ໜ້າເປັນຫ່ວງ! ໂຄວິດຢູ່ ສປປ ລາວ ຍັງເພີ່ມຂຶ້ນແບບກ້າວກະໂດດໂດຍສະເພາະ ແຂວງຫລວງພະບາງ ແລະ ຄໍາມ່ວນ

ທ່ານ ດຣ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານໃນວັນທີ 15 ຕຸລາ 2021 ນີ້ວ່າ: ປັດຈຸບັນສະຖານະການແພ່ລະບາດໂຄວິດ-19 ຢູ່ ສປປ ລາວ ຍັງໜ້າເປັນຫ່ວງ ໂດຍສະເພາະການຕິດເຊື້ອເພີ່ມຂຶ້ນແບບກ້າວກະໂດດຂອງແຂວງຫລວງພະບາງ ແລະ ແຂວງຄໍາມ່ວນ ທີ່ພົບການຕິດເຊື້ອເປັນຈຸ້ມໃຫຍ່ໃນສະຖານທີ່ຄຸມຂັງ ຊຶ່ງຫລີກລ້ຽງໄດ້ຍາກ ເນື່ອງຈາກສະພາບການພັກນອນກິນຢູ່ຮວມກັນຫລາຍຄົນ. ນີ້ເປັນການທີ່ສະທ້ອນໃຫ້ເຫັນວ່າທຸກຄົນຄວນຖອດຖອນບົດຮຽນ ແລະ ເຄ່ັ່ງຄັດໃນການປ້ອງກັນຕົນເອງທຸກຄັ້ງ ເມື່ອທ່ານເດີນທາງໄປສະຖານທີ່ສ່ຽງທີ່ມີຄົນເປັນຈຳນວນຫລາຍ ເຊັ່ນ: ຕະຫລາດ, ໂຮງງານ, ສະຖານທີ່ຄຸມຂັງ, ການເຂົ້າຮ່ວມປະຊຸມສໍາມະນາ ຫລື ການໄປຮ່ວມງານເຮືອນດີ, ງານຊາປະນະກິດສົບ, ງານເຮືອນກໍາ ແລະ ແຈກທານ ລວມທັງການລັກລອບສັງສັນຕາມສະຖານທີ່ ທີ່ຖືກປິດຕ່າງໆ. ເມື່ອໄປສະຖານທີ່ແບບນີ້ພຶດຕິກໍາທີ່ມັກພົບທີ່ສຸດຄື ທ່ານຢູ່ໃກ້ຊິດ ແລະ ຢູ່ບຽດກັບຄົນອື່ນ, ທ່ານພົບເພື່ອນຝູງ ໂອ້ລົມກັນ ໂດຍບໍ່ໄດ້ໃສ່ຜ້າປິດປາກ-ດັງ ຫລື ຕ່າງຄົນຕ່າງໃສ່ ແຕ່ໃສ່ບໍ່ຖືກວິທີ, ທ່ານເປີດຜ້າປິດປາກອອກ ເພື່ອກິນອາຫານ ຮ່ວມພາເຂົ້າ ຫລື ດື່ມຮ່ວມກັນ ເຊິ່ງເປັນພຶດຕິກໍາທີ່ມີຄວາມສ່ຽງສູງ.
ດ້ວຍຄວາມຫ່ວງໃຍຈາກຄະນະສະເພາະກິດທຸກຂັັ້ນຈຶ່ງໄດ້ແຈ້ງປະກາດທຸກວັນວ່າປະຊາຊົນທຸກຄົນຄວນດໍາລົງຊີວິດເປັນປົກກະຕິ ແຕ່ໃນຮູບແບບຂອງການປ້ອງກັນຕົນເອງຢ່າງເຂັ້ມງວດຈົນເກີດເປັນຄວາມຊິນເຄີຍ ແລະ ບໍ່ປະໝາດ. ສະນັ້ນ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ແລະ ຍົກສູງສະຕິຄວາມຮັບຜິດຊອບຕໍ່ສັງຄົມນັ້ນຈຶ່ງຈະເປັນຜົນປະໂຫຍດສູງສຸດໃຫ້ແກ່ຄອບຄົວຂອງທ່ານ ແລະ ທົ່ວສັງຄົມໄດ້.