ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ

ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ - 245220123 2007068779452023 8497696102322013507 n - ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ
ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ - kitchen vibe - ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ

ໂດຍ:​ ທິດກໍ່າ

ນັບແຕ່ນີ້ຫາວັນທີ 2 ທັນວາ 2021 ອັນເປັນມື້ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ ຂ່າວຄາວຕ່າງໆກ່ຽວກັບຜົນສຳເລັດໃນໂຄງການຮ່ວມມືສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ຈະກາຍເປັນກະແສໂດດເດັ່ນຮ້ອນແຮງໃນທົ່ວປະເທດ. ອັນສາເຫດກໍຍ້ອນວ່າ ໃນປະຫວັດສາດຂອງຊາດລາວຜ່ານມາຫລາຍພັນປີ ແມ່ນບໍ່ທັນເຄີຍມີທາງລົດໄຟຄວາມໄວສູງເໝືອນປະເທດອື່ນທີ່ເພິ່ນມີຄວາມຈະເລີນຮຸ່ງເຮືອງມາກ່ອນແລ້ວ. ນີ້ກໍຖືວ່າເປັນມິຕິໃໝ່ໃນຍຸກທີ່ລາວມີການສ້າງສາພັດທະນາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຕໍ່ເຫດການປະຫວັດສາດໜ້າໃໝ່ນີ້ ມັນທັງແມ່ນຄວາມປິຕິຊົມຊື່ນ, ຄວາມເອກອ້າງທະນົງໃຈຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.

ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ - Visit Laos Visit SALANA BOUTIQUE HOTEL - ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ

ແຕ່ແນວໃດກໍຕາມ, ອີກສິ່ງໜຶ່ງທີ່ຢາກໃຫ້ພວກເຮົາໄດ້ຮູ້ ແລະ ໄດ້ເຫັນສັດຈະທຳແຫ່ງຄວາມເປັນຈິງນັ້ນ ຄືໝາກຜົນແຫ່ງການຮ່ວມມືລະຫວ່າງເພື່ອຮ່ວມຊະຕາກຳ ລາວ-ຈີນ. ໝາກຜົນແຫ່ງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ນັ້ນເປັນທີ່ຕັ້ງ. ໃນເງື່ອນໄຂສະພາບແວດລ້ອມຂອງປະເທດລາວພວກເຮົາບໍ່ມີຊາຍແດນຕິດກັບທະເລ ຫົນທາງອອກສູ່ພາຍນອກດ້ວຍການພັດທະນາເສັ້ນທາງແມ່ນສິ່ງຈຳເປັນພາວະວິໄສ ເພື່ອທະລຸເສັ້ນທາງຄົມມະນາຄົມໃຫ້ມີການຂົນສົ່ງສິນຄ້າໄປມາຄ້າຂາຍກັບພາຍນອກໃຫ້ສະດວກສະບາຍຍິ່ງໆຂຶ້ນ.

ອີກປະການໜຶ່ງ, ໂຄງການສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແມ່ນນອນຢູ່ໃນເຄືອຂ່າຍເສັ້ນສາຍໄໝ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງປະເທດຈີນຈະກາຍເປັນເສັ້ນສາຍທາງທີ່ເຊື່ອມໂຍງໄປທົ່ວໂລກ. ເພາະສະນັ້ນ ມາຮອດວັນທີ 16 ຕຸລາ 2021 ທີ່ຜ່ານມາ ຢູ່ນະຄອນຫລວງວຽງຈັນຈຶ່ງມີພິທີມອບ-ຮັບຂະບວນລົດໄຟຄັ້ງທຳອິດຢູ່ສະຖານີລົດໄຟຄວາມໄວສູງທີ່ນະຄອນຫລວງວຽງຈັນ ເຊິ່ງຂະບວນນີ້ເອີ້ນວ່າ: ຂະບວນລ້ານຊ້າງ, ສ່ວນຂະບວນຊຸດຕໍ່ໄປກໍແມ່ນຂະບວນແຄນລາວ.

ສຳລັບວັນເວລາເລີ່ມບໍລິການຢ່າງເປັນທາງການເພື່ອຮັບໃຊ້ມວນຊົນ ແລະ ສັງຄົມນັ້ນແມ່ນຈະເລີ່ມເປີດໃນວັນທີ 2 ທັນວາ 2021 ເຊິ່ງເປັນໂອກາດສະຫລອງວັນຊາດຄົບຮອບ 46 ປີທີ່ຈະມາເຖິງ. ຈຶ່ງຂໍອວຍພອນໃຫ້ການຮ່ວມມືໃນທຸກຂົງເຂດລະຫວ່າງເພື່ອນຮ່ວມຊະຕາກຳ ລາວ-ຈີນ ຈົ່ງເກີດດອກອອກຜົນຂະຫຍາຍຕົວ ແລະ ໝັ້ນຄົງຂະນົງແກ່ນຕະຫລອດໄປ.

ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ - 5 - ເສັ້ນທາງລົດໄຟ ລາວ-ຈີນ ໝາກຜົນການຮ່ວມມືຄູ່ຮ່ວມຊະຕາກຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!