ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ

ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ - bb8bcdb12396223dd6280efa4251dd7bcff31437 - ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ
ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ - kitchen vibe - ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ

ການທົດລອງວັກຊີນ ສະປຸດນິກ ວີ ຊະນິດສີດພົ່ນທາງດັງກຳລັງຈະເລີ່ມຂຶ້ນ ຫລັງຈາກຣັດເຊຍຕ້ອງຜະເຊີນກັບຕົວເລກຜູ້ເສຍຊີວິດສູງສຸດນັບແຕ່ເລີ່ມລະບາດ.

ວັນທີ 12 ຕຸລາ 2021, ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ: ທາງການຣັດເຊຍຈະເລີ່ມທົດລອງການນຳໃຊ້ວັກຊີນປ້ອງກັນພະຍາດໂຄວິດ-19 ສະປຸດນິກ ວີ (Sputnik V) ໃນຮູບແບບຂອງສະເປສີດດັງ ກັບບັນດາອາສາສະໝັກໄວຜູ້ໃຫຍ່ ທ່າມກາງຕົວເລກຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃນປະເທດຍັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ - Visit Laos Visit SALANA BOUTIQUE HOTEL - ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ

ຣັດເຊຍເປັນປະເທດທຳອິດທີ່ອະນຸມັດໃຊ້ວັກຊີນປ້ອງກັນໂຄວິດ-19 ໃນປີຜ່ານມາ, ແຕ່ຫລັງຈາກນັ້ນພັດບໍ່ສາມາດກະຈາຍວັກຊີນໄດ້ວ່ອງໄວ. ຂະນະທີ່ມີການຄາດການວ່າ: ເກີດຈາກການທີ່ຊາວຣັດເຊຍບໍ່ເຊື່ອໝັ້ນໃນລັດຖະບານ ແລະ ຢ້ານຜະລິດຕະພັນທາງການແພດຊະນິດໃໝ່.

ສຳລັບວັກຊີນໃນຮູບແບບສະເປສີດດັງຈະມີການສີດໃນປະລິມານ 2 ໂດສ ໂດຍໃຊ້ຄລີນິກແຫ່ງໜຶ່ງໃນນະຄອນເຊນປີເຕີສະເບິກ ແຕ່ຍັງບໍ່ໄດ້ລະບຸເຖິງວັນທົດລອງທີ່ແນ່ນອນ.

ໃນມື້ດຽວກັນ, ປະທານາທິບໍດີ ວະລາດິເມຍ ປູຕິນ ໄດ້ກ່າວວ່າ: ຣັດເຊຍຈະຕ້ອງເລັ່ງກະຈາຍວັກຊີນ ຫລັງຈາກມີຈຳນວນຜູ້ເສຍຊີວິດພາຍໃນວັນດຽວສູງທີ່ສຸດນັບແຕ່ເກີດການລະບາດເປັນຕົ້ນມາ ໂດຍໃນເດືອນກ່ອນ ຜູ້ນຳຣັດເຊຍເຄີຍຕ້ອງເຂົ້າຮັບການປິ່ນປົວມາແລ້ວ ເນື່ອງຈາກຄົນອ້ອມຂ້າງຕິດເຊື້ອເປັນຈຳນວນຫລາຍ.

ປັດຈຸບັນ ຣັດເຊຍມີຜູ້ທີ່ໄດ້ຮັບວັກຊີນຄົບໂດສແລ້ວ 45,1 ລ້ານຄົນ ຫລື 31,3% ຂອງຈຳນວນປະຊາກອນທັງໝົດ.

ອ້າງອີງ:

https://www.reuters.com/…/russia-test-covid-19-vaccine…/

ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ - 4 - ຣັດເຊຍວາງແຜນທົດລອງ ວັກຊີນ ‘ສະປຸດນິກ ວີ’ ແບບສີດໃສ່ດັງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!