ຝຶກອົບຮົມ “ການເງິນ-ການບັນຊີ ແລະ ທຸລະກໍາທາງທະນາຄານ” ໃຫ້ພະນັກງານພະແນກກວດສອບຄືນການແຈ້ງພາສີ

ປັດຈຸບັນກະຊວງການເງິນ ກໍ່ຄືຢູ່ໃນຂົງເຂດວຽກງານຂະແໜງພາສີ ກຳລັງຂຸ້ນຂ້ຽວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ບັນລຸຕາມລະດັບຄາດໝາຍ. ພ້ອມກັນນັ້ນ,ຍັງເປັນການສຸ່ມໃສ່ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.
ສະນັ້ນ, ໃນວັນທີ 11 ຕຸລາ 2021 ຜ່ານມານີ້, ໄດ້ມີການເປີດຊຸກຝຶກອົບຮົມວຽກງານ “ການເງິນ-ການບັນຊີ ແລະ ທຸລະກໍາທາງທະນາຄານ” ໃຫ້ແກ່ພະນັກງານພະແນກກວດສອບຄືນການແຈ້ງພາສີ ກົມພາສີ ກະຊວງການເງິນ,ໂດຍການເປັນປະທານຂອງທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ແລະ ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມບັນຊີ ກະຊວງການເງິນ, ມີຄະນະພະແນກ, ຄະນະຮັບຜິດຊອບຈັດຝຶກອົບຮົມ, ນັກວິທະຍາກອນ, ນັກສຳມະນາກອນເຂົ້າຮ່ວມ.
ສຳລັບຊຸດຝຶກອົບຮົມຫົວຂໍ້: “ການເງິນ-ການບັນຊີ ແລະ ທຸລະກໍາທາງທະນາຄານ” ເປັນການສ້າງຄວາມເຂັ້ມແຂງ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ເຈົ້າໜ້າທີ່ພາສີກວດສອບຄືນການແຈ້ງພາສີ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໄລຍະໃໝ່ ແລະ ເປັນພື້ນຖານໃຫ້ແກ່ການຄຸ້ມຄອງວຽກງານການເງິນ, ການກວດກາພາຍໃນວິສາຫະກິດ ແລະ ການກວດກາຈາກພາຍນອກ, ໃຫ້ມີຄວາມໂປງໃສ, ຖືກຕ້ອງ, ຍຸຕິທຳ, ຊຶ່ງພະນັກງານ-ເຈົ້າໜ້າທີ່ພາສີຢູ່ພະແນກກວດສອບຄືນການແຈ້ງພາສີ, ຕ້ອງໄດ້ເຂົ້າໃຈວຽກງານກວດສອບບັນຊີ ແລະ ສາມາດນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນລວມທັງການກວດສອບຄືນບັນດາຂໍ້ມູນທັງໝົດ ກ່ຽວກັບການແຈ້ງພາສີ, ບັນດາເອກະສານອ້າງອີງການນຳເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ. ໃນນັ້ນ, ມີຂໍ້ມູນການຊໍາລະສະສາງ, ຂໍ້ມູນດ້ານການເງິນ, ການບັນຊີ ແລະ ອື່ນໆ.
ຊຸດຝຶກອົບຮົມຄັ້ງນີ້,ໃຊ້ເວລາທັງໝົດ 5 ວັນ, ບັນດານັກສຳມະນາກອນ, ໄດ້ຮັບຟັງການເຜີຍແຜ່, ແນະນໍາກ່ຽວກັບລະບົບບັນຊີວິສາຫະກິດ ແລະ ລະບຽບຫຼັກການດ້ານບັນຊີ, ສາລະບານບັນຊີວິສາຫະກິດ, ຫຼັກການບັນຊີຄູ່,ເຕັກນິກການບັນທຶກບັນຊີ, ບັນດາລາຍການເຄື່ອນໄຫວທີ່ເກີດຂຶ້ນ ລວມທັງການສ້າງເອກະສານລາຍງານການເງິນ, ເພື່ອສາມາດຄຸ້ມຄອງຕິດຕາມການນໍາເຂົ້າ-ສົ່ງອອກສິນຄ້າຂອງຫົວໜ່ວຍທຸລະກິດ ແລະ ສາມາດກວດສອບຄືນການປະຕິບັດພັນທະດ້ານພາສີອາກອນຂອງຫົວໜ່ວຍທຸລະກິດ, ສອດຄ່ອງກັບກົດໝາຍ ແລະ ລະບຽບຫຼັກການ.