ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF

ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF - 245124583 587797359335635 583653505842320754 n - ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF
ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF - kitchen vibe - ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF
ໃນວັນທີ 12 ຕຸລາ 2021 ທີ່ສະພາແຫ່ງຊາດ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ປະທານ​ຄະນະສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ຂອງສະພາ​ແຫ່ງ​ຊາດ​ລາວ ພ້ອມທັງເປັນຄະນະບໍລິຫານງານ ຜູ້ປະຈຳການພາກພື້ນອາຊີ-ປາຊີຟິກຂອງAPF ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ຈັດຂຶ້ນທີ່ນະຄອນຫຼວງປາຣີ ປະເທດຝ​ຣັ່ງ ໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ອາມາດູ ສູມາໂຮໂຣ ປະທານສະພາແຫ່ງຊາດ ແຫ່ງກົດດີວົວ ທັງເປັນປະທານຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີໂດຍມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ຕົວແທນຈາກປະເທດທີ່ໃຊ້ພາສາຝຣັ່ງ​ເຂົ້າ​ຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳ​​ຂອງອົງການສະມັດຊາ​ລັດຖະສະພາທີ່​ໃຊ້​ພາສາ​ຝຣັ່ງ​ໃນໄລຍະຜ່ານມາ ແລະ ແຜນການໃນ​ຕໍ່​ໜ້າ, ບົດລາຍງານຂອງຜູ້ປະຈໍາການແຕ່ລະພາກພື້ນຂອງ APF, ການລາຍງານຂອງຜູ້ບໍລິຫານງານ OIF, ການລາຍງານກ່ຽວກັບສະພາບການທາງດ້ານການເມືອງ ແລະ ການຮັບມືກັບພະຍາດໂຄວິດ-19 ຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ. ນອກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປຶກສາຫາລືກັນກ່ຽວກັບການຮ່ວມມືຂອງລັດຖະສະພາ, ໂຄງການຮ່ວມມືຕ່າງໆຂອງ APF ແລະ ການປຶກສາຫາລືກ່ຽວກັບການກະກຽມກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ທີ່ຈະຈັດຂຶ້ນທີ່ Djerba ໃນລະຫວ່າງວັນທີ 20-21 ພະຈິກ 2021 ທີ່ຈະມາເຖິງນີ້.
ການເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນລາວຄັ້ງນີ້ ເປັນການປະຕິບັດພັນທະຕໍ່ສາກົນ ແລະ ທັງເປັນການເຜີຍແຜ່ນະໂຍບາຍ ແລະ ລະບຽບກົດໝາຍ ຂອງ ສປປ ລາວ ໃຫ້ສາກົນໄດ້ຮັບຮູ້ ເພື່ອແນໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ ໃຫ້ນັບມື້ນັບກວ້າງຂວາງຮອບດ້ານ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເຄົາລົບອຳນາດອະທິປະໄຕຂອງກັນ ແລະ ກັນ.
ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF - 3 - ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF
ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF - 5 - ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF
ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF - 4 - ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF