WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ

WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ - Untitled design 1 - WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ

ເກືອບ 2 ປີແລ້ວທີ່ເຊື້ອໄວຣັສໂຄວິດຖືກກວດພົບຄັ້ງທຳອິດໃນເມືອງອູ່ຮັ່ນຂອງປະເທດຈີນ, ແຕ່ຕົ້ນກຳເນີດຂອງໄວຣັສນີ້ຍັງບໍ່ແນ່ນອນ ແລະ ຜູ້ຊ່ຽວຊານຍັງຕັ້ງຄຳຖາມຕໍ່ໄປວ່າ: ໄວຣັສນັ້ນແຜ່ຈາກສັດສູ່ຄົນ ຫລື ອາດຮົ່ວໄຫລອອກຈາກຫ້ອງປະຕິບັດການ.

ຫລ້າສຸດໃນວັນທີ 13 ຕຸລາຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ປະກາດຊື່ຜູ້ໄດ້ຮັບການສະເໜີຊື່ 26 ຄົນໃຫ້ເຂົ້າຮ່ວມກຸ່ມທີ່ປຶກສາທາງວິທະຍາສາດວ່າດ້ວຍຕົ້ນກຳເນີດຂອງເຊື້ອໃຫ້ເກີດພະຍາດຊະນິດໃໝ່ (SAGO) ເຊິ່ງລາຍຊື່ດັ່ງກ່າວຍັງມີຊື່ຂອງນັກວິທະຍາສາດ 6 ຄົນທີ່ເດີນທາງໄປປະເທດຈີນ ເພື່ອຮ່ວມໃນປະຕິບັດການຮ່ວມຂອງອົງການອະນາໄມໂລກ ແລະ ຈີນໃນການຫາຕົ້ນຕໍຂອງໂຄວິດກ່ອນໜ້ານີ້ນຳ ເຊິ່ງໃນປະຕິບັດການດັ່ງກ່າວມີການອອກລາຍງານຮ່ວມກັນໃນເດືອນມີນາວ່າ: ໄວຣັສອາດຖ່າຍທອດຈາກເຈຍສູ່ມະນຸດຜ່ານສັດອື່ນ ແຕ່ຈຳເປັນຕ້ອງມີການວິໄຈເພີ່ມຕື່ມ.

WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ - Visit Laos Visit SALANA BOUTIQUE HOTEL - WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ

WHO ເຜີຍວ່າ: ການແຕ່ງຕັ້ງຢ່າງເປັນທາງການຈະມີຂຶ້ນພາຍໃນ 2 ອາທິດຫລັງການປຶກສາຫາລືສາທາລະນະ, ສ່ວນທ່ານ ໄມເຄິລ ໄຣອັນ ຜູ້ອຳນວຍການບໍລິຫານໂຄງການສຸກເສີນດ້ານສາທາລະນະສຸກຂອງ WHO ກ່າວວ່າ: WHO ຕ້ອງການຖອຍໜຶ່ງກ້າວ ແລະ ສ້າງສະພາບແວດລ້ອມທີ່ສາມາດເບິ່ງບັນຫາທາງວິທະຍາສາດໄດ້ອີກ ແລະ ບອກວ່ານີ້ເປັນໂອກາດດີທີ່ສຸດ ແລະ ອາດຈະເປັນ “ໂອກາດສຸດທ້າຍ” ທີ່ຈະເຂົ້າໃຈກ່ຽວກັບຕົ້ນກຳເນີດຂອງໄວຣັສນີ້.

ສ່ວນນາງ ມາເຣຍ ແວນ ເຄິກໂຮບ ຫົວໜ້າດ້ານເຕັກນິກສຳລັບໂຄວິດຂອງ WHO ລະບຸວ່າ: SAGO ຈະປະເມີນຢ່າງຮີບດ່ວນເຖິງສິ່ງທີ່ຮູ້ແລ້ວໃນປັດຈຸບັນ, ສິ່ງທີ່ຍັງບໍ່ຮູ້ ແລະ ສິ່ງທີ່ຈຳເປັນຕ້ອງເຮັດຢ່າງວ່ອງໄວ. ທ່ານຍັງຫວັງວ່າ: SAGO ຈະແນະນຳການສຶກສາເພີ່ມຕື່ມເລື່ອງນີ້ທີ່ປະເທດຈີນ ແລະ ບ່ອນອື່ນໆ. ນອກຈາກນີ້ ຍັງບອກວ່າການທົດລອງຫາແອນຕິບໍດີໃນກຸ່ມຊາວຈີນໃນເມືອງອູ່ຮັ່ນໃນປີ 2019 ທີ່ມີການລາຍງານອອກມານັ້ນຈະ “ສຳຄັນຢ່າງຍິ່ງ” ໃນການສ້າງຄວາມເຂົ້າໃຈຕົ້ນກຳເນີດຂອງໄວຣັສ.

ອ້າງອີງ:

WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ -    AD conten website - WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ
WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ - lattana banner 1 - WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ
WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ - lattana banner - WHO ລະບຸ ຄະນະທີ່ຈັດຕັ້ງຂຶ້ນໃໝ່ອາດເປັນ “ໂອກາດສຸດທ້າຍ” ໃນການຄົ້ນຫາ ຕົ້ນກຳເນີດຂອງເຊື້ອໄວຣັສໂຄວິດ
error: Alert: ເນື້ອຫາຂ່າວມີລິຂະສິດ !!