ເກີດເຫດລະເບີດມັດສະຢິດ ໃນເມືອງຕົ້ນກຳເນີດກຸ່ມຕາລີບັນ ຄາດເປັນຝີມືກຸ່ມໄອສິສ-ເຄ

ເກີດເຫດລະເບີດມັດສະຢິດໃນເມືອງກັນດາຮາ ເມືອງຕົ້ນກຳເນີດກຸ່ມຕາລີບັນໃນອັບການິດສະຖານ, ຫລ້າສຸດມີຜູ້ເສຍຊີວິດແລ້ວ 32 ຄົນ ຄາດເປັນຝີມືກຸ່ມໄອສິສ-ເຄ.
ວັນທີ 15 ຕຸລາ 2021, ເວັບໄຊ Al Jazeera ລາຍງານວ່າ: ເກີດເຫດລະເບີດມັດສະຢິດຂອງຊາວມຸດສະລິມຊີອະ ໃນເມືອງກັນດາຮາ ທາງຕອນໃຕ້ຂອງອັບການິດສະຖານ ໃນວັນທີ 15 ຕຸລາ ໂດຍມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 32 ຄົນ ທ່າມກາງຄວາມກັງວົນວ່າ: ອາດມີຜູ້ເສຍຊີວິດຫລາຍກວ່ານີ້ ເນື່ອງຈາກມີຜູ້ບາດເຈັບຈຳນວນຫລາຍ.
ຜູ້ຢູ່ໃນເຫດການເປີດເຜີຍວ່າ: ຂະນະເກີດເຫດໄດ້ຍິນສຽງລະເບີດຢ່າງໜ້ອຍ 3 ຄັ້ງ ດັງຂຶ້ນບໍລິເວນປະຕູທາງເຂົ້າຫລັກ, ປະຕູເບື້ອງທິດໃຕ້ ແລະ ຈຸດທີ່ຜູ້ເຮັດພິທີໃຊ້ລ້າງໜ້າ. ຂະນະທີ່ຜູ້ຢູ່ໃນເຫດການອີກຄົນໜຶ່ງເປີດເຜີຍວ່າ: ຕອນເກີດເຫດອາດຈະມີຜູ້ຮ່ວມພິທີໃນມັດສະຢິດແຫ່ງນີ້ບໍ່ຕໍ່າກວ່າ 500 ຄົນ.
ເບື້ອງຕົ້ນຄາດວ່າ: ຜູ້ກໍ່ເຫດໃຊ້ວິທີລະເບີດຂ້າຕົວຕາຍໂຈມຕີມັດສະຢິດແຫ່ງນີ້ ເຊິ່ງຮອດຕອນນີ້ ຍັງບໍ່ມີກຸ່ມໃດອອກມາອ້າງກໍ່ເຫດ, ແຕ່ເຊື່ອວ່າ: ອາດຈະເປັນຝີມືຂອງກຸ່ມຕິດອາວຸດລັດອິດສະລາມໃນອີຣັກ ແລະ ຊີເຣຍ ເຊິ່ງມີຖານໃນອັບການິດສະຖານ ຫລື ເອີ້ນກັນວ່າກຸ່ມ “ໄອສິສ-ເຄ”.
ເຫດລະເບີດມັດສະຢິດໃນອັບການິດສະຖານຄັ້ງນີ້ ເປັນເຫດທີ່ເກີດຂຶ້ນອີກຫລັງຈາກອາທິດກ່ອນ ຫາກໍມີລາຍງານເຫດລະເບີດມັດສະຢິດເຊັ່ນກັນ ເຊິ່ງເຫດໂຈມຕີລັກສະນະນີ້ເກີດຂຶ້ນເລື້ອຍ ນັບແຕ່ກຸ່ມຕາລີບັນເຂົ້າຢຶດຄອງອັບການິດສະຖານໃນເດືອນສິງຫາຜ່ານມາ.
ໂດຍເຫດການຫລ້າສຸດຍັງເກີດຂຶ້ນໃນເມືອງກັນດາຮາ ເຊິ່ງຖືໄດ້ວ່າເປັນເມືອງຕົ້ນກຳເນີດຂອງກຸ່ມຕາລີບັນນຳອີກ.
ຫລາຍຝ່າຍເບິ່ງວ່າ: ລັດຖະບານຕາລີບັນຈະແກ້ໄຂເຫດກໍ່ການຮ້າຍໃນອັບການິດສະຖານ ໂດຍສະເພາະທີ່ມາຈາກກຸ່ມໄອສິສ-ເຄແນວໃດ ເຊິ່ງກຸ່ມໄອສິສ-ເຄເປັນກຸ່ມກໍ່ການຮ້າຍທີ່ປະກາດຕົວເປັນສັດຕູກັບກຸ່ມຕາລີບັນມາແຕ່ເລີ່ມ ລວມທັງຍັງມີປະຫວັດໂຈມຕີເຈົ້າໜ້າທີ່ອັບການິດສະຖານ, ກອງກຳລັງຕ່າງປະເທດ ລວມທັງຊາວມຸດສະລິມທີ່ນັບຖືນິກາຍຊີອະ.
ອ້າງອີງ: