ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80%

ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80% - 1324046 - ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80%
ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80% - Untitled design 1 - ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80%

ສ.ເກົາຫລີ ຕັ້ງຄະນະກຳມະການກຳນົດຍຸດທະສາດຢູ່ຮ່ວມກັບໂຄວິດ-19 ກຽມພ້ອມເປີດເສດຖະກິດປະເທດ ຫລັງອັດຕາການສັກວັກຊີນຄືບໜ້າ.

ວັນທີ 14 ຕຸລາ 2021, ສຳນັກຂ່າວຣອຍເຕີລາຍງານວ່າ: ສ.ເກົາຫລີ ຈັດຕັ້ງຄະນະເພື່ອກຳນົດຍຸດທະສາດຢູ່ຮ່ວມກັບໂຄວິດ-19 ໃນໄລຍະຍາວຂຶ້ນມາ ໂດຍມີເປົ້າໝາຍຈະຜ່ອນຄາຍມາດຕະການຄວບຄຸມ ແລະ ປ້ອງກັນໂຄວິດ-19 ທີ່ໃຊ້ມາເກືອບ 2 ປີ ໃຫ້ປະຊາຊົນສາມາດກັບມາໃຊ້ຊີວິດໄດ້ຕາມປົກກະຕິອີກ.

ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80% - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80%

ຄະນະດັ່ງກ່າວຈັດປະຊຸມເພື່ອຫາລືແນວທາງຍຸດທະສາດເປັນຄັ້ງທຳອິດໃນວັນທີ 13 ຕຸລາ ໂດຍມີນາຍົກລັດຖະມົນຕີ ກິມ ບູຍອມ ເປັນປະທານ ຮ່ວມກັບຄະນະກຳມະການທີ່ປະກອບມີເຈົ້າໜ້າທີ່ລັດ ແລະ ຜູ້ຊ່ຽວຊານຈາກພາກພົນລະເຮືອນ.

ນາຍົກລັດຖະມົນຕີ ກິມ ບູຍອມ ກ່າວໃນກອງປະຊຸມວ່າ: ພວກເຮົາຈະເຮັດໃຫ້ໂຄວິດ-19 ເປັນພະຍາດຕິດເຊື້ອທີ່ຄວບຄຸມໄດ້ ແລະ ບໍ່ຕ້ອງຢ້ານໃນສິ່ງທີ່ເຮົາບໍ່ຮູ້ກ່ຽວກັບພະຍາດນີ້ອີກຕໍ່ໄປ ເພື່ອໃຫ້ພົນລະເມືອງ ສ.ເກົາຫລີ ກັບມາໃຊ້ຊີວິດປົກກະຕິໄດ້ຢ່າງສົມບູນ.

ເຖິງຢ່າງໃດກໍຕາມ, ນາຍົກລັດຖະມົນຕີ ສ.ເກົາຫລີ ກ່າວວ່າ: ເປັນໄປບໍ່ໄດ້ທີ່ຈະເລີກໃສ່ຜ້າອັດປາກ-ດັງທັນທີ. ພ້ອມລະບຸວ່າ: ລັດຖະບານຈຳເປັນຕ້ອງກຽມພ້ອມເຊັ່ນກັນ ຖ້າສະຖານະການການແຜ່ລະບາດກັບມາຮ້າຍແຮງອີກ.

ການເຄື່ອນໄຫວຫລ້າສຸດຂອງ ສ.ເກົາຫລີ ມີຂຶ້ນ ໃນຂະນະທີ່ອັດຕາການສັກວັກຊີນຕ້ານໂຄວິດ-19 ໃນປະເທດເພີ່ມສູງຂຶ້ນ ເຖິງວ່າຈະຢຸດສະງັກໃນໄລຍະທຳອິດ ເນື່ອງຈາກບັນຫາຂາດເຂີນວັກຊີນ ໂດຍຈາກຂໍ້ມູນທີ່ມີການເປີດເຜີຍຫລ້າສຸດ ປັດຈຸບັນມີຊາວ ສ.ເກົາຫລີ ໄດ້ຮັບວັກຊີນຢ່າງໜ້ອຍ 1 ເຂັມ ຄິດເປັນ 78,1% ແລະ ຜູ້ໄດ້ຮັບວັກຊີນຄົບ 2 ເຂັມ 60,7% ຂອງປະຊາກອນທັງໝົດໃນປະເທດ.

ຂະນະທີ່ສຳນັກຂ່າວຍອນຮັບ ສື່ ສ.ເກົາຫລີ ໄດ້ອອກມາລາຍງານເຖິງຍຸດທະສາດໃໝ່ນີ້ວ່າ: ລັດຖະບານມີເປົ້າໝາຍຈະຜ່ອນຄາຍມາດຕະການຄວບຄຸມໂຄວິດ-19 ສຳລັບປະຊາຊົນທີ່ສັກວັກຊີນຕ້ານໂຄວິດຄົບແລ້ວ ແລະ ສະໜັບສະໜູນໃຫ້ຜູ້ຕິດເຊື້ອໂຄວິດທີ່ມີອາຍຸຕໍ່າກວ່າ 70 ປີ ທີ່ບໍ່ສະແດງອາການ ແລະ ບໍ່ມີອາການຮຸນແຮງປິ່ນປົວຢູ່ເຮືອນ ອີກທັງຈະໃຫ້ຄວາມສຳຄັນຕໍ່ຈຳນວນຜູ້ຕິດເຊື້ອທີ່ເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ຕົວເລກຜູ້ເສຍຊີວິດ ຫລາຍກວ່າຍອດຜູ້ຕິດເຊື້ອແຕ່ລະວັນ ເຊິ່ງຕໍ່ໄປອາກຈະບໍ່ມີການລາຍງານຕົວເລກຜູ້ຕິດເຊື້ອໃໝ່ທຸກວັນ.

ທັງນີ້, ຜ່ານມາ ສ.ເກົາຫລີ ບໍ່ເຄີຍບັງຄັບໃຊ້ການລັອກດາວເຕັມຮູບແບບ, ແຕ່ຢູ່ພາຍໃຕ້ມາດຕະການຮັກສາໄລຍະຫ່າງທາງສັງຄົມຢ່າງເຂັ້ມງວດທີ່ສຸດມາແຕ່ເດືອນກໍລະກົດ ລວມທັງການຈຳກັດເວລາເປີດໃຫ້ບໍລິການຮ້ານອາຫານ ແລະ ສະຖານທີ່ອອກກຳລັງກາຍໃນຮົ່ມ. ນອກຈາກນີ້ ຍັງຫ້າມບໍ່ໃຫ້ມີການລວມຕົວຫລາຍກວ່າ 2 ຄົນ ຫລັງເວລາ 18:00 ໂມງ ໃນພື້ນທີ່ນະຄອນຫລວງໂຊນ ແລະ ບໍລິເວນອ້ອມຮອບ ເຊິ່ງສົ່ງຜົນກະທົບຕໍ່ທຸລະກິດສ່ວນຕົວ ແລະ ທຸລະກິດຂະໜາດນ້ອຍ.

ອ້າງອີງ:

https://www.reuters.com/…/south-korea-launches-panel…/

ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80% - lattana banner 1 - ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80%
ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80% - lattana banner - ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80%
ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80% -    AD conten website - ສ.ເກົາຫລີ ຕັ້ງກຳມະການເຈລະຈາຍຸດທະສາດ ຢູ່ຮ່ວມກັບໂຄວິດ ກຽມກັບສູ່ສະພາບປົກກະຕິ ຫລັງສັກວັກຊີນໃຫ້ປະຊາຊົນເກືອບ 80%
error: Alert: ເນື້ອຫາຂ່າວມີລິຂະສິດ !!