ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ

ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ - 121074069 gettyimages 1235300742 - ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ
ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ - Untitled design 1 - ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ

ເກະບາຫລີ-ໝູ່ເກາະຣີເຍົາຂອງອິນໂດເນເຊຍ ເປີດຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດ ຫລັງປິດເກາະມາ 18 ເດືອນ ເນື່ອງຈາກສະຖານະການໂຄວິດ-19 ລະບາດ.

ວັນທີ 14 ຕຸລາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ລູຮຸດ ບິນຊາ ປັນໄຈຕັນ ລັດຖະມົນຕີກະຊວງປະສານງານ, ກິດຈະການທາງທະເລ ແລະ ການລົງທຶນຂອງອິນໂດເນເຊຍ ເປີດເຜີຍວ່າ: ເກາະບາຫລີ ແລະ ໝູ່ເກາະຣີເຍົາ ຈະເປີດຮັບນັກທ່ອງທ່ຽວຈາກ 19 ປະເທດອີກ ນັບແຕ່ວັນທີ 14 ຕຸລາ.

ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ

ປະເທດທີ່ໄດ້ຮັບອະນຸຍາດໃຫ້ສາມາດເດີນທາງເຂົ້າເກາະບາຫລີ ແລະ ໝູ່ເກາະຣີເຍົາໃນໄລຍະທຳອິດນີ້ ປະກອບມີ ຊາອຸດິດອາຣະເບຍ, ສະຫະລັດອາຣັບເອມິເຣດ (UAE), ນິວຊີແລນ, ຄູເວດ, ບາເຣນ, ກາຕາ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫລີ, ລິກເຕນສະໄຕ, ອິຕາລີ, ຝຣັ່ງ, ໂປຣຕຸເກດ, ສະເປນ, ສະວີເດນ, ໂປແລນ, ຮົງກາລີ ແລະ ນໍເວ.

ສຳລັບນັກທ່ອງທ່ຽວຕ່າງປະເທດທີ່ຈະເດີນທາງເຂົ້າມາທ່ອງທ່ຽວຈະຕ້ອງສັກວັກຊີນຄົບ 2 ເຂັມຢ່າງໜ້ອຍ 14 ວັນກ່ອນເດີນທາງມາເຖິງອິນໂດເນເຊຍ ພ້ອມສະແດງຜົນກວດໂຄວິດ-19 ເປັນລົບ, ມີປະກັນສຸຂະພາບສຳລັບການປິ່ນປົວໂຄວິດຢ່າງໜ້ອຍ 100.000 ໂດລາ ແລະ ເມື່ອມາເຖິງແລ້ວຕ້ອງກັກຕົວເປັນເວລາ 5 ວັນ ໂດຍຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດເອງ.

ທັງນີ້, ເກາະບາຫລີຖືເປັນຈຸດໝາຍປາຍທາງຍອດນິຍົມຂອງອິນໂດເນເຊຍ ເຊິ່ງມີລາຍໄດ້ຫລັກຈາກການທ່ອງທ່ຽວເຖິງ 54% ຂອງເສດຖະກິດປະເທດ ໂດຍໃນປີ 2019 ກ່ອນເກີດໂຄວິດ-19 ລະບາດ ມີນັກທ່ອງທ່ຽວຕ່າງປະເທດເດີນທາງມາທ່ຽວເກາະແຫ່ງນີ້ສູງເຖິງ 6,2 ລ້ານຄົນ. ຂະນະທີ່ໃນປີ 2020 ເມື່ອມີການປະກາດມາດຕະການຈຳກັດການເດີນທາງ ຈຳນວນນັກທ່ອງທ່ຽວຫລຸດລົງ 6 ເທົ່າ ເຫລືອພຽງປະມານ 1 ລ້ານຄົນ ແລະ ໃນໄລຍະເດືອນມັງກອນ-ມິຖຸນາປີນີ້ ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າມສໃນບາຫລີຜ່ານທາງສະໜາມບິນພຽງ 35 ຄົນເທົ່ານັ້ນ.

ອ້າງອີງ:

https://edition.cnn.com/…/bali-riau…/index.html

https://www.reuters.com/…/doubts-over-demand-eve…/

ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ - lattana banner 1 - ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ
ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ -    AD conten website - ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ
ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ - lattana banner - ອິນໂດເນເຊຍເປີດເກາະບາຫລີ-ໝູ່ເກາະຣີເຍົາ ຮັບນັກທ່ອງທ່ຽວຕ່າງປະເທດຄັ້ງທຳອິດໃນຮອບປີເຄິ່ງ ເລີ່ມຖ້ຽວບິນຕົງຈາກ 19 ປະເທດ
error: Alert: ເນື້ອຫາຂ່າວມີລິຂະສິດ !!