ຍີ່ປຸ່ນຈະຫລຸດອັດຕາຂ້າຕົວຕາຍ ໃຫ້ໄດ້ 30% ພາຍໃນ 10 ປີ
ລັດຖະບານຍີ່ປຸ່ນຈະຫລຸດອັດຕາການຂ້າຕົວຕາຍລົງໃຫ້ໄດ້ 30% ພາຍໃນ 10 ປີ ດ້ວຍການຜ່ານຄວາມເຫັນພ້ອມແຜນການຫາທາງຈຳກັດຊົ່ວໂມງການເຮັດວຽກໜັກທີ່ເປັນສາເຫດໃຫ້ຄົນຂ້າຕົວຕາຍ.
ຍີ່ປຸ່ນມີອັດຕາການຂ້າຕົວຕາຍສູງທີ່ສຸດໃນກຸ່ມປະເທດອຸດສາຫະກຳຊັ້ນນຳ 7 ປະເທດ (G7) ແຕ່ລະປີມີຄົນຂ້າຕົວຕາຍຫລາຍກວ່າ 20.000 ຄົນ ຄິດເປັນອັດຕາສ່ວນ 18,5 ຕໍ່ປະຊາກອນທຸກ 100.000 ຄົນໃນປີ 2015, ລັດຖະບານຕ້ອງການໃຫ້ຕົວເລກນີ້ຫລຸດລົງຕໍ່າກວ່າ 13,0 ໃນປີ 2025. ຍີ່ປຸ່ນເຄີຍມີອັດຕາຂ້າຕົວຕາຍສູງເຖິງ 34.427 ຄົນໃນປີ 2003 ແຕ່ໄດ້ຫລຸດລົງຢ່າງຕໍ່ເນື່ອງເຫລືອ 21.897 ຄົນໃນປີກ່ອນ. ລັດຖະບານລະບຸວ່າ: ເປັນຜົນມາຈາກມາດຕະການທີ່ດຳເນີນການທົ່ວປະເທດຕາມແຜນທີ່ເລີ່ມແຕ່ປີ 2007 ແລະ ມີການທົບທວນທຸກ 5 ປີ. ຫລ້າສຸດລັດຖະບານໄດ້ຜ່ານຄວາມເຫັນພ້ອມນີ້ໃນວັນທີ 25 ກໍລະກົດນີ້ ເນັ້ນວ່າຈະເດີນໜ້າຊຸກຍູ້ມາດຕະການຫລຸດການຂ້າຕົວຕາຍອັນເກີດຈາກການເຮັດວຽກ ໂດຍການຫລຸດຊົ່ວໂມງເຮັດວຽກທີ່ໜັກເກີນໄປ ແລະ ປ້ອງກັນບໍ່ໃຫ້ນາຍຈ້າງຄຸກຄາມຄົນເຮັດວຽກ.
ລັດຖະບານຍີ່ປຸ່ນມຸ່ງຫາທາງແກ້ໄຂບັນຫາຄົນຂ້າຕົວຕາຍເພາະການເຮັດວຽກ, ພາຍຫລັງເກີດກໍລະນີພະນັກງານຍິງອາຍຸ 24 ປີ ບໍລິສັດໂຄສະນາໃຫຍ່ທີ່ສຸດຂອງປະເທດຂ້າຕົວຕາຍໃນປີ 2015 ເພາະເຮັດວຽກລ່ວງເວລາຫລາຍກວ່າເດືອນລະ 100 ຊົ່ວໂມງ ຈົນກາຍເປັນຂ່າວໃຫຍ່ໄປທົ່ວປະເທດ, ລັດຖະບານຕ້ອງອອກມາດຕະການຂໍໃຫ້ນາຍຈ້າງຈຳກັດການເຮັດວຽກລ່ວງເວລາບໍ່ໃຫ້ເກີນເດືອນລະ 100 ຊົ່ວໂມງ, ແຕ່ມີສຽງວິຈານວ່າຍັງເປັນຊົ່ວໂມງທີ່ຫລາຍເກີນໄປ. ຫລ້າສຸດໃນເດືອນພຶດສະພາປີນີ້, ກະຊວງແຮງງານໄດ້ປະກາດລາຍຊື່ບໍລິສັດກວ່າ 300 ແຫ່ງທົ່ວປະເທດວ່າໃຫ້ພະນັກງານເຮັດວຽກລ່ວງເວລາຢ່າງຜິດກົດໝາຍ ແລະ ລະເມີດລະບຽບການເຮັດວຽກອື່ນໆ.