ຈີນຜ່ານກົດໝາຍການສຶກສາສະບັບໃໝ່ ໃຫ້ຫລຸດວຽກບ້ານ-ຮຽນເພີ່ມ ເພື່ອບັນເທົາແຮງກົດດັນຂອງເດັກ

ສຳນັກຂ່າວ Xinhua ຂອງຈີນ ລາຍງານໃນວັນທີ 23 ຕຸລາວ່າ: ລັດຖະບານຈີນໄດ້ຜ່ານກົດໝາຍດ້ານການສຶກສາສະບັບໃໝ່ທີ່ພະຍາຍາມຕັດຫລຸດ “ແຮງກົດດັນ 2 ທາງ” ຂອງນັກຮຽນ ທັງຈາກການເຮັດວຽກບ້ານ ແລະ ການຮຽນເພີ່ມນອກສະຖານທີ່ໃນວິຊາຫລັກຕ່າງໆ.
ກົດໝາຍໃໝ່ດັ່ງກ່າວ ເຊິ່ງຍັງບໍ່ເຜີຍແຜ່ລາຍລະອຽດທັງໝົດ ກຳນົດໃຫ້ແຕ່ລະທ້ອງຖິ່ນທົ່ວປະເທດ ຕ້ອງຮັບຜິດຊອບໃນການດຳເນີນງານ ເພື່ອໃຫ້ແນ່ໃຈວ່າແຮງກົດດັນທັງ 2 ທາງທີ່ເກີດກັບນັກຮຽນນັ້ນຈະຫລຸດລົງ ແລະ ຂໍໃຫ້ພໍ່ແມ່ ແລະ ຜູ້ປົກຄອງ ຊ່ວຍຈັດສັນເວລາພັກຜ່ອນ ແລະ ອອກກຳລັງກາຍໃຫ້ລູກຫລານຂອງຕົນຢ່າງເໝາະສົມ ລວມທັງຫລີກລ່ຽງການໃຫ້ເດັກໃຊ້ອິນເຕີເນັດຫລາຍເກີນໄປ.
ການເຄື່ອນໄຫວຂອງລັດຖະບານປັກກິ່ງຄັ້ງນີ້ ມີຂຶ້ນຫລັງຈາກວັນທີ 18 ຕຸລາຜ່ານມາ ລັດຖະສະພາຈີນໄດ້ເປີດເຜີຍວ່າ: ກຳລັງພິຈາລະນາກົດໝາຍ ທີ່ມີການລົງໂທດສຳລັບພໍ່ແມ່ ຖ້າປ່ອຍປະລະເລີຍໃຫ້ລູກຂອງຕົນກະທຳພຶດຕິກຳຮ້າຍແຮງ ແລະ ກໍ່ອາດຊະຍາກຳ.
ເຊິ່ງໃນປີຜ່ານມາ, ຈີນຍັງເນັ້ນໃຊ້ມາດຕະການເຂັ້ມງວດໃນການແກ້ໄຂບັນຫາເຍົາວະຊົນຕິດເກມອອນລາຍ ເຊິ່ງຖືກເອີ້ນວ່າເປັນຮູບແບບໜຶ່ງຂອງ “ຝິ່ນທາງຈິດວິນຍານ” ແລະ ພະຍາຍາມປາບປາມການບູຊາ ແລະ ມັກຄົນດັງໃນໂລກອອນລາຍທີ່ເກີນຂອບເຂດ.
ຂະນະທີ່ກ່ອນໜ້ານີ້ບໍ່ເທົ່າໃດເດືອນ, ກະຊວງສຶກສາທິການຈີນຍັງໄດ້ສັ່ງຈຳກັດຊົ່ວໂມງການຫລິ້ນເກມສຳລັບເຍົາວະຊົນ ໂດຍອະນຸຍາດໃຫ້ຫລິ້ນເກມອອນລາຍໄດ້ 1 ຊົ່ວໂມງ ໃນວັນສຸກ, ເສົາ ແລະ ອາທິດເທົ່ານັ້ນ. ໃນຂະນະທີ່ມີນະໂຍບາຍຫລຸດໃຫ້ວຽກບ້ານ ແລະ ຫ້າມການສອນເພີ່ມແກ່ເດັກນັກຮຽນໃນວິຊາຫລັກຕ່າງໆ ທັງໃນທ້າຍອາທິດ ແລະ ວັນພັກອື່ນໆ ເນື່ອງຈາກກັງວົນວ່າການຮຽນໜັງສືທີ່ໜັກເກີນໄປອາດສົ່ງຜົນກະທົບຕໍ່ເດັກ.
ອ້າງອີງ:
https://www.reuters.com/world/china/china-passes-law-cut-homework-pressure-students-2021-10-23/