ຍີ່ປຸ່ນພົບຄົນເສຍຊີວິດເພາະພະຍາດ ຕິດເຊື້ອຈາກເຫັບຄັ້ງທຳອິດຂອງໂລກ
ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນ ຖະແຫລງເຖິງກໍລະນີພົບຄົນເຈັບເປັນຍິງອາຍຸ 51 ປີ ເຊິ່ງຕິດເຊື້ອໄວຣັສ SFTS ຈົນເສຍຊີວິດໃນປີຜ່ານມາວ່າ: ກໍລະນີດັ່ງກ່າວຖືເປັນການຕິດເຊື້ອຊະນິດນີ້ຈາກສັດລ້ຽງລູກດ້ວຍນົມມາສູ່ມະນຸດເປັນຄັ້ງທຳອິດຂອງໂລກ ໂດຍຜູ້ເສຍຊີວິດບໍ່ໄດ້ຖືກເຫັບກັດໂດຍກົງ, ແຕ່ຕິດເຊື້ອຈາກການສຳຜັດແມວຈອນຈັດທີ່ປ່ວຍຢູ່.
ຈາກການກວດສອບພົບວ່າ: ຍິງຄົນດັ່ງກ່າວຖືກແມວຈອນຈັດທີ່ປ່ວຍຢູ່ກັດ ຂະນະພະຍາຍາມອຸ້ມແມວສົ່ງໂຮງໝໍສັດ, ຈາກນັ້ນຍິງຄົນນີ້ກໍບໍ່ສະບາຍ ແລະ ເສຍຊີວິດໃນອີກ 10 ວັນຕໍ່ມາ ເນື່ອງຈາກຕິດເຊື້ອໄວຣັສທີ່ເຮັດໃຫ້ເກີດກຸ່ມອາການໄຂ້ສູງ ແລະ ເກັດເລືອດຕໍ່າ (Severe Fever with Thrombocytopenia Syndrome – SFTS).
ຈາກການຊັນນະສູດພົບຜູ້ເສຍຊີວິດບໍ່ພົບຮອຍເຫັບ ເຮັດໃຫ້ແພດວິນິດໄສວ່າຍິງຄົນນີ້ອາດຈະຕິດເຊື້ອຈາກແມວທີ່ມີໝັດ ເຊິ່ງເທົ່າກັບເປັນກໍລະນີການຕິດເຊື້ອດັ່ງກ່າວຈາກສັດລ້ຽງລູກດ້ວຍນົມມາສູ່ຄົນທີ່ພົບເປັນຄັ້ງທຳອິດຂອງໂລກ.
ກ່ອນໜ້ານີ້ເຊື່ອກັນວ່າເຊື້ອໄວຣັສ SFTS ຈະຕິດຕໍ່ມາສູ່ຄົນໄດ້ກໍຕໍ່ເມື່ອຖືກເຫັບກັດໂດຍກົງເທົ່ານັ້ນ. ນອກຈາກນີ້ ວົງການແພດຍັງບໍ່ພົບຢາທີ່ສາມາດປິ່ນປົວພະຍາດນີ້ໄດ້ຢ່າງມີປະສິດທິພາບ.
ທັງນີ້, SFTS ເປັນພະຍາດຕິດເຊື້ອທີ່ຂ້ອນຂ້າງໃໝ່ໃນພາກພື້ນອາຊີຕາເວັນອອກ ເຊິ່ງລວມທັງຍີ່ປຸ່ນ, ຈີນ ແລະ ສ.ເກົາຫລີ ໂດຍມີການພົບຄົນເຈັບຢູ່ຍີ່ປຸ່ນຄັ້ງທຳອິດໃນປີ 2013 ແລະ ມາຮອດປັດຈຸບັນມີລາຍງານວ່າພົບຜູ້ຕິດເຊື້ອແລ້ວທັງໝົດ 266 ຄົນ ໃນຈຳນວນນີ້ມີຜູ້ເສຍຊີວິດເຖິງ 57 ຄົນ, ຜູ້ທີ່ຕິດເຊື້ອມີໂອກາດເສຍຊີວິດສູງສຸດເຖິງ 30% ໂດຍສະເພາະໃນກຸ່ມຜູ້ມີອາຍຸ 50 ປີຂຶ້ນໄປ.
ກະຊວງສາທາລະນະສຸກຂອງຍີ່ປຸ່ນເຕືອນວ່າ: ເຖິງວ່າກໍລະນີການຕິດເຊື້ອ SFTS ຈະພົບໄດ້ຍາກ, ແຕ່ປະຊາຊົນຄວນລະມັດລະວັງ ແລະ ຫລີກເວັ້ນການສຳຜັດສັດປ່ວຍ.
ທັງນີ້, ເຫັບເປັນພາຫະນຳເຊື້ອພະຍາດຫລາຍຊະນິດເຊັ່ນ: ພະຂາດຂໍ້ອັກເສບໄລ (Lyme Disease) ແລະ ພະຍາດແມ່ທ້ອງເມັດເລືອດໃນໝາ, ສ່ວນຜູ້ທີ່ຕິດເຊື້ອໄວຣັສ SFTS ຈະມີອາການໄຂ້ສູງ, ປວດຮາກ, ຖອກທ້ອງ, ເກັດເລືອດຕໍ່າ, ປະລິມານເລືອດຂາວຕໍ່າ ລວມທັງອະໄວຍະວະຕ່າງໆຫລົ້ມເຫລວ.