ໄຟເຊີ ຢືນຢັນວັກຊີນຕ້ານໂຄວິດ-19 ປອດໄພ ແລະ ມີປະສິດທິພາບ ປ້ອງກັນໄວຣັສໃນເດັກສູງກວ່າ 90%

ວັນທີ 22 ຕຸລາ 2021, ບໍລິສັດ Pfizer/BioNTech ໄດ້ເປີດເຜີຍຜົນການທົດລອງທາງຄລີນິກຂັ້ນຕົ້ນຂອງວັກຊີນຕ້ານໂຄວິດໃນເດັກອາຍຸແຕ່ 5-11 ປີ ພົບວ່າປະສິດທິພາບສາມາດຕ້ານທານການຕິດເຊື້ອໂຄວິດໄດ້ສູງເຖິງ 90,7%.
ໂດຍການທົດລອງດັ່ງກ່າວ ມີເດັກເຂົ້າຮ່ວມຈຳນວນ 2.268 ຄົນ ແບ່ງເປັນກຸ່ມທີ່ໄດ້ຮັບວັກຊີນ Pfizer ແລະ ກຸ່ມທີ່ໄດ້ຮັບຢາຂີ້ຕົວະ (Placebo) ເຊິ່ງກຸ່ມທີ່ໄດ້ຮັບວັກຊີນມີຈຳນວນຫລາຍກວ່າ 1.500 ຄົນ ແລະ ໄດ້ຮັບຢາຂີ້ຕົວະ 750 ຄົນ ເຊິ່ງໄດ້ຮັບການສັກວັກຊີນ 2 ໂດສ ໃນປະລິມານ 10 ໄມໂຄຣກຣາມຕໍ່ໂດສ.
ຂະນະທີ່ພົບວ່າມີເດັກ 16 ຄົນທີ່ໄດ້ຮັບຢາຂີ້ຕົວະ ຕິດເຊື້ອໂຄວິດ ເຊິ່ງ Pfizer ໄດ້ສົ່ງເອກະສານສະຫລຸບຜົນການທົດລອງໃຫ້ສຳນັກງານຄະນະກຳມະການອາຫານ ແລະ ຢາອາເມລິກາ ຫລື FDA ແລ້ວ.
ທັງນີ້ ການທົດລອງທາງຄລີນິກຂອງວັກຊີນ Pfizer ໃນເດັກອາຍຸ 5-11 ປີ ບໍ່ໄດ້ອອກແບບມາເພື່ອວັດປະສິດທິພາບໃນການຕໍ່ຕ້ານໄວຣັສໂຄວິດເປັນຫລັກ, ແຕ່ຈະປຽບທຽບປະລິມານແອນຕິບໍດີທີ່ເກີດຈາກວັກຊີນໃນເດັກ ກັບການຕອບສະໜອງຂອງວັກຊີນໃນຜູ້ຮັບທີ່ອາຍຸຫລາຍກວ່າສຳລັບການທົດລອງໃນຜູ້ໃຫຍ່.
ນອກຈາກນີ້, Pfizer ເຜີຍວ່າ: ໄດ້ຂະຫຍາຍການທົດລອງດ້ານຄວາມປອດໄພຂອງວັກຊີນ ໂດຍມີເດັກເຂົ້າຮ່ວມການທົດລອງຫລາຍກວ່າ 4.500 ຄົນ ເຊິ່ງຜົນທົດລອງຂັ້ນຕົ້ນສະແດງໃຫ້ເຫັນວ່າ ວັກຊີນມີທ່າອ່ຽງຈະປອດໄພ ໃນສູດການໃຫ້ວັກຊີນສຳລັບເດັກແບບໃໝ່ ເຊິ່ງກໍ່ໃຫ້ເກີດຜົນຂ້າງຄຽງແກ່ເດັກທີ່ໄດ້ຮັບວັກຊີນ ປະລິມານ 10 ໄມໂຄກຣາມ ໃນລະດັບເລັກໜ້ອຍເຖິງປານກາງ.
ທັງນີ້ຄະນະທີ່ປຶກສາຂອງ FDA ກຽມປະຊຸມໃນວັນທີ 26 ຕຸລາ ເພື່ອຫາລືວ່າຄວນອະນຸມັດໃຊ້ວັກຊີນຕ້ານໂຄວິດໃນກຸ່ມເດັກອາຍຸ 5-11 ປີ ຫລື ບໍ່ ເຊິ່ງປັດຈຸບັນວັກຊີນຂອງ Pfizer ໄດ້ຮັບອະນຸຍາດໃຫ້ໃຊ້ໄດ້ໃນເດັກອາຍຸ 12 ປີຂຶ້ນໄປ. ຂະນະທີ່ຄາດວ່າ FDA ຈະມີການເປີດເຜີຍຜົນກວດສອບເອກະສານການທົດລອງວັກຊີນຂອງ Pfizer ກ່ອນກອງປະຊຸມ.
ອ້າງອີງ: