ເຄັດລັບແບ່ງເງິນເປັນ 5 ກອງ ພິກຊີວິດໃຫ້ດີຂຶ້ນໄດ້
October 21, 2021 - 10:00 AM

ຫາກສົມມຸດວ່າທ່ານມີລາຍໄດ້ປະມານເດືອນລະ 2.000.000 ກີບ ໃຫ້ທ່ານແບ່ງເງິນດັ່ງກ່າວອອກເປັນ 5 ກອງ ດັ່ງນີ້ :
- ກອງທີ 1 : ຄ່າໃຊ້ຈ່າຍ 600.000 ກີບ (30%) : ເປັນຄ່າໃຊ້ຈ່າຍສຳລັບໃຊ້ໃນຊີວິດປະຈຳວັນ, ຄ່າອາຫານ, ຄ່າ ເດີນທາງ, ໃນການກິນໃຫ້ເນັ້ນອາຫານທີ່ດີຕໍ່ສຸຂະພາບ ແລະ ປະຢັດ, ຕັດອາຫານທີ່ແພງຟຸມເຟືອຍ ແລະ ບໍ່ຈຳເປັນ ຖິ້ມໄປ ເຊັ່ນ : ບຸບເຟ້ແພງໆ, ກາເຟຍີ່ຫໍ້ທີ່ມີລາຄາແພງ, ເຂົ້າໜົມກິນຫລິ້ນ ຖ້າທ່ານຕັດສິ່ງເຫລົ່ານີ້ອອກໄປໄດ້ ຮັບ ຮອງວ່າເງິນຈຳນວນ 600.000 ກີບ ໃຊ້ຢູ່ ໃຊ້ກິນໄດ້ຢ່າງພຽງພໍແນ່ນອນ.
- ກອງທີ 2 : ສ້າງສາຍສຳພັນ 400.000 ກີບ (20%) : ເງິນສ້າງຄວາມສຳພັນ ຫລື ສ້າງສາຍພົວພັນກັບຄົນ ອື່ນໆ ເຊັ່ນ : ລົງທຶນລ້ຽງອາຫານໃຫ້ແກ່ຄົນທີ່ມີຄວາມຮູ້ຄວາມສາມາດທີ່ເຂົາມີຄວາມເກັ່ງກ່ວາທ່ານ ເພື່ອໂອ້ລົມ ສົນທະນາແລກປ່ຽນຄວາມຮູ້ ຮຽນຮູ້ທັດສະນະຄະຕິ ແລະ ວິໄສທັດດ້ານຕ່າງໆຈາກເຂົາ ຄາບໜຶ່ງອາດໃຊ້ເງິນຢູ່ ປະມານ 100.000 ກີບ ເຖິງ 150.000 ກີບ ເຊິ່ງທ່ານອາດຈະເອົາເງິນພາກສ່ວນນີ້ໄປລ້ຽງອາຫານໄດ້ປະມານ 3 – 4 ເທື່ອ ສະເລ່ຍແລ້ວຕົກອາທິດລະເທື່ອ ດັ່ງນັ້ນ ທ່ານຈະຕ້ອງຄິດໃຫ້ຮອບຄອບວ່າທ່ານຈະຕ້ອງເອົາເງິນນີ້ໄປ ກິນລ້ຽງກັບໃຜ ເມື່ອຄົບປີໜຶ່ງທ່ານຈະຮູ້ຈັກຜູ້ຄົນຫລວງຫລາຍຂຶ້ນຢ່າງແນ່ນອນ ອາດໄດ້ຮັບຄວາມຊ່ວຍເຫລືອ ດີໆຈາກບຸກຄົນເຫລົ່ານັ້ນ ແລະ ໂອກາດທາງທຸລະກິດຫລວງຫລາຍໃນອະນາຄົດນຳອີກ.
- ກອງທີ 3 : ການສຶກສາ 300.000 ກີບ (15%) : ຫາກທ່ານບໍ່ໄດ້ເກີດມາຮັ່ງມີລ້ຳລວຍ ຫລື ມີມໍລະດົກຫລວງ ຫລາຍ ການສຶກສາຖືເປັນສິ່ງທີ່ຈຳເປັນທີ່ຈະຊ່ວຍໃຫ້ທ່ານພັດທະນາຖານະໄດ້ຢ່າງຂ້າມຂັ້ນ ໂດຍການຊື້ໜັງສືລົງ ທຶນມາອ່ານ ແລະ ສຶກສາເອງ, ການສະໝັກເຂົ້າຮຽນຫລັກສູດດີໆໃນການລົງທຶນ ຫລື ສຶກສາຜ່ານຊ່ອງທາງອອນ ລາຍ ກໍຂຶ້ນກັບຄວາມສະດວກຂອງທ່ານເອງ.
- ກອງທີ 4 : ຊື້ຄວາມສຸກ 200.000 ກີບ (20%) : ການຊື້ຄວາມສຸກໃຫ້ຕົນເອງໂດຍສະເພາະການທ່ອງທ່ຽວ ຕ່າງແຂວງ ຫລື ຕ່າງປະເທດໂຕຄົນດຽວຢ່າງໜ້ອຍປີລະເທື່ອຈະເຮັດໃຫ້ມີປະສົບການຫລາຍຂຶ້ນ ເມື່ອທ່ານຕ້ອງຢູ່ ຕ່າງແດນ ທີ່ໃຊ້ຄົນລະພາສາ, ໃຊ້ເງິນຄົນລະສະກຸນ, ບໍ່ຮູ້ຈັກໃຜເລີຍ ເປັນການຝຶກທັກສະການເອົາໂຕລອດ ທີ່ທ່ານ ຈະຕ້ອງງັດທຸກຄວາມສາມາດທີ່ມີອອກມາໃຊ້ໃນການທ່ອງທ່ຽວຮອບນີ້ ເມື່ອທ່ານເຮັດສຳເລັດ ແລະ ຜ່ານມັນໄປ ໄດ້ ທ່ານຈະຄົ້ນພົບວ່າ ໃນໂຕທ່ານນັ້ນມີພະລັງເຕັມລົ້ນ ເພື່ອທີ່ຈະໄປສ້າງສິ່ງທີ່ຍິ່ງໃຫຍ່ຕໍ່ໄປໃນຊີວິດໄດ້ອີກຫລວງ ຫລາຍ ທ່ານຈະບໍ່ຈົມຢູ່ກັບສິ່ງເກົ່າໆ ແລະ ອາດໄດ້ເຫັນໂອກາດທາງທຸລະກິດດີໆຢູ່ຕ່າງປະເທດນຳອີກ.
- ກອງທີ 5 : ເພື່ອການລົງທຶນ 500.000 ກີບ (25%) : ເງິນກອງທີ 5 ຈະເປັນໂຕຊ່ວຍທີ່ສຳຄັນທີ່ຈະເຮັດໃຫ້ ທ່ານປະສົບຄວາມສຳເລັດ ບໍ່ວ່າທຸລະກິດນັ້ນຈະສຳເລັດ ຫລື ລົ້ມເຫລວກໍຕາມ ມັນກໍຈະເຮັດໃຫ້ທ່ານມີປະສົບການ ແລະ ຄວາມເຊື່ອໝັ້ນໃນຕົນເອງໃນການທີ່ຈະເປັນເຖົ້າແກ່ຂອງທຸລະກິດຂອງຕົນເອງ ອາດເລີ່ມຕົ້ນໂດຍທຸລະກິດ ນ້ອຍໆ ແລ້ວຄ່ອຍໆຂະຫຍາຍ ຫລື ເລີ່ມຕົ້ນລົງທຶນໃນຫຸ້ນດີໆຈັກຢ່າງ ເຊື່ອວ່າເມື່ອຜ່ານໄປ 5 ປີ ສິ່ງທີ່ທ່ານລົງທຶນ ໄປ ມັນຍ່ອມປົ່ງດອກອອກໝາກຢ່າງແນ່ນອນ.
- ຫາກທ່ານຢາກລອງເຮັດຕາມ ບໍ່ຈຳເປັນຕ້ອງແບ່ງອັດຕາສ່ວນຕາມທີ່ ກ່າວມາຂ້າງເທິງກໍໄດ້ ໃຫ້ແບ່ງຕາມຄວາມ ຈຳເປັນທີ່ເຮັດໄດ້ໃນແຕ່ລະຄົນ, ແຕ່ຄວນແບ່ງອອກເປັນ 5 ກອງສະເໝີ. ຄົນໜຸ່ມສາວໃນຍຸກນີ້ ນິຍົມກັນອອກໄປ ກິນເຂົ້ານອກເຮືອນ, ຊື້ເຄື່ອງນຸ່ງ, ເກີບ, ກະເປົ໋າລາຄາແພງ ແລ້ວໂພສລົງໃນໂລກອອນລາຍ ເຊິ່ງສິ່ງເຫລົ່ານີ້ຈະ ເຮັດໃຫ້ພວກເຂົາມີຄວາມສຸກໄດ້ພຽງໃນໄລຍະເວລາສັ້ນໆເທົ່ານັ້ນ, ແຕ່ຊ້ຳພັດຕ້ອງເສຍເງິນໄປເປັນຈຳນວນ ຫລາຍ ໂດຍທີ່ຄວນຈະເກັບທ້ອນໄວ້ເພື່ອສ້າງທຸລະກິດ ຫລື ການລົງທຶນໃນອະນາຄົດ ຫາກຢາກພິກຊີວິດຕົນເອງ ແທ້ໆ ທ່ານຕ້ອງຮູ້ວ່າອັນໃດຄວນ ອັນໃດບໍ່ຄວນ ແລະ ຮູ້ຈັກຫ້າມຈິດໃຈບໍ່ໃຫ້ເຮັດໃນສິ່ງທີ່ບໍ່ຄວນເຮັດ ເຊິ່ງລະ ບຽບວິໄນກໍເປັນອີກເລື່ອງສຳຄັນ ຫາກລົງມືເຮັດແລ້ວກໍຕ້ອງເຮັດໃຫ້ຕໍ່ເນື່ອງ ຢ່າງໜ້ອຍໆ 5 ປີ ຈຶ່ງຈະເຫັນຜົນ.