວ່າ: ປັດຈຸບັນມີຄົນເລ່ລ້ອນຂໍທານທີ່ມາຈາກຕ່າງເມືອງ, ຕ່າງແຂວງ ເຄື່ອນໄຫວໄປມາຢູ່ພາຍໃນຂອບເຂດເທດສະບານ ນະຄອນຫລວງວຽງຈັນເປັນຈໍານວນຫລາຍ.

ຕໍ່ບັນຫາດັ່ງກ່າວ, ຖ້າໃນກໍລະນີຫາກບັນດາທ່ານຫາກພົບເຫັນຄົນເລ່ລ້ອນຂໍທານ ທີ່ໄດ້ເຄື່ອນໄຫວໄປມາຢູ່ພາຍໃນຂອບເຂດເມືອງຂອງບັນດາທ່ານ ແມ່ນໃຫ້ຮີບຮ້ອນປະສານສົມທົບກັບພາກ່ວນທີ່ກ່ຽວຂ້ອງ ເກັບກໍາຂໍ້ມູນຊີວະປະຫວັດລະອຽດເປັນລາຍລັກອັກສອນເຊັ່ນ: (ຊື່, ອາຍຸ, ຊື່ພໍ່, ຊື່ແມ່, ບ້ານຢູ່ປັດຈຸບັນ, ເບີໂທລະສັບຂອງຍາດພີ່ນ້ອງ ແລະ ອື່ນໆ) ຫລັງຈາກນັ້ນໃຫ້ປະສານສົມທົບກັບອົງການປົກຄອງເມືອງ, ເຈົ້າໜ້າທີ່ປ້ອງການຄວາມສະຫງົບເມືອງ, ຫ້ອງການສາທາເມືອງ ແລະ ອົງການປົກຄອງບ້ານ ເພື່ອເຮັດບົດບັນທຶກ, ສຶກສາອົບຮົມ, ໃຫ້ການຊ່ວຍເຫລືອເບື້ອງຕົ້ນ ແລະ ນໍາສົ່ງຄືນສູ່ຄອບຄົວ, ຖ້າໃນກໍລະນີເປັນຄົນຕ່າງແຂວງ ຫລື ບໍ່ມີຍາດຕິພີ່ນ້ອງແມ່ນໃຫ້ນໍາສົ່ງພວກກ່ຽວເຂົ້າສູນສົງເຄາະພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການດັ່ງນີ້:

ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ

 

ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ - 8568 220x300 - ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ

  1. ເກັບກໍາຂໍ້ມູນປະຫວັດຂອງຄົນເລ່ລ້ອນຂໍທານລະອຽດ, ເຊັນຢັ້ງຢືນຈາກຄະນະຮັບຜິດຊອບຂັ້ນຂອງຕົນ (ຫ້ອງການ ຮສສ ເມືອງ, ປກສ ເມືອງ, ຫ້ອງວ່າການເມືອງ ແລະ ອົງການປົກຄອງບ້ານ)
  2. ກວດສຸຂະພາບ ແລະ ຢັ້ງຢືນຜົນການປອດເຊື້ອພະຍາດໂຄວິດ-19 ຈາກຂະແໜງສາທາ;
  3. ຊ່ວຍເຫລືອ ແລະ ນໍາສົ່ງຄົນເລ່ລ້ອນຂໍທານເຂົ້າສູນສົງເຄາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫລວງວຽງຈັນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງແຈ້ງການສະບັບນີ້ດ້ວຍ.

 

ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ -    AD conten website - ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ
ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ - lattana banner - ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ
ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ - lattana banner 1 - ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາຄົນເລ່ລ້ອນຂໍທານ
error: Alert: ເນື້ອຫາຂ່າວມີລິຂະສິດ !!