9 ເດືອນແຂວງອັດຕະປືເກັບລາຍຮັບໄດ້ 92 ຕື້ກວ່າກີບ

ທ່ານ ຄໍາເຜີຍ ໂສມຖາວອນ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງອັດຕະປືໄດ້ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງວຽກງານຊຸກຍູ້ລາຍຮັບງົບປະມານເກັບກູ້ໜີ້ສິນຂອງແຂວງ ແລະ ເກັບກໍາຂໍ້ມູນສໍາຫຼວດລາຍຮັບງົບປະມານທີ່ໄຂຂຶ້ນເມື່ອບໍ່ດົນແລ້ວນີ້ໄດ້ໃຫ້ຮູ້ວ່າ:
ໃນໄລຍະ 9 ເດືອນປີ 2021 ນີ້ແຂວງອັດຕະປື, ສາມາດເກັບລາຍຮັບພາຍໃນທ້ອງຖິ່ນໄດ້ທັງໝົດ 92 ຕື້ກວ່າກີບເທົ່າກັບ 98,51% ເມື່ອທຽບໃສ່ແຜນການເກັບລາຍຮັບຂອງປີ, ໂດຍລາຍຮັບພາຍໃນຂອງທ້ອງຖິ່ນສ່ວນໃຫຍ່ໄດ້ມາຈາກຂະແໜງສ່ວຍສາອາກອນ, ຂະແໜງການຊັບສິນຂອງລັດ ແລະ ອີກສ່ວນໜຶ່ງໄດ້ມາຈາກການເກັບກູ້ໜີ້ສິນຂອງແຂວງ
ການຈັດຕັ້ງປະຕິບັດລາຍຮັບງົບປະມານແຫ່ງລັດໃນໄລຍະ 9 ເດືອນປີ 2021 ນີ້ແຂວງອັດຕະປືແມ່ນໄດ້ຮັບຜົນກະທົບໜັກຈາກການລະບາດຂອງພະຍາດໂຄວິດ 19 ແລະ ສະພາບການປ່ຽນແປງທັງພາຍໃນ ແລະ ຕ່າງປະເທດ.
ແຕ່ເຖິງຢ່າງໃດກໍຕາມດ້ວຍຄວາມຮັບຜິດຊອບສູງຂອງຂະແໜງການເງິນທົ່ວແຂວງ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ດໍາເນີນໄປຕາມທິດທາງແຜນການຢ່າງມີຜົນສໍາເລັດ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ກໍ່ຄືສາມາດຕອບສະໜອງລາຍຈ່າຍໃຫ້ແກ່ການເຄື່ອນໄຫວຂອງກົງ ຈັກພັກ-ລັດເປັນຕົ້ນ: ລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມ ແລະ ເງິນລົງທຶນຕ່າງໆ.
ຊຶ່ງໃນ 9 ເດືອນຂອງປີ 2021 ທົ່ວແຂວງສາມາດເກັບລາຍຮັບພາຍໃນທ້ອງຖິ່ນໄດ້ທັງໝົດ 92 ຕື້ກວ່າກີບເທົ່າກັບ 98,51% ຂອງແຜນການປີ, ໂດຍມີລາຍຮັບສ່ວນໃຫຍ່ໄດ້ມາຈາກສ່ວຍສາອາກອນ 56 ຕື້ກວ່າກີບ, ຮອງມາໄດ້ມາຈາກລາຍຮັບຊັບສິນຂອງລັດ 36 ຕື້ກວ່າກີບ ແລະ ອີກສ່ວນໜຶ່ງແມ່ນລາຍຮັບໄດ້ຈາກການເກັບກູ້ໜີ້ສິນຂອງແຂວງ ມີ 142 ລ້ານກວ່າກີບ.