ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ

ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ -              - ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ
ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ - Untitled design 1 - ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ

ໄຟໄໝ້ອາຄານສູງ 13 ຊັ້ນ ຢູ່ເມືອງເກົາສົງຂອງໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ ແລະ ໄດ້ຮັບບາດເຈັບຈຳນວນຫລາຍ. ປັດຈຸບັນຢູ່ລະຫວ່າງການສືບສວນຫາສາເຫດ.

ວັນທີ 14 ຕຸລາ 2021, ສື່ຕ່າງປະເທດລາຍງານວ່າ: ເກີດເຫດໄຟໄໝ້ອາຄານພັກອາໄສໃນໄຕ້ຫວັນ ພົບຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ ແລະ ໄດ້ຮັບບາດເຈັບຈຳນວນຫລາຍ.

ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ - Visit Laos Visit SALANA BOUTIQUE HOTEL - ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ

ທາງການໄຕ້ຫວັນເປີດເຜີຍວ່າ: ສະຖານທີ່ເກີດເຫດເປັນອາຄານເກົ່າອາຍຸປະມານ 40 ປີ ສູງ 13 ຊັ້ນ ຕັ້ງຢູ່ບໍລິເວນເຂດຢຽນເສິງ ໃນເມືອງເກົາສົງ ທາງໃຕ້ຂອງເກາະໄຕ້ຫວັນ ໂດຍໄຟເກີດຂຶ້ນໃນຕອນຂ້ອນແຈ້ງ ເຈົ້າໜ້າທີ່ໃຊ້ເວລາກວ່າ 4 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄວ້ໄດ້.

ທັງນີ້, ມີລາຍງານວ່າ: ອາຄານທີ່ເກີດເຫດມີພື້ນທີ່ບາງສ່ວນເປັນອາພາດເມັນທີ່ມີຜູ້ພັກອາໄສຢູ່ ໂດຍເຈົ້າໜ້າທີ່ໄດ້ອອກມາລະບຸວ່າ: ອາດພົບຜູ້ປະສົບເຫດຕົກຄ້າງຢູ່ບໍລິເວນຊັ້ນ 7-11 ຂອງອາຄານ ເຊິ່ງເປັນສ່ວນຂອງທີ່ພັກອາໄສ, ສ່ວນບໍລິເວນທາງລຸ່ມຂອງອາຄານ ກ່ອນໜ້ານີ້ເຄີຍເປັນທີ່ຕັ້ງຂອງຮ້ານອາຫານ, ຄາຣາໂອເກະ ແລະ ໂຮງຮູບເງົາ, ແຕ່ຖືກປະຖິ້ມໄປແລ້ວ.

ສຳນັກຂ່າວຣອຍເຕີລາຍງານວ່າ: ຫລັງຈາກເຫດການສະຫງົບລົງ ສຳນັກງານມອດໄຟຂອງເມືອງເກົາສົງໄດ້ອອກຖະແຫລງການຢືນຢັນ ພົບຜູ້ເສຍຊີວິດຈາກເຫດການນີ້ທັງໝົດ 46 ຄົນ.

ຂະນະທີ່ບີບີຊີໄດ້ອ້າງການເປີດເຜີຍຂອງແຫລ່ງຂ່າວຈາກໜ່ວຍງານມອດໄຟວ່າ: ມີການນຳເອົາຜູ້ໄດ້ຮັບບາດເຈັບໄປສົ່ງໂຮງໝໍ 79 ຄົນ ໃນຈຳນວນນັ້ນມີ 14 ຄົນອາການສາຫັດ.

ສຳລັບສາເຫດຂອງໄຟໄໝ້ຍັງບໍ່ແນ່ນອນ. ປັດຈຸບັນກຳລັງຢູ່ລະຫວ່າງການສືບສວນ ໂດຍຜູ້ຢູ່ໃນເຫດການບາງຄົນເລົ່າວ່າ: ໄດ້ຍິນສຽງລະເບີດກ່ອນເກີດເປວໄຟ. ຄາດວ່າຈະມາຈາກສາຍໄຟຟ້າຈາກພາຍນອກອາຄານ. ຂະນະທີ່ລັດຖະບານຍັງບໍ່ຕັດບັນຫາການລັກລອບຈູດໄວ້ໃນການສືບສວນຄັ້ງນີ້.

ອ້າງອີງ:

https://www.reuters.com/…/more-than-40-feared-dead…/

https://www.bbc.com/news/world-asia-58887760

ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ - lattana banner - ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ
ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ - lattana banner 1 - ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ
ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ -    AD conten website - ໄຟໄໝ້ອາຄານສູງ 13 ຊັ້ນ ໃນໄຕ້ຫວັນ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ
error: Alert: ເນື້ອຫາຂ່າວມີລິຂະສິດ !!