ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ

ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ -              10 - ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ
ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ - kitchen vibe - ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ

ວັນທີ 22 ຕຸລາ 2021, ທ່ານ ນາງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີຂອງນິວຊີແລນ ປະກາດຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ຂອງພົນລະເມືອງທີ່ມີສິດເຂົ້າຮັບວັກຊີນ ກ່ອນຈະຍົກເລີກມາດຕະການລັອກດາວຕ່າງໆ ທີ່ໃຊ້ຮັບມືຕໍ່ການແຜ່ລະບາດຂອງໂຄວິດພາຍໃນປະເທດ ໂດຍສະເພາະສາຍພັນເດວຕາ.

ໂອ໊ກແລນເປັນໜຶ່ງໃນເມືອງທີ່ຖືເປັນສູນກາງການແຜ່ລະບາດຮອບຫລ້າສຸດຂອງນິວຊີແລນ ແລະ ຢູ່ພາຍໃຕ້ມາດຕະການລັອກດາວມາດົນກວ່າ 2 ເດືອນແລ້ວ, ທາງການຄາດວ່າຈະສາມາດສັກວັກຊີນຄົບໂດສໃຫ້ພົນລະເມືອງທີ່ອາໄສຢູ່ໃນເມືອງແຫ່ງນີ້ໄດ້ຕາມເປົ້າໝາຍທີ່ວາງໄວ້ໃນມໍ່ໆນີ້.

ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ - Visit Laos Visit SALANA BOUTIQUE HOTEL - ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ
ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ - Visit Laos Visit SALANA BOUTIQUE HOTEL - ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ

ຂະນະທີ່ພື້ນທີ່ອື່ນໆຂອງນິວຊີແລນ ເຖິງວ່າຈະບໍ່ໄດ້ມີສູນກາງການແຜ່ລະບາດໃໝ່ເກີດຂຶ້ນ, ແຕ່ຈະໄດ້ຮັບການຫລຸດຜ່ອນມາດຕະການຮັບມືໂຄວິດຕ່າງໆຫລາຍຂຶ້ນ ເມື່ອແຕ່ລະພື້ນທີ່ສາມາດສັກວັກຊີນໄດ້ຕາມເປົ້າ 90%. ເຖິງຢ່າງໃດກໍຕາມ, ຄົນຍັງຈຳເປັນຕ້ອງສະແດງຫລັກຖານທີ່ຢືນຢັນວ່າຕົນເຂົ້າຮັບການສັກວັກຊີນແລ້ວ ເພື່ອເຂົ້າໃຊ້ບໍລິການ ແລະ ສະຖານທີ່ຕ່າງໆ.

ນອກຈາກນີ້, ທາງການນິວຊີແລນຍັງໃຫ້ຄຳໝັ້ນຈະຊ່ວຍເຫລືອບັນດາທຸລະກິດທີ່ໄດ້ຮັບຜົນກະທົບຈາກມາດຕະການລັອກດາວທີ່ເກີດຂຶ້ນ, ພ້ອມສະໜັບສະໜູນໃຫ້ບັນດາຊົນເຜົ່າພື້ນເມືອງຂອງນິວຊີແລນສາມາດເຂົ້າເຖິງ ແລະ ເຂົ້າຮັບວັກຊີນຕ້ານໂຄວິດໄດ້ງ່າຍຂຶ້ນ.

ໄລຍະຜ່ານມາ ນິວຊີແລນຖືເປັນໜຶ່ງໃນປະເທດທີ່ຮັບມືສະຖານະການການແຜ່ລະບາດຂອງໂຄວິດໄດ້ຢ່າງມີປະສິດທິພາບ, ກວດຫາເຊື້ອ, ກັກຕົວ, ຫາຜູ້ຕິດເຊື້ອ ແລະ ເຝົ້າຕິດຕາມຜົນຢ່າງຈິງຈັງ, ເຂັ້ມງວດ ແລະ ຈຳກັດມາດຕະການເດີນທາງເຂົ້າ-ອອກປະເທດ ແລະ ການເດີນທາງຂ້າມພື້ນທີ່. ແຕ່ກໍຍັງບໍ່ສາມາດຢຸດການແຜ່ລະບາດໄດ້ຢ່າງຊິ້ນເຊີງ ນັບແຕ່ເຊື້ອເດວຕາແຜ່ລະບາດ ສົ່ງຜົນໃຫ້ທາງການປ່ຽນແປງຈາກການຢຸດການແຜ່ລະບາດມາເປັນປ່ຽນແປງ ແລະ ເປີດໂອກາດໃຫ້ປະຊາຊົນໄດ້ມີໂອກາດໃຊ້ຊີວິດທ່າມກາງໂຄວິດທີ່ຍັງບໍ່ຫາຍໄປ ຫລັງແຜ່ລະບາດມາເກືອບ 2 ປີ.

ຫລ້າສຸດ ນິວຊີແລນມີຜູ້ຕິດເຊື້ອສະສົມແລ້ວ 5.450 ຄົນ, ເສຍຊີວິດແລ້ວ 28 ຄົນ, ພົນລະເມືອງປະມານ 60% ຂອງພົນລະເມືອງທີ່ມີສິດເຂົ້າຮັບການສັກວັກຊີນໄດ້ຮັບວັກຊີນຄົບໂດສແລ້ວ.

ອ້າງອີງ:

ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ - 3 - ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ
ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ - 5 - ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ
ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ - 4 - ນິວຊີແລນຕັ້ງເປົ້າສັກວັກຊີນຕ້ານໂຄວິດຄົບໂດສໃຫ້ໄດ້ 90% ກ່ອນຈະຍົກເລີກມາດຕະການລັອກດາວ