ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ

ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ - 244965001 586627262785978 4281481013872326533 n - ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ
ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ - Untitled design 1 - ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ

ໃນວັນທີ 12 ຕຸລາ 2021 ນີ້, ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ​ໄຊສົມພອນ ພົມວິຫານ ປະທານຄະ​ນະ​ປະ​ຈຳສະພາແຫ່ງຊາດ ໂດຍມີ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍບັນດາຄະນະປະຈໍາສະພາແຫ່ງຊາດແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ກອງປະຊຸມໃນຄັ້ງນີ້, ກໍເພື່ອເປັນການປຶກສາຫາລື ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດໃນສັງຄົມ, ສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເພື່ອເປັນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ.

ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ - Visit Laos Visit SALANA BOUTIQUE HOTEL - ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ

ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ - 244789012 586627212785983 9221476499253039727 n 300x200 - ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ

ທ່ານ ໄຊ​ສົມພອນ ພົມ​ວິ​ຫານ ກ່າວ​ວ່າ: ເນື້ອໃນທີ່ນໍາມາພິຈາລະນາຢູ່ກອງປະຊຸມຮ່ວມໃນຄັ້ງນີ້ ລ້ວນແຕ່ເປັນວຽກງານມີຄວາມສໍາຄັນ ຕິດພັນກັບສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ. ສະນັ້ນ, ສະພາແຫ່ງຊາດ, ສານປະຊາຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ຕ້ອງໄດ້ພ້ອມກັນປະກອບຄໍາເຫັນ, ພິຈາລະນາດ້ວຍເຫດດ້ວຍຜົນຖືເອົາຜົນປະໂຫຍດສ່ວນລວມຂອງຊາດ, ຂອງປະຊາຊົນເປັນສໍາຄັນສຸດ ທັງນີ້ກໍເພື່ອສ້າງຄວາມເປັນເອກະພາບ ກ່ຽວກັບວິທີການແກ້ໄຂວຽກງານໃນຕໍ່ໜ້າ ໃຫ້ມີບາດກ້າວຫັນປ່ຽນທີ່ດີຂຶ້ນ. ດັ່ງນັ້ນ, ເພື່ອເຮັດໃຫ້ການດໍາເນີນກອງປະຊຸມໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ນັ້ນ, ຮຽກຮ້ອງມາຍັງບັນດາທ່ານ ຄະນະນໍາຂອງສານປະຊາຊົນສູງສຸດ, ຄະນະນໍາຂອງອົງການໄອຍະການປະຊາຊົນສູງສຸດ, ຄະນະປະຈໍາສະພາແຫ່ງຊາດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ແລະ ເອົາໃຈ ໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນໃສ່ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ກອງປະຊຸມໄດ້ພ້ອມກັນປຶກສາຫາລື 2 ຫົວຂໍ້ຄື: ການດໍາເນີນຄະດີ 3 ຂັ້ນ ຕາມທີ່ກໍານົດໄວ້ໃນມາດຕາ 90 ຂອງລັດຖະທໍາມະນູນ ສະບັບປັບປຸງປີ 2015, ລົງເລິກການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 012/ສພຊ, ລົງວັນທີ 22 ມິຖຸນາ 2017 ວ່າດ້ວຍຍົກສູງຄຸນນະພາບ ການດໍາເນີນຄະດີຢູ່ສານຂັ້ນຕົ້ນ ແລະ ຂັ້ນອຸທອນຂອງສານປະຊາຊົນ ແລະ ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 012/ສພຊ, ລົງວັນທີ 22 ມີຖຸນາ 2017 ກ່ຽວກັບການຍົກສູງຄຸນນະພາບການປະຕິບັດສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການເຂົ້າຮ່ວມໃນການດໍາເນີນຄະດີແພ່ງຢູ່ທີ່ປະຊຸມສານ ແລະ ການປະຕິບັດພາລະບາດຕິດຕາມກວດກາຕາມມາດຕາ 390 ຂອງປະມວນກົດໝາຍອາຍາ ສະບັບປີ 2017 ຂອງອົງການໄອຍະການປະຊາຊົນ ກ່ຽວກັບການຕົກລົງຂອງບຸກຄົນທີ່ມີສິດກ່ຽວຂ້ອງ ກ່ຽວກັບການສືບສວນ-ສອບສວນ, ການສັ່ງຟ້ອງ, ການອອກຄໍາສັ່ງ, ຄໍາຊີ້ຂາດ, ຄໍາຕັດສິນ, ຄໍາພິພາກສາ ແລະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ບໍ່ຖືກຕ້ອງຕາມກົດໝາຍ.

ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ - lattana banner 1 - ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ
ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ - lattana banner - ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ
ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ -    AD conten website - ກອງ​ປະ​ຊຸມ​ລະ​ຫວ່າງ ສະພາແຫ່ງຊາດ-ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ
error: Alert: ເນື້ອຫາຂ່າວມີລິຂະສິດ !!