ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ

ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ -           2 - ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ
ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ - Untitled design 1 - ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ

ກອງທັບອາເມລິກາສັງຫານຜູ້ນຳລະດັບສູງຂອງກຸ່ມອັລ-ກໍອິດະໃນຊີເຣຍ.

ວັນທີ 23 ຕຸລາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງບັນຊາການກາງກອງທັບອາເມລິກາ ເຜີຍແຜ່ຖະແຫລງການ ລະບຸກອງທັບອາເມລິກາສົ່ງເຮືອບິນຄວບຄຸມທາງໄກຕິດອາວຸດ MQ-9 ເຂົ້າໂຈມຕີເປົ້າໝາຍໃນຊີເຣຍເມື່ອວັນທີ 22 ຕຸລາ ແລະ ໄດ້ສັງຫານ ອັບດຸລ ຮາມິດ ອັລ-ມາຕາ ໜຶ່ງໃນສະມາຊິກລະດັບສູງຂອງກຸ່ມອັລ-ກໍອິດະ.

ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ - Visit Laos Visit SALANA BOUTIQUE HOTEL - ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ

ພັນຕີ ຈອນ ຣິກບີ ໂຄສົກກອງບັນຊາການກາງກອງທັບອາເມລິກາ ລະບຸໃນຖະແຫລງການວ່າ: “ການສັງຫານຜູ້ນຳລະດັບສູງຂອງກຸ່ມອັລ-ກໍອິດະນີ້ ເປັນການຂັດຂວາງຄວາມສາມາດໃນການວາງແຜນ ແລະ ມີການໂຈມຕີທົ່ວໂລກຂອງອົງການກໍ່ການຮ້າຍ ເຊິ່ງຈະເປັນໄພຕໍ່ພົນລະເມືອງອາເມລິກາ, ພັນທະມິດ ແລະ ພົນລະເຮືອນຜູ້ບໍລິສຸດ”.

ພັນຕີ ຣິກບີ ກ່າວອີກວ່າ: ບໍ່ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກການໂຈມຕີຄັ້ງນີ້, ພ້ອມຢືນຢັນວ່າ: ອາເມລິກາຈະເດີນໜ້າກວາດລ້າງສະມາຊິກອັລ-ກໍອິດະ ແລະ ເຄືອຂ່າຍທີ່ໃຊ້ຊີເຣຍເປັນຖານທີ່ໝັ້ນຕໍ່ໄປ.

ທັງນີ້, ການໂຈມຕີຄັ້ງຫລ້າສຸດເກີດຂຶ້ນໃນເວລາພຽງ 2 ວັນ ຫລັງຈາກກອງກຳລັງດ່ານໜ້າຂອງອາເມລິກາໃນຊີເຣຍໄດ້ຖືກໂຈມຕີກ່ອນໜ້ານີ້. ເຖິງຢ່າງໃດກໍຕາມ, ໃນຖະແຫລງການຂອງກອງບັນຊາກາງກອງທັບອາເມລິກາ ບໍ່ໄດ້ລະບຸວ່າການໂຈມຕີນີ້ເປັນການຕອບໂຕ້ຈາກຝັ່ງອາເມລິກາ ຫລື ບໍ່.

ອ້າງອີງ:

https://www.reuters.com/…/us-says-it-killed-senior-al…/

https://www.aljazeera.com/…/us-says-it-killed-al-qaeda…

ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ - lattana banner 1 - ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ
ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ - lattana banner - ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ
ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ -    AD conten website - ອາເມລິກາ ສົ່ງໂດຣນຕິດອາວຸດ ສັງຫານ ຜູ້ນຳລະດັບສູງ ອັລ-ກໍອິດະ ໃນຊີເຣຍ
error: Alert: ເນື້ອຫາຂ່າວມີລິຂະສິດ !!