ແຂວງຄຳມ່ວນ ປະກາດການຈັດຕັ້ງພະນັກງານ ນໍາພາ-ຄຸ້ມຄອງຂົງເຂດຂະແໜງການເງິນ

ໃນວັນທີ 15 ຕຸລາ 2021 ທີ່ສະໂມສອນໃຫຍ່ຫຼັກ 4 ແຂວງຄຳມ່ວນ, ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານຂັ້ນນຳພາ-ຄຸ້ມຄອງຂົງເຂດຂະແໜງການເງິນ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງຂົງເຂດການເງິນ, ພາສີ, ສ່ວຍສາອາກອນ ແລະ ຄັງເງິນປະຈຳແຂວງເຂົ້າຮ່ວມ.
ທ່ານ ສົມໃຈ ພານີຈັນ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນວ່າດ້ວຍການຍົກຍ້າຍ, ແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່, ຊຶ່ງປະກອບມີຍົກຍ້າຍ: ທ່ານ ປອ ສົມສະອາດ ອຸ່ນສີດາ ຫົວໜ້າພະແນກການເງິນຄຳມ່ວນໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງຄຳມ່ວນ; ທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງ ເປັນຫົວໜ້າພະແນກການເງິນແຂວງ; ທ່ານ ບຸນທະນິດ ວົງມະນີວັນ ຫົວໜ້າສ່ວຍສາອາກອນ ເປັນຮອງຫົວໜ້າພະແນກການເງິນ; ທ່ານ ສີສະຫວາດ ໄຊຍະວົງ ຮອງຫົວໜ້າກອງຄຸ້ມຄອງພາສີ VI, ຫົວໜ້າກອງກວດກາພາສີປະຈຳແຂວງຄຳມ່ວນ ເປັນຮອງຫົວໜ້າພະແນກການເງິນ; ທ່ານ ຫົງໄທ ຄຳວົງສາ ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ເປັນຮອງຫົວໜ້າພະແນກການເງິນ.
ທ່ານ ເກດສະກັນ ແສງປະດິດ ຮອງຫົວໜ້າສ່ວຍສາອາກອນ ເປັນຫົວໜ້າສ່ວຍສາອາກອນແຂວງ; ທ່ານ ວິລະກອນ ຕ່ອມມະນີ ຮອງຫົວໜ້າພະແນກຄຸ້ມຄອງລາຍຮັບບໍ່ແມ່ນພາສີ-ອາກອນ ກົມສ່ວຍສາອາກອນ ເປັນຮອງຫົວໜ້າສ່ວຍສາອາກອນແຂວງ; ທ່ານ ແພງໃຈ ໄຊຍະວົງ ຮອງຫົວໜ້າພະແນກກວດກາລາຍຮັບ-ລາຍຈ່າຍງົບປະມານ ຄັງເງິນແຫ່ງຊາດ ກະຊວງການເງິນ ເປັນຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງຄຳມ່ວນ; ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີຂົວມິດຕະພາບ III ໄປຮັບໜ້າທີ່ໃໝ່ຢູ່ພາສີປະຈຳແຂວງສະຫວັນນະເຂດ; ທ່ານ ຄຳຫຼ້າ ວັດທະນາໄລ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ໄປຮັບໜ້າທີ່ໃໝ່ຢູ່ກົມພາສີ ກະຊວງການເງິນ; ທ່ານ ບຸນທະນົງສັກ ເທບພະລັກ ຮອງຫົວໜ້າກອງກວດກາພາສີປະຈຳແຂວງຄຳມ່ວນ ເປັນຫົວໜ້າດ່ານພາສີສາກົນຂົວມິດຕະ ພາບ III; ທ່ານ ນາງ ກິນນະລີ ທຳມະວົງ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ III; ທ່ານ ສີບຸນເຮືອງ ບຸດຈະເລີນ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ເປັນຮອງຫົວໜ້າດ່ານພາສີຂົວມິດຕະພາບ III; ທ່ານ ໂສພາ ສີອໍານວຍ ຫົວໜ້າໜ່ວຍງານດ່ານພາສີຂົວມິດຕະພາບ I ນະຄອນຫຼວງວຽງຈັນ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ III; ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າດ່ານພາສີຂົວມິດຕະພາບ
II ສະຫວັນນະເຂດ ເປັນຫົວໜ້າພາສີປະຈໍາແຂວງຄໍາມ່ວນ; ທ່ານ ສົມພົງ ເກສະນີຈັນ ຮອງຫົວໜ້າກອງກວດກາພາສີແຂວງ ເປັນຮອງຫົວໜ້າພາສີປະຈຳແຂວງ; ທ່ານ ວິລະປະຊາ ຫຼວງອາມາດ ຫົວໜ້າຂະແໜງຂອງກົມພາສີ ເປັນຮອງຫົວໜ້າພາສີປະຈຳແຂວງ; ທ່ານ ສຸພັດ ສຸແສງໄທ ເປັນຫົວໜ້າດ່ານພາສີສາກົນນາເພົ້າ; ທ່ານ ວັດຖາວົງ ຈະເລີນສຸກ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ; ທ່ານ ສິດທິ ເພັງທະລັງສີ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ; ທ່ານ ບຸນຫຼາຍ ບຸນໄຊ ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ.
ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ໄດ້ໃຫ້ກຽດໂອ້ລົມໃນການປະກາດການຈັດຕັ້ງ, ການຊັບຊ້ອນໜ້າທີ່ວຽກງານໃໝ່ແມ່ນໃຫ້ຖືວ່າເປັນວຽກປົກກະຕິຂອງພັກ-ລັດ,ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານພາຍໃນແຂວງ, ໃຫ້ເຂົ້າໃຈວ່າທຸກວຽກງານທີ່ພັກ-ລັດ ມອບໝາຍໃຫ້ລ້ວນແຕ່ມີຄວາມສຳຄັນ,ກໍ່ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍກົງ ແລະ ຈະຕ້ອງໄດ້ຕັ້ງໜ້າບຸກບືນ-ສູ້ຊົນ, ຍົກສູງຄວາມຮັບຜິດຊອບ ແລະ ບົດບາດການນຳພາຂອງຕົນຕໍ່ວຽກງານວິຊາສະເພາະໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ, ເຕົ້າ ໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ, ໜັກແໜ້ນ ເພື່ອເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.