ຫລາຍວິທີຕື່ມແຮ່ທາດ ຍ້ອນຮ່າງກາຍຂາດເກືອແຮ່ບໍ່ໄດ້
ຫລາຍທ່ານອາດເຄີຍໄດ້ຍິນຄຳວ່າເກືອແຮ່, ແຕ່ບາງທ່ານອາດບໍ່ຮູ້ວ່າເກືອແຮ່ບໍ່ໄດ້ມີແຕ່ໂຊດຽມເທົ່ານັ້ນ ແຕ່ຍັງມີແຮ່ທາດທີ່ ຈຳເປັນ ແລະ ມີຄວາມສຳຄັນຕໍ່ລະບົບການເຮັດວຽກຂອງລະບົບຕ່າງໆພາຍໃນຮ່າງກາຍອີກຫລາຍ ແລະ ຫາກຂາດເກືອແຮ່ໄປ ຮ່າງກາຍກໍອາດເຮັດວຽກຜິດປົກກະຕິ ຫລື ເກີດບັນຫາສຸຂະພາບໄດ້. ດັ່ງນັ້ນ, ເຮົາຈຶ່ງຄວນໄດ້ຮັບເກືອແຮ່ທີ່ຮ່າງກາຍສູນເສຍໄປ ຢູ່ສະເໝີ.
ເກືອແຮ່ມີບົດບາດຫລາຍໃນການເຮັດວຽກຂອງແຊນ ແລະ ອະໄວຍະວະຕ່າງໆພາຍໃນຮ່າງກາຍ ໂດຍຈະແບ່ງອອກເປັນ 2 ຊະນິດ ໄດ້ແກ່ : ເກືອແຮ່ຫລັກ (Major Minerals) ປະກອບດ້ວຍແຮ່ທາດທີ່ຮ່າງກາຍເອົາມາໃຊ້ ແລະ ເກັບສະສົມໄວ້ໃນປະລິ ມານຫລາຍ ເຊັ່ນ : ໂຊດຽມ ຄົງຄວາມດຸ່ນດ່ຽງຂອງນ້ຳ ແລະ ການເຮັດວຽກຂອງລະບົບປະສາດ, ໂປຕັສຊຽມທີ່ດຸ່ນດ່ຽງຈະຊ່ວຍ ໃຫ້ການເຕັ້ນຂອງຫົວໃຈ ແລະ ການເຮັດວຽກຂອງກ້າມຊີ້ນເປັນປົກກະຕິ, ການຊຽມ ເສີມສ້າງກະດູກ ແລະ ແຂ້ວ ຫລື ແມັກນີ ຊຽມ ຈຳເປັນຕໍ່ການເຮັດວຽກຂອງກ້າມຊີ້ນ ແລະ ລະບົບປະສາດ. ສ່ວນອີກຊະນິດໜຶ່ງເປັນເກືອແຮ່ຮອງ (Trace Minerals) ທີ່ຮ່າງກາຍເອົາມາໃຊ້ໃນປະລິມານໜ້ອຍ, ແຕ່ມີຄວາມສຳຄັນຄືກັນ ເຊັ່ນ: ມັງການ, ທອງແດງ, ໄອໂອດີນ, ທາດສັງກະສີ ແລະ ຟລູອໍໄຣ.
- ຍ້ອນຫຍັງຮ່າງກາຍຈຶ່ງຕ້ອງການເກືອແຮ່ ? ດັ່ງທີ່ກ່າວມາຂ້າງເທິງແລ້ວວ່າ ເກືອແຮ່ນັ້ນມີສ່ວນຊ່ວຍໃນຂະບວນການ ເຮັດວຽກທີ່ຫລາກຫລາຍ, ແຮ່ທາດແຕ່ລະຊະນິດອາດເຮັດວຽກຮ່ວມກັນໃນຫລາຍໆໜ້າທີ່ ບໍ່ວ່າຈະເປັນເສີມຄວາມ ແຂງແຮງຂອງກະດູກ ແລະ ແຂ້ວ, ຮັກສາຄວາມດຸ່ນດ່ຽງຂອງນ້ຳ ແລະ ແຮ່ທາດໃນຮ່າງກາຍ, ຊ່ວຍໃນຂະບວນການ ເຜົາຜານ, ການເຮັດວຽກຂອງກ້າມຊີ້ນ, ຮັກສາລະດັບນ້ຳຕານໃນເລືອດ ແລະ ຄວາມດັນເລືອດ ຫລື ເປັນສ່ວນໜຶ່ງໃນ ການສ້າງເມັດເລືອດ ຫາກຮ່າງກາຍໄດ້ຮັບແຮ່ທາດບໍ່ພຽງພໍ ຫລື ສູນເສຍແຮ່ທາດຈາກປັດໄຈຕ່າງໆ ຫລື ອາດເກີດ ຮ່ວມກັບອາການຂາດນ້ຳຈາກການຮາກ ແລະ ຖອກທ້ອງຢ່າງຮຸນແຮງ ຫລື ເສຍເຫື່ອຫລາຍຫລັງຫລິ້ນກິລາ ແລະ ກິດ ຈະກຳກາງແຈ້ງ ເຮັດໃຫ້ຮ່າງກາຍສູນເສຍນ້ຳ ແລະ ແຮ່ທາດໄດ້ໃນເວລາອັນໄວວາ ຈົນອາດເຮັດໃຫ້ເກີດການປ່ຽນ ແປງພາຍໃນຮ່າງກາຍ ແລະ ຫາກຂາດແຮ່ທາດເປັນເວລາດົນ ຈະເກີດບັນຫາສຸຂະພາບຕາມມາ ເຊັ່ນ :
- ບັນຫາກະດູກບາງ ແລະ ກະດູກຜ່ອຍ ຈາກການຂາດທາດການຊຽມເປັນເວລາດົນ.
- ບັນຫາເລືອດຈາງຈາກການຂາດທາດເຫລັກ ໂດຍສະເພາະໃນແມ່ຍິງຜູ້ມີປະຈຳເດືອນ ແລະ ຜູ້ທີ່ກິນອາຫານເຈ.
- ບັນຫາຂາດແມັກນີຊຽມ ມັກເກີດຮ່ວມກັບການຂາດສານອາຫານອື່ນໆ ຫລື ຈາກການໃຊ້ຢາບາງຊະນິດ ໃນຜູ້ທີ່ມີ ບັນຫາຕິດເຫລົ້າຊ້ຳເຮື້ອ, ການດູດຊຶມຜິດປົກກະຕິ, ຮາກ ຫລື ຖອກທ້ອງຢ່າງຮຸນແຮງ.
- ວິທີຕື່ມເກືອແຮ່ໃຫ້ຮ່າງກາຍງ່າຍໆໄດ້ທຸກມື້ : ຍ້ອນຄວາມທີ່ໃນຊີວິດປະຈຳວັນ ຄົນເຮົາໄດ້ຮັບເກືອແຮ່ ຫລື ແຮ່ທາດທີ່ ຈຳເປັນຈາກອາຫານໃນແຕ່ລະຄາບຢູ່ແລ້ວ ຫລັກການສຳຄັນຈຶ່ງເປັນການເລືອກກິນອາຫານໃຫ້ຄົບ 5 ໝວດ ເພື່ອໃຫ້ ໄດ້ຮັບສານອາຫານ ແລະ ແຮ່ທາດທີ່ຄົບຖ້ວນ ແລະ ຫລາກຫລາຍ ໂດຍອາດປຶກສາແພດ ຫລື ນັກໂພຊະນາການໃນ ການປັບປ່ຽນພຶດຕິກຳການກິນອາຫານໃຫ້ເໝາະສົມຫລາຍຍິ່ງຂຶ້ນ ໂດຍສະເພາະຜູ້ທີ່ມີບັນຫາໃນການກິນອາຫານ ຫລື ຜູ້ທີ່ກິນອາຫານເຈ. ຫາກມີຄວາມກັງວົນວ່າ ຮ່າງກາຍອາດໄດ້ຮັບເກືອແຮ່ບໍ່ພຽງພໍໃນແຕ່ລະມື້ ເນື່ອງຈາກການໃຊ້ຊີວິດ ທີ່ຟ້າວຟັ່ງ, ເຮັດວຽກໜັກ ຫລື ເຮັດກິດຈະກຳທີ່ຕ້ອງເສຍນ້ຳ ແລະ ແຮ່ທາດເປັນປະຈຳ ສາມາດທົດແທນໄດ້ໂດຍເຄື່ອງ ດື່ມເພື່ອສຸຂະພາບ ຫລື ຜະລິດຕະພັນອາຫານເສີມ ໂດຍຄວນພິຈາລະນາສ່ວນປະສົມຄຽງຄູ່ກັບຄຸນນະພາບ ແລະ ມາດ ຕະຖານການຜະລິດ ເພື່ອໃຫ້ໝັ້ນໃຈເຖິງຄວາມປອດໄພຫລັງການບໍລິໂພກ ດັ່ງນີ້ :
- ເຄື່ອງດື່ມທີ່ມີສ່ວນປະສົມຂອງແຮ່ທາດສຳຄັນ : ເຄື່ອງດື່ມປະສົມແຮ່ທາດ ຫລື ໃນບາງຍີ່ຫໍ້ອາດເອີ້ນວ່າ ION Drink ມັກມີສ່ວນປະສົມຂອງແຮ່ທາດຈຳເປັນດັ່ງ ໂຊດຽມ, ໂປຕັສຊຽມ, ການຊຽມ ແລະ ແມັກນີຊຽມ ເນື່ອງ ຈາກລັກສະນະຄ້າຍກັບຂອງແຫລວໃນຮ່າງກາຍ ຈຶ່ງຖືກດູດຊຶມ ແລະ ເອົາໄປໃຊ້ໄດ້ງ່າຍ ໂດຍສະເພາະຫລັງການ ອອກກຳລັງກາຍ, ການເຮັດວຽກກາງແຈ້ງ ຫລື ການເຮັດກິດຈະກຳທີ່ຕ້ອງພະເຊີນກັບແສງແດດ, ຄວາມຮ້ອນ ເຮັດໃຫ້ເສຍເຫື່ອ ແລະ ຮ່າງກາຍຂາດນ້ຳ. ນອກຈາກການດື່ມນ້ຳບໍລິສຸດແລ້ວ ເຄື່ອງດື່ມ ION Drink ກໍເປັນອີກ ໂຕເລືອກທີ່ສາມາດດື່ມໄດ້ໃນຊີວິດປະຈຳວັນ ລະຫ່ວາງການຮຽນ ຫລື ການເຮັດວຽກ ໂດຍເຄື່ອງດື່ມບາງຍີ່ຫໍ້ ເດັກ ອາຍຸ 1 ປີຂຶ້ນໄດ້ກໍບໍລິໂພກໄດ້ ທັງນີ້ ຜູ້ສົນໃຈຄວນຫລີກເວັ້ນເຄື່ອງດື່ມທີ່ມີປະລິມານນ້ຳຕານຫລາຍ ລວມເຖິງ ສານກັນບູດ, ກິ່ນ ແລະ ສີສັງເຄາະ ຫລື ວັດຖຸເຈືອປົນອາຫານອື່ນໆ ແລະ ກາເຟອີນ ເພື່ອໃຫ້ໄດ້ສຸຂະພາບ ແລະ ຄວາມປອດໄພໄປພ້ອມກັນ.
- ຜະລິດຕະພັນອາຫານເສີມ : ປັດຈຸບັນ ແຮ່ທາດບາງຊະນິດມີຈຳໜ່າຍໃນຮູບແບບຜະລິດຕະພັນອາຫານເສີມ ໂດຍ ພາຍໃນ 1 ເມັດ ອາດມີແຮ່ທາດຊະນິດດຽວ ຫລື ປະສົມລວມກັບວິຕາມິນອື່ນໆ ຜູ້ບໍລິໂພກຄວນປຶກສາຈາກແພດ ຫລື ນັກໂພຊະນາການໃນການໃຊ້ຜະລິດຕະພັນຢ່າງເໝາະສົມກ່ອນສະເໝີ ໂດຍສະເພາະຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ, ເດັກ ແລະ ຜູ້ເຖົ້າ ເນື່ອງຈາກການກິນແຮ່ທາດບາງຊະນິດຫລາຍເກີນໄປອາດເປັນອັນຕະລາຍຕໍ່ຮ່າງ ກາຍ ເຊິ່ງຫາກເກີດຜົນຂ້າງຄຽງທີ່ບໍ່ເພິງປະສົງ ຄວນຢຸດໃຊ້ແລ້ວໄປປຶກສາແພດໂດຍໄວ.
ແນວໃດກໍຕາມ, ການກິນອາຫານທີ່ມີປະໂຫຍດ ໂດຍສະເພາະຜັກ ແລະ ໝາກໄມ້ໃຫ້ຄົບທຸກຄາບນັ້ນ ເປັນວິທີທີ່ ງ່າຍ ແລະ ພຽງພໍຕໍ່ການຕື່ມວິຕາມິນ ແລະ ເກືອແຮ່ໃນຮ່າງກາຍແຕ່ລະມື້ຢູ່ແລ້ວ ຍົກເວັ້ນຜູ້ທີ່ມີພະຍາດປະຈຳໂຕ ຫລື ຜູ້ທີ່ຕ້ອງການເກືອແຮ່ຫລາຍເປັນພິເສດ ເຮົາຈຶ່ງບໍ່ຄວນຍຶດເອົາເຄື່ອງດື່ມປະສົມເກືອແຮ່ ຫລື ຜະລິດຕະພັນອາ ຫານເສີມເປັນຫລັກ ແລ້ວຖືເບົາການກິນອາຫານ ເພາະອາດເຮັດໃຫ້ຮ່າງກາຍຂາດສານອາຫານທີ່ຈຳເປັນອື່ນໆ ແລະ ເກີດພະຍາດຕາມມາໄດ້ ຕ້ອງບໍ່ລືມເບິ່ງແຍງດູແລຕົນເອງດ້ວຍວິທີອື່ນເພີ່ມຕື່ມ ເຊັ່ນ : ອອກກຳລັງກາຍເປັນ ປະຈຳ, ນອນຫລັບພັກຜ່ອນໃຫ້ພຽງພໍ ແລະ ບໍ່ສູບຢາ ຫລື ດື່ມອານກໍຮໍ ເພື່ອໃຫ້ສຸຂະພາບຂອງເຮົາດີຂຶ້ນໄປອີກຂັ້ນ.