ວິທີຕື່ມກຳລັງໃຈໃນມື້ທີ່ໃຈທໍ້ຖອຍ
October 27, 2021 - 10:00 AM

ໝົດກຳລັງໃຈ, ໝົດພະລັງໃນການໃຊ້ຊີວິດ ບໍ່ວ່າຈະເກີດຈາກຄວາມອິດເມື່ອຍອ່ອນເພຍຈົນເກີນໄປ, ຜິດຫວັງຊ້ຳໆ ຫລື ຍ້ອນ ໝົດກຳລັງຈົນບໍ່ຢາກສົນໃຈຫຍັງອີກຕໍ່ໄປ ມື້ນີ້ພວກເຮົາຈະພາທ່ານມາສ້າງແຮງໃຈໃໝ່ ເພື່ອຕື່ມພະລັງ ຢ່າປ່ອຍໃຫ້ຕົນເອງໝົດ ຫວັງ, ມາເອີ້ນກຳລັງໃຈກັບຄືນ, ລຸກຂຶ້ນສູ້ອີກຄັ້ງ.
- ຫາເວລາພັກເມື່ອຍແດ່ : ບໍ່ວ່າຈະເມື່ອຍກາຍ ຫລື ເມື່ອຍມາຈາກໃຈ ກໍຂໍໃຫ້ຢຸດພັກກ່ອນເລີຍ ຖອຍອອກມາຈາກບັນຫາ ແລະ ຢຸດພັກຫາຍໃຈເລິກໆກ່ອນ ເພາະຖ້າຍິ່ງຝືນ ຍິ່ງທົນ ຍິ່ງເຮັດຕໍ່ ຈົນໝົດແຮງ ອາດເຮັດໃຫ້ເຮົາຍິ່ງທໍ້ ຍິ່ງເມື່ອຍ ຈົນ ໝົດຄວາມອົດທົນເລີຍກໍເປັນໄດ້, ລອງອອກໄປຍ່າງຫລິ້ນ, ພັກຜ່ອນ, ເຮັດກິດຈະກຳທີ່ມັກ, ຢຸດຫລິ້ນສື່ສັງຄົມອອນ ລາຍຈັກໄລຍະ, ລອງຟັງສຽງໃນໃຈຕົນເອງແດ່, ໃຫ້ລາງວັນຕົນເອງໄດ້ທ່ອງທ່ຽວໃນບ່ອນທີ່ຢາກໄປ, ໄດ້ກິນຫຍັງ ແຊບໆ, ອ່ານໜັງສື ເຮັດສິ່ງນີ້ເປັນການພັດທະນາຄວາມສາມາດຂອງຕົນເອງ, ການຖອຍອອກມາບາງເທື່ອາດຈະໄດ້ ໄອເດຍໃໝ່ໆກໍມີ.
- ເຮັດເຕັມທີ່ ປ່ອຍວາງໃນຜົນຕອບຮັບ : ເມື່ອໃດກໍຕາມທີ່ເຮົາຮູ້ສຶກຜິດຫວັງ ຢ່າເມົາແຕ່ໂທດຕົນເອງເລີຍ ເຮົາໄດ້ເຮັດທຸກ ຢ່າງດີທີ່ສຸດແລ້ວ ເພາະບາງເທື່ອບັນຫາມັນກໍມີຫລາຍເຫດຜົນ ຫລາຍປັດໄຈທີ່ເຮົາຄວບຄຸມບໍ່ໄດ້. ສະນັ້ນ ສິ່ງທີ່ຄວນ ເຮັດໃຫ້ສຸດຄວາມສາມາດກ່ອນຢ່າງໜ້ອຍໆຖ້າຜົນຈະອອກມາບໍ່ດີແທ້ໆ ເຮົາກໍຈະໄດ້ບໍ່ເສຍດາຍ ນັ່ງຄິດວ່າຖ້າເຮົາໄດ້ ເຮັດແບບນັ້ນແບບນີ້ກໍຄົງຈະດີ.
- ບັນຫາ = ເຂັ້ມແຂງຂຶ້ນ : ເຄີຍໄດ້ຍິນບໍ່ວ່າ What doesn’t kill you, makes you stronger ບັນຫາຕ່າງໆທີ່ເກີດ ຂຶ້ນອາດຈະເຮັດໃຫ້ເຮົາຮູ້ສຶກທໍ້ຖອຍ ແລະ ໝົດຫວັງ, ແຕ່ຖ້າເຮົາຜ່ານມັນມາໄດ້ ເຊື່ອເລີຍວ່າເຮົາໄດ້ຮຽນຮູ້ແນວທາງ ແລະ ວິທີຄິດຈາກບັນຫາທີ່ເກີດຂຶ້ນແລ້ວ ທີ່ຈະແກ້ໄຂບັນຫາຂອງແຕ່ລະບັນຫາແມ່ນຫຍັງ ແລ້ວເຮົາຕ້ອງແກ້ໄຂແນວໃດ ສິ່ງສຳຄັນຄື ເຮົາຈະເກັ່ງ ແລະ ເຂັ້ມແຂງຂຶ້ນຢ່າງແນ່ນອນ ຈື່ໄວ້ວ່າການລົ້ມເຫລວແດ່ມັກຈະນຳໄປສູ່ຄວາມສຳເລັດໃນ ທີ່ສຸດ.
- ໃຫ້ກຳລັງໃຈຕົນເອງ : ການມີເປົ້າໝາຍເປັນເລື່ອງທີ່ດີ, ແຕ່ຢ່າກົດດັນຕົນເອງຫລາຍເກີນໄປ, ຢ່າໄປປຽບທຽບຜົນງານ ຕົນເອງກັບຄົນອື່ນຈົນໝົດກຳລັງໃຈ ເພາະສິ່ທີ່ເຮົາຄວນເຮັດແທ້ໆແມ່ນການເຮັດວຽກໂດຍຮູ້ຄວາມສາມາດຂອງຕົນ ເອງ, ຮູ້ວ່າຕົນເອງເກັ່ງຫຍັງ, ມີຈຸດເດັ່ນຫຍັງໃຫ້ພັດທະນາ ແລະ ມີຈຸດດ້ອຍຫຍັງທີ່ຄວນແກ້ໄຂ ເພາະຈະຊ່ວຍໃຫ້ເຮົາ ເຮັດວຽກໄດ້ມີປະສິດທິພາບ ແລະ ເຫັນຄຸນຄ່າຂອງຕົນເອງຫລາຍຂຶ້ນ.
- ເອົາຊະນະຄວາມຢ້ານ : ຄວາມຢ້ານເປັນອຸປະສັກຢ່າງໜຶ່ງທີ່ເຮັດໃຫ້ເຮົາບໍ່ສາມາດເຮັດວຽກໄດ້ ຢ້ານວ່າເຮັດລົງໄປ ແລ້ວຈະອອກມາບໍ່ສົມບູນແບບ, ຢ້ານວ່າເຮົາຈະບໍ່ເປັນທີ່ພໍໃຈຂອງຫົວໜ້າ ແລະ ເພື່ອນຮ່ວມງານ, ຢ້ານໄປໝົດທຸກຢ່າງ ໂດຍທີ່ຍັງບໍ່ໄດ້ລົງມືເຮັດ. ໃຫ້ຢຸດຄິດ, ເຂົ້າໃຈວ່າມັນຍາກ, ແຕ່ຖ້າເຮົາເອົາຊະນະຄວາມຢ້ານໄດ້, ເຊື່ອໝັ້ນໃນຕົນເອງ ເຂົ້າໄວ້ວ່າເຮົາເຮັດໄດ້ ແລະ ເຮົາຈະເຮັດໃຫ້ສຳເລັດນຳ ເມື່ອເຮົາມີຄວາມໝັ້ນໃຈໃນການເຮັດວຽກ ຄວາມສຳເລັດທີ່ ເຮົາຄາດໝາຍໄວ້ກໍຢູ່ບໍ່ໄກຫລາຍດອກ ຖ້າຍັງຮູ້ສຶກຢ້ານຢູ່ ໃຫ້ລົງມືເຮັດໄປກ່ອນ ໂດຍທີ່ຍັງຢ້ານຢູ່ ຮັບຮອງໄດ້ວ່າ ຮູ້ໂຕ ອີກເທື່ອ ເຮົາກໍຊະນະຄວາມຢ້ານຂອງໂຕເອງໄດ້ແລ້ວ.