ປິດແອກ່ອນດັບເຄື່ອງຈັກ ສົ່ງຜົນດີ ຫລື ຜົນຮ້າຍຕໍ່ລົດ
October 26, 2021 - 10:00 AM

ຫລາຍທ່ານບໍ່ຄ່ອຍຮູ້ ການປິດແອກ່ອນດັບເຄື່ອງຈະສົ່ງຜົນກັບລົດແນວໃດ ສຳລັບບັນຫາທີ່ໄດ້ຍິນມາຫລາຍກ່ຽວກັບເລື່ອງ ແອລົດນັ້ນກໍຄື ເຮົາຄວນປິດແອກ່ອນ ຫລື ປິດແອຫລັງດັບເຄື່ອງຈັກ ແບບໃດຈຶ່ງຈະຖືກ ? ມື້ນີ້ພວກເຮົາຈະພາມາເບິ່ງຄຳຕອບກັນ ວ່າເປັນແບບໃດກັນແທ້.
ເຊື່ອວ່າຫລາຍທ່ານຄົງມີຄວາມເຂົ້າໃຈທີ່ວ່າ ຫາກເປີດ – ປິດແອ ກ່ອນສະຕ໊າດເຄື່ອງຈັກ ຈະເຮັດໃຫ້ເກີດຄວາມເສຍຫາຍກັບ ລະບົບແອ ຈຶ່ງມັກຈະຖືກສອນມາວ່າໃຫ້ປິດແອ ຫລື ລະບົບປັນອາກາດກ່ອນທຸກເທື່ອ ຈະຊ່ວຍຍືດອາຍຸການໃຊ້ງານຂອງລະບົບ ແອໃນລົດຂອງເຮົາໄດ້. ກ່ອນອື່ນໝົດມາເບິ່ງວິທີການເຮັດວຽກຂອງລະບົບການສະຕ໊າດລົດ ຕັ້ງແຕ່ກ່ອນຈະໃສ່ກຸນແຈສະຕ໊າດ ກັນເລີຍ.
- ຂັ້ນທີ 1 : ບິດໄປຕຳແໜ່ງ Acc ຈະເປັນການເປີດໃຫ້ອຸປະກອນທີ່ໃຊ້ໄຟບາງຢ່າງເປີດເຮັດວຽກໄດ້ ເຊັ່ນ : ບ່ອນຈຸດຢາ ສູບ, ໂມງ ຫລື ວິທະຍຸ ເປັນຕົ້ນ ເພາະເປັນການເປີດໃຫ້ໄຟໄປລ້ຽງໄດ້.
- ຂັ້ນທີ 2 : ບິດຕໍ່ໄປໃນຕຳແໜ່ງທີ 2 ຕຳແໜ່ງ On ເຊິ່ງການບິດກຸນແຈມາໃສ່ຕຳແໜ່ງນີ້ ຈະເຮັດໃຫ້ແບັດເຕີຣີຈ່າຍໄຟໄປ ຍັງອຸປະກອນທຸກຢ່າງພາຍໃນລົດຂອງທ່ານ ເຊັ່ນ : ກ້ານປັດນ້ຳຝົນ, ແອເຮັດວຽກໄດ້ ໃນກໍລະນີທີ່ກົດເປີດແອ ເຊິ່ງຈະ ເປັນຂັ້ນຕອນໃນການກຽມຈະສະຕ໊າດລົດ ຈຶ່ງເປັນຕຳແໜ່ງທີ່ໄຟໄປລ້ຽງອຸປະກອນທຸກຢ່າງ.
- ຂັ້ນທີ 3 : ບິດໄປໃສ່ຕຳແໜ່ງ Start ຈະເປັນການເຮັດໃຫ້ເຄື່ອງຈັກເຮັດວຽກ ກໍຄື ການສະຕ໊າດລົດນັ້ນເອງ ແລະ ເມື່ອ ເຮົາຮູ້ເຖິງຂັ້ນຕອນໃນການເຮັດວຽກຂອງເຄື່ອງຈັກ ກັບການເຮັດວຽກຂອງສະວິດກຸນແຈແລ້ວ ວ່າມີຄວາມສອດຄ່ອງ ກັນແນວໃດແດ່ ເຮົາກໍມາເບິ່ງເລື່ອງບັນຫາໃນການເປີດ – ປິດແອກ່ອນດັບເຄື່ອງຈັກວ່າແບບໃດມີຂໍ້ດີ-ຂໍ້ເສຍແຕກຕ່າງ ກັນແນວໃດ. ຫລາຍຄົນກໍຖືກສອນມາວ່າ ການປິດແອກ່ອນດັບເຄື່ອງຈະຊ່ວຍໃຫ້ບໍ່ເກີດໄຟແລ່ນເຂົ້າລະບົບແອ, ແຕ່ຫາກ ຍັງເປີດແອໄວ້ຢູ່ ແລ້ວດັບເຄື່ອງກ່ອນກໍຈະເຮັດໃຫ້ແອເກີດຄວາມເສຍຫາຍ ຈຶ່ງເລືອກທີ່ຈະປິດແອກ່ອນທີ່ຈະດັບເຄື່ອງ ກັນ ຖາມວ່າຕ້ອງປິດແອກ່ອນດັບເຄື່ອງແທ້ຫລືບໍ່ ຄຳຕອບກໍແມ່ນ ແທ້ ແລະ ບໍ່ແທ້, ແທ້ສຳລັບລົດລຸ້ນເກົ່າທີ່ໃຊ້ລະບົບແອ ທຳມະດາ ແລະ ບໍ່ແທ້ສຳລັບລົດລຸ້ນໃໝ່ທີ່ໃຊ້ລະບົບແອອັດຕະໂນມັດ. ໃນກໍລະນີຂອງລົດລຸ້ນເກົ່າ ແນະນຳໃຫ້ປິດແອ ກ່ອນດັບເຄື່ອງຈັກ ເພາະຫາກແບັດເຕີຣີອ່ອນ ສະຕ໊າດແຕ່ພໍໄຫວ ມັນອາດຈະກາຍເປປັນບໍ່ໄຫວກໍມີ. ໃນກໍລະນີລົດລຸ້ນ ໃໝ່ ບໍ່ວ່າຈະເປີດແອ ຫລື ປິດແອຕອນສະຕ໊າດເຄື່ອງ ຄອມເພຣສເຊີຈະບໍ່ເຮັດວຽກ ເພາະລົດລຸ້ນໃໝ່ຈະມີລະບົບອັດຕະ ໂນມັດຄວບຄຸມໄວ້ ຄອມເພຣສເຊີເຮັດວຽກເມື່ອເຄື່ອງຈັກໝູນໄວພໍ ສະນັ້ນ ຈະເປີດແອໄວ້ຕະຫລອດກໍໄດ້.
- ທາງວິສະວະກອນຜະລິດເຄື່ອງຈັກເຂົາມີການຄິດຄົ້ນມາຢູ່ແລ້ວວ່າ ຫາກມີການສະຕ໊າດແລ້ວມີການສ້າງຄວາມເສຍ ຫາຍໃຫ້ກັບອຸປະກອນທີ່ໃຊ້ໄຟ ຈຶ່ງໄດ້ມີ ຣີເລທີ່ຈະຊ່ວຍໃນການໜ່ວງ ເພື່ອໃຫ້ຕັດໄຟ ບໍ່ໃຫ້ເຂົ້າໄປໃນລະບົບແອ ໃນຈັງ ຫວະທີ່ເຮົາບິດກຸນແຈສະຕ໊າດເຄື່ອງນັ້ນເອງ. ເພາະສະນັ້ນແລ້ວ ໃຜທີ່ກຳລັງຢ້ານວ່າເມື່ອສະຕ໊າດລົດແລ້ວ ໄຟຈະແລ່ນ ເຂົ້າລະບົບແອ ກໍບໍ່ຕ້ອງກັງວົນອີກຕໍ່ໄປ ເພາະຈະບໍ່ມີລະບົບໄຟເກີນເຂົ້າໄປສົ່ງຜົນຮ້າຍຕໍ່ແອລົດຄືດັ່ງທີ່ຫລາຍໆຄົນຢ້ານ ເປັນກັນ.