ແຂວງ ບໍ່ແກ້ວ ກຳນົດ 9 ເງື່ອນໄຂ ໃນການເດີນທາງເຂົ້າ-ອອກ

ໃນວັນທີ 21 ຕຸລາ 2021 ຜ່ານມາ, ທ່ານ ດຣ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ບໍ່ແກ້ວ ໄດ້ເຊັນເອກະສານແຈ້ງການເລກທີ200/ສພກ.ບກ, ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ກຳນົດໃຫ້ຜູ້ທີ່ມີເງື່ອນໄຂເທົ່ານັ້ນ ຈຶ່ງສາມາດເດີນທາງເຂົ້າ-ອອກແຂວງໄດ້.
ຜູ້ທີ່ຈະເດີນທາງເຂົ້າອອກແຂວງບໍ່ແກ້ວ ໄດ້ ຕ້ອງແມ່ນບຸກຄົນທີ່ມີເອກະສານຢັ້ງຢືນ ແລະ ໄດ້ຮັບອະນຸຍາດຖືກຕ້ອງ ຈາກຄະນະສະເພາະກິດ ຄື: 1.ໜັງສືຢັ້ງຢືນການເດີນທາງ ຈາກຄະນະສະເພາະກິດຕົ້ນທາງ ແລະ ປາຍທາງ, 2.ບັດສັກວັກຊີນ, 3.ໃບຢັ້ງຢືນການກັກຕົວຄົບ 14 ວັນ ຫລື ໃບຢັ້ງຢືນກວດໂຄວິ ເປັນຜົນລົບ, 4.ສຳເນົາບັດປະຈຳຕົວ ຫລື ສຳມະໂນຄົວ ທີ່ບໍ່ໝົດອາຍຸ, 5.ຖ້າເປັນເຈົ້າໜ້າທີ ຫລື ພະນັກງານຕ້ອງມີຂໍ້ຕົກລົງ ຈາກຫົວໜ້າອົງການ, ກົມກອງ ແລະ ຫ້ອງການຂອງຕົນສັງກັດ, 6.ກໍລະນີຄົນເຈັບ ຕ້ອງມີໃບຢັ້ງຢືນ ຂອງໂຮງໝໍ ຫລື ສະຖານທີບໍລິການ, 7.ກໍລະນີຖ້າເປັນປະຊາຊົນໄປເຮັດການຜະລິດ ຕ້ອງມີໃບຢັ້ງຢືນຈາກອົງການປົກຄອງບ້ານ, 8.ລົດຂົ່ນສົ່ງສິນຄ້າ ຕ້ອງມີເອກະສານທະບຽນລົດຖືກຕ້ອງ ເອກະສານການຂົ່ນສົ່ງສິນຄ້າຈາກເຈົ້າໜ້າທີ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ 9.ແຮງງານພາຍໃນ ແລະ ຕ່າງປະເທດ ຕ້ອງມີໃບຢັ້ງຢືນຮັບປະກັນ ຂອງບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ.