ນໍເວ ເຮັດໄດ້ປະເທດທຳອິດໃນໂລກ ຄົນເລືອກຊື້ລົດໄຟຟ້າເກີນ 50% ໃນປີ 2020 ພ້ອມຕັ້ງເປົ້າບໍ່ໃຊ້ລົດຈາກພະລັງງານນ້ຳມັນພາຍໃນປີ 2025

ນໍເວ ເຮັດໄດ້ປະເທດທຳອິດໃນໂລກ ! ຄົນເລືອກຊື້ລົດຍົນໄຟຟ້າຫລາຍກວ່າເຄິ່ງໜຶ່ງຂອງລົດຍົນໃໝ່ທັງໝົດທີ່ຂາຍໄປໃນນໍເວ ເປັນລົດຍົນພະລັງງານໄຟຟ້າ ຖືເປັນປະເທດທຳອິດໃນໂລກທີ່ມີຍອດຂາຍລົດຍົນໄຟຟ້າຫລາຍກວ່າລົດຍົນທີ່ໃຊ້ນ້ຳມັນ.
ລາຍງານຂອງ Information Council for Road Traffic ລະບຸວ່າ: ປີ 2020 ສະພາຂໍ້ມູນການຈະລາຈອນທາງບົກຂອງນໍເວ ລະບຸວ່າ: ຈາກການສຳຫລວດຍອດຂາຍລົດຍົນໃນນໍເວເມື່ອປີຜ່ານມາ ພົບວ່າມີຜູ້ຊົມໃຊ້ຊື້ລົດຍົນໄຟຟ້າໄປ 54,3% ເພີ່ມຂຶ້ນຈາກລະດັບ 42,4% ໃນປີ 2019.
ແລະ ເມື່ອພິຈາລະນາໃນເດືອນທັນວາປີຜ່ານມາ ພຽງເດືອນດຽວພົບວ່າ ຍອດຂາຍລົດຍົນໄຟຟ້າເພີ່ມຂຶ້ນສູງເຖິງ 66,7% ສູງທີ່ສຸດເປັນສະຖິຕິໃໝ່ແຕ່ລະເດືອນ.
ໂດຍລົດຍົນໄຟຟ້າທີ່ຂາຍດີທີ່ສຸດໃນນໍເວ 4 ອັນດັບທຳອິດຄື: Audi e-tron, Tesla Model 3, Volkswagen ID.3 ແລະ Nissan Leaf ເຊິ່ງລ້ວນເປັນລົດຍົນທີ່ໃຊ້ພະລັງງານໄຟຟ້າທັງໝົດ.
ລັດຖະບານນໍເວຕັ້ງເປົ້າວ່າ ຈະກຳຈັດລົດຍົນທີ່ໃຊ້ພະລັງງານຈາກນ້ຳມັນ ຫລື ແກັສທຳມະຊາດໃຫ້ໝົດໄປພາຍໃນປີ 2025 ໂດຍໄດ້ໃຊ້ມາດຕະການຈູງໃຈຫລາຍຢ່າງເພື່ອໃຫ້ປະຊາຊົນຫັນມາໃຊ້ລົດຍົນໄຟຟ້າ ລວມທັງການຍົກເວັ້ນພາສີລົດຍົນ ແລະ ການອຸດໜູນຈາກພາກລັດໃຫ້ບໍລິສັດຜູ້ຜະລິດລົດຍົນໄຟຟ້າ.
ອ້າງອີງ:
www.trtworld.com