ໄຂຂໍ້ຂ້ອງໃຈເສັ້ນທາງລົດໄຟ ລາວ-ຈີນ ເຮົາໄດ້ປະໂຫຍດຫຍັງແດ່ ?

ໂດຍ: ທິດກໍ່າ
ນັບແຕ່ສອງພັກ, ສອງລັດຖະບານ ລາວ-ຈີນ ໄດ້ພ້ອມກັນຕົກລົງປົງໃຈເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ຮ່ວມກັນ ກໍເລີ່ມມີຫາງສຽງເວົ້າວ່າວິພາກວິຈານຕ່າງໆນາໆຕາມມາ ຈົນມາຮອດປັດຈຸບັນກໍຍິ່ງແຜ່ລາມກວ້າງຂວາງໄປທົ່ວສາລະທິດ ໂດຍສະເພາະແມ່ນວົງການສື່ມວນຊົນໃນປະເທດລາວ ແລະ ປະເທດໄທ. ໃນບັນດາຫາງສຽງວິພາກວິຈານນັ້ນ ສ່ວນຫລາຍກໍວິເຄາະວິຈານໄປໃນທິດທາງທີ່ດີ, ແຕ່ມີບາງສື່, ບາງກຸ່ມບາງຄົນກໍໃສ່ຮ້າຍປ້າຍສີວ່າ ລາວຕິດກັບດັກຈີນ, ວ່າຈີນຈະມາຢຶດເອົາແຜ່ນດິນລາວ ຕ່າງໆນານາ.
ເພື່ອແກ້ຄວາມຂ້ອງໃຈຂອງຜູ້ຄົນທີ່ໄດ້ຕຳໜິວິຈານທີ່ກ່າວມາຂ້້າງເທິງນັ້ນ, ທິດກໍ່າ ຂໍເປັນສ່ວນໜຶ່ງໃນການເປີດຕາເປີດໃຈໄຂປິດສະໜາຕໍ່ຜູ້ທີ່ຍັງຄາໃຈທີ່ພວມກ່າວຂານຮືຮາໄປທົ່ວໂລກໂຊຊຽວໃນປັດຈຸບັນ.
ຫາກຕັ້ງໂຈດກັນວ່າ, ປະເທດລາວໄດ້ຫຍັງແດ່ຈາກທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່ພວມຈະເປີດສາກແລ່ນຮັບໃຊ້ສັງຄົມໃນວັນທີ 2 ທັນວາ ທີ່ຈະມາເຖິງນີ້ ? ຖ້າໃຫ້ທິດກໍ່າຕອບຂໍ້ທີໜຶ່ງ: ໃນຍຸກນີ້ ລາວເຮົາໄດ້ມີລົດໄຟຄວາມໄວສູງຕາມຄວາມມຸ້ງມາດປາດຖະໜາແລ້ວ. ອັນນີ້ຖືວ່າເປັນໃບໜ້າໃບຕາຂອງຄົນລາວຊາດລາວ ເຊິ່ງໃນປະຫວັດສາດຫລາຍພັນປີຜ່ານມາ ລາວເຮົາຍັງບໍ່ທັນເຄີຍມີລົດໄຟຄວາມໄວສູງຄືແນວນີ້ຈັກເທື່ອ.
ອັນທີສອງ: ໃນຂັ້ນຕໍ່ໄປນີ້ ລາວເຮົາຈະໄດ້ພົວພັນໄປມາຄ້າຂາຍກັບໂລກພາຍນອກວ້າງຂວາງຂຶ້ນ, ວ່ອງໄວທັນໃຈຂຶ້ນ ເຊິ່ງໃນປະຫວັດສາດຫລາຍຮ້ອຍປີຜ່ານມາ ລາວເຮົາເໝືອນຖືກກັບດັກກີດກັ້ນຈາກລັດທິສັກດີນາລ່າຫົວເມືອງຂຶ້ນ, ບໍ່ໄດສ້າງ, ບໍ່ໄດ້ສາ ເປັນຍຸກທີ່ໜັກໜ່ວງທີ່ສຸດກໍແມ່ນຕອນເປັນຫົວເມືອງຂຶ້ນຂອງສະຫຍາມ ເຂົາບໍ່ອະນຸຍາດໃຫ້ລາວເຮົາຄ້າຂາຍກັບພາຍນອກ. ໃນຍຸກນັ້ນ ຖ້າມີສິນຄ້າ, ມີຄັ່ງ, ມີຍານເຄື່ອງປ່າຂອງດົງກໍຕ້ອງຂາຍໃຫ້ຄົນສະຫຍາມ, ແລ້ວພວກສະຫຍາມຈຶ່ງເອົາໄປຂາຍຕໍ່ໃຫ້ພໍ່ຄ້າຄົນຝຣັ່ງ-ອັງກິດ ອັນນີ້ເຂົາເອີ້ນວ່າ ການໃຊ້ອຳນາດຜູກຂາດດ້ານການຄ້າ. ພໍຕົກມາໃນຍຸກຝຣັ່ງ, ອາເມລິກາປົກຄອງ ກໍເປັນລັກສະນະເໝືອນກັນ. ດ້ວຍສາເຫດນີ້ ຊາດລາວຄົນລາວຈຶ່ງທຸກຍາກລຳບາກບໍ່ຈະເລີນຄືປະເທດອື່ນເຂົາ.
ອັນທີສາມ: ເສັ້ນທາງລົດໄຟຄວາມໄວສູງສາຍນີ້ລະຈະເປັນເງື່ອນໄຂ ແລະ ປັດໄຈຊຸກຍູ້ສົ່ງເສີມ ທັງບັງຄັບໃຫ້ຄົນລາວມີການຜະລິດ ບໍ່ພາກັນຂີ້ຄ້ານ, ເອື່ອຍອີງ. ໃນຂັ້ນຕໍ່ໄປນີ້ ຖ້າຜູ້ໃດຢາກມີຢູ່ມີກິນກໍຂ້ຽວເຮັດຂ້ຽວສ້າງ ຕ້ອງດິ້ນຮົນດຸໝັ່ນ.
ອັນທີສີ່: ເສັ້ນທາງລົດໄຟສາຍນີ້ຈະອຳນວຍການຂົນສົ່ງໃຫ້ດີກວ່າເກົ່າ, ໄວກວ່າເກົ່າ. ຄາດວ່າຕໍ່ໄປນີ້ ລົດຂົນສົ່ງສິນຄ້າໄປຕ່າງແດນສ່ວນໜຶ່ງຈະບໍ່ໄດ້ອວ່າຍໜ້າຂ້າມຂອງ ມັນຈະອວ່າຍໜ້າມາຫາທາງລົດໄຟ ອັນນີ້ເຂົາເອີ້ນວ່າ ລົມປ່ຽນທິດ ນ້ຳປ່ຽນແລວ.
ອັນທີຫ້າ: ລາວເຮົາຈະໄດ້ລາຍຮັບຈາກການທ່ອງທ່ຽວມະຫາສານ ຄາດວ່າຕໍ່ໄປນີ້ຖ້າໂຄວິດ-19 ໝົດໄປ ນັກທ່ອງທ່ຽວຈະພາກັນຫລຸຫລັ່ງທັ່ງເທມາຊົມທຳມະຊາດເມືອງລາວເນື້ອຫອມຫລາຍຂຶ້ນ.
ສ່ວນອັນທີຫົກ: ນັ້ນແມ່ນພວກເຮົາຈະມີບຸກຄະລາກອນທາງລົດໄຟໃນອະນາຄົດ ເພາະປັດຈຸບັນນີ້ລາວເຮົາພວມກະກຽມສ້າງວິທະຍາໄລການລົດໄຟແລ້ວ ຄາດວ່າອີກບໍ່ດົນຈະເລີ່ມລົງມືກໍ່ສ້າງໃນໄວໆນີ້. ນອກນັ້ນຄົນລາວຫລາຍພັນຄົນກໍຈະໄດ້ເຂົ້າເຮັດວຽກໃນໂຄງການນີ້.
ສະຫລຸບແລ້ວ ເບິ່ງອັນໃດກໍຄືວ່າມີແຕ່ໄດ້ກັບໄດ້, ສ່ວນໃຜຊິວ່າເຮົາບໍ່ໄດ້ຜົນປະໂຫຍດຫຍັງນັ້ນ ຊິວ່າແນວໃດກໍບໍ່ສົນດອກ ເພາະກິນເຂົ້າຄົນລະຕິບ, ກິນແກງຄົນລະໝໍ້ ຕາມທິດກໍ່າວ່າ.