ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ

ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ - Untitled design 1 - ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ

ທຳນຽບຂາວປະກາດໃນວັນທີ 15 ຕຸລາວ່າ: ອາເມລິກາຈະຍົກເລີກຂໍ້ຈຳກັດການເດີນທາງສຳລັບຊາວຕ່າງປະເທດທີ່ໄດ້ຮັບວັກຊີນຕ້ານໂຄວິດຄົບໂດສແລ້ວ ເລີ່ມແຕ່ວັນທີ 8 ພະຈິກເປັນຕົ້ນໄປ ເຊິ່ງຈະຖືເປັນການສິ້ນສຸດມາດຕະການຄວບຄຸມການເດີນທາງທີ່ບັງຄັບໃຊ້ມາເຖິງ 21 ເດືອນ.

ນັບແຕ່ວັນທີ 8 ພະຈິກເປັນຕົ້ນໄປ ອາເມລິກາຈະເປີດປະເທດຮັບຜູ້ເດີນທາງທາງອາກາດທີ່ໄດ້ຮັບວັກຊີນຄົບໂດສແລ້ວຈາກ 33 ປະເທດ ເຊິ່ງປະກອບມີ 26 ປະເທດໃນກຸ່ມເຊງເກັ້ນຂອງເອີຣົບເຊັ່ນ: ຝຣັ່ງ, ເຢຍລະມັນ, ອິຕາລີ, ສະເປນ, ສະວິດເຊີແລນ ແລະ ກຣີດ ຕະຫລອດຈົນອັງກິດ, ໄອແລນ, ຈີນ, ອິນເດຍ, ອາຟຣິກາໃຕ້, ອີຣານ ແລະ ບຣາຊິວ.

ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ - Visit Laos Visit SALANA BOUTIQUE HOTEL - ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ

ໂຄສົກທຳນຽບຂາວ ເຄວິນ ມູນໍ ຢືນຢັນຂ່າວດັ່ງກ່າວທາງທະວິດເຕີ ໂດຍກ່າວວ່າ: ນະໂຍບາຍເປີດປະເທດດັ່ງກ່າວປະຕິບັດຕາມມາດຕະການສາທາລະນະສຸກຢ່າງເຂັ້ມງວດ.

ທັງນີ້ ຜູ້ທີ່ບໍ່ແມ່ນພົນລະເມືອງອາເມລິກາຈະຕ້ອງສະແດງຫລັກຖານການສັກວັກຊີນກ່ອນຂຶ້ນເຮືອບິນ ແລະ ຈະຕ້ອງສະແດງຫລັກຖານການກວດໂຄວິດເປັນລົບຫລ້າສຸດ. ເຖິງຢ່າງໃດກໍດີ, ກົດໃໝ່ນີ້ບໍ່ໄດ້ກຳນົດໃຫ້ຕ້ອງກັກຕົວເມື່ອເດີນທາງໄປເຖິງອາເມລິກາ.

ການປະກາດໃຫ້ວັນທີ 8 ພະຈິກເປັນວັນເປີດປະເທດຮັບນັກທ່ອງທ່ຽວຕ່າງປະເທດມີຂຶ້ນຫລັງຈາກທຳນຽບຂາວປະກາດເມື່ອວັນທີ 20 ກັນຍາວ່າ: ອາເມລິກາຈະຍົກເລີກຂໍ້ຈຳກັດສຳລັບຜູ້ເດີນທາງໂດຍເຮືອບິນມາຈາກ 33 ປະເທດໃນຊ່ວງຕົ້ນເດືອນພະຈິກນີ້, ແຕ່ຍັງບໍ່ໄດ້ກຳນົດວັນທີ່ແນ່ນອນ.

ຫລາຍຄົນໄດ້ອອກມາຂານຮັບການປະກາດເປີດປະເທດຕ້ອນຮັບຊາວຕ່າງປະເທດຂອງອາເມລິກາ ເຊິ່ງລວມທັງ ຄາຣິນ ໂອລອບດອດເຕີ ເອກອັກຄະລັດຖະທູດສະວີເດນປະຈຳອາເມລິກາ ເຊິ່ງກ່າວວ່າ: ເປັນ “ຂ່າວທີ່ໜ້າຍິນດີ” ໂດຍຜ່ານມາບັນດາປະເທດພັນທະມິດຂອງອາເມລິກາ ໄດ້ພະຍາຍາມຊັກຊວນຝ່າຍບໍລິຫານຂອງປະທານາທິບໍດີ ໂຈ ໄບເດນ ຢ່າງໜັກເພື່ອໃຫ້ຍົກເລີກກົດນີ້ ຫລັງຈາກຫລາຍປະເທດໄດ້ທະຍອຍຍົກເລີກຂໍ້ຈຳກັດການເດີນທາງກັນໄປກ່ອນໜ້ານີ້ແລ້ວ.

ຂໍ້ຈຳກັດການເດີນທາງສຳລັບຜູ້ທີ່ບໍ່ແມ່ນພົນລະເມືອງອາເມລິກາຖືກໃຊ້ເປັນຄັ້ງທຳອິດກັບຜູ້ທີ່ເດີນທາງມາຈາກປະເທດຈີນໃນເດືອນມັງກອນ 2020 ກ່ອນຈະຂະຫຍາຍໄປປະເທດອື່ນໆອີກຫລາຍສິບປະເທດໃນເວລາຕໍ່ມາ.

ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ຂອງອາເມລິກາ ເປີດເຜີຍກັບ Reuters ໃນອາທິດຜ່ານມາວ່າ: ຜູ້ທີ່ເດີນທາງເຂົ້າອາເມລິກາຈະຕ້ອງສັກວັກຊີນຕ້ານໂຄວິດທີ່ໄດ້ຮັບອະນຸມັດຈາກໜ່ວຍງານເບິ່ງແຍງຂອງອາເມລິກາ ຫລື ອົງການອະນາໄມໂລກ (WHO).

ເຖິງຢ່າງໃດກໍດີ, ລາຍງານຂ່າວລະບຸວ່າ: ຝ່າຍບໍລິຫານຂອງ ໄບເດນ ຍັງຕ້ອງຫາລືກັນກ່ຽວກັບການຍົກເວັ້ນຂໍ້ກຳນົດເລື່ອງວັກຊີນສຳລັບຄົນບາງກຸ່ມ ຕົວຢ່າງເດັກອາຍຸຕໍ່າກວ່າ 18 ປີ.

ອ້າງອີງ:

https://www.reuters.com/world/us/exclusive-us-partly-lift-international-travel-curbs-nov-8-official-2021-10-15/

ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ - lattana banner 1 - ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ
ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ -    AD conten website - ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ
ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ - lattana banner - ອາເມລິກາກຽມເປີດຮັບນັກທ່ອງທ່ຽວ ສັກວັກຊີນຄົບແລ້ວເດີນທາງເຂົ້າປະເທດ ລວມທັງຄົນທີ່ສັກວັກຊີນສູດປະສົມ
error: Alert: ເນື້ອຫາຂ່າວມີລິຂະສິດ !!