ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 - 248281555 1751130601757379 5553334956092328058 n - ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 - Untitled design 1 - ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39

ວັນທີ 26 ຕຸລາ 2021 ນີ້ ທ່ານ ພັນຄຳ ວິພາວັນ ນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງແບບທາງໄກ ໂດຍການເປັນປະທານຂອງ ສົມ ເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021 ພາຍໃຕ້ຄໍາຂວັນ: “ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ”.

ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 38 ຜູ້ນໍາອາຊຽນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າໃນການສ້າງປະຊາຄົມອາຊຽນ, ເຊິ່ງໄດ້ຮັບໝາກຜົນທີ່ສຳຄັນໃນຫລາຍດ້ານໃນທ່າມກາງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ແມ່ນສໍາເລັດການກະກຽມໃນເບື້ອງຕົ້ນ ເພື່ອເລີ່ມຂະບວນການຮ່າງວິໄສທັດປະຊາຄົມອາຊຽນ ຫລັງປີ 2025, ການສ້າງຕັ້ງບັນດາສູນສາທາລະນະສຸກ ແລະ ກອງທຶນຕອບໂຕ້ພະຍາດໂຄວິດ-19 ກໍຄືພາວະສຸກເສີນ ແລະ ໄພພິບັດທາງທໍາມະຊາດຕ່າງໆ, ການຮັດແໜ້ນການຮ່ວມມືເພື່ອຟື້ນຟູການເຊື່ອມຈອດ, ການສະໜອງແບບຕ່ອງໂສ້ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນພາຍໃນພາກພື້ນ ໂດຍຜ່ານແຜນງານຟື້ນຟູອາ ຊຽນຮອບດ້ານ, ການສ້າງຂອບການຮ່ວມມືສໍາລັບການເດີນທາງພາຍໃນອາຊຽນ ແລະ ອື່ນໆ.

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39

ໃນກອງປະຊຸມ, ບັນດາຜູ້ນໍາໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບການຮັບມືກັບພະຍາດລະບາດ ໂຄວິດ-19, ເຊິ່ງທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນດ້ານຕ່າງໆ ເພື່ອຮັບມືກັບພະຍາດໂຄວິດ-19 ເປັນຕົ້ນແມ່ນອຸປະກອນການແພດ, ວັກຊິນ ແລະ ການຊ່ວຍເຫລືອດ້ານວິຊາການ ແລະ ດ້ານອື່ນໆ. ພ້ອມທັງໄດ້ສະເໜີໃຫ້ປະເທດສະມາຊິກອາຊຽນ ສືບຕໍ່ຮັດແໜ້ນການຮ່ວມມືກັນ ເພື່ອສະ ກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການສ້າງຄວາມເຂັ້ມແຂງໃຫ້ຂະແໜງການສາທາລະນະສຸກ ແລະ ການສະໜອງວັກຊິນໃຫ້ພຽງພໍກັບຄວາມຕ້ອງການຂອງແຕ່ລະປະເທດສະມາ ຊິກ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບກ່ຽວກັບການປະກອບ ສ່ວນຂອງ ສປປ ລາວ ຈຳນວນໜຶ່ງແສນໂດລາສະຫະລັດ ເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ແລະ ຫ້າສິບພັນໂດລາສະຫະ ລັດ ຜ່ານສູນປະສານງານການຊ່ວຍເຫລືອດ້ານມະ ນຸດສະທໍາ ແລະ ໄພພິບັດອາຊຽນ (AHA) ເພື່ອປະກອບສ່ວນເຂົ້າໃນການລະດົມທຶນຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ມຽນມາ.

ໃນຕອນທ້າຍ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 38 ໄດ້ຮັບຮອງເອົາເອກະສານທີ່ສໍາຄັນຫລາຍສະບັບ ເປັນຕົ້ນແມ່ນຖະແຫລງການ ບັນດາເສຣິເບກາວັນ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພ ພິບັດ ແລະ ພາວະສຸກເສີນ, ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫລັກການຮ່ວມມືຫລາຍຝ່າຍ, ຖະແຫລງການຜູ້ນໍາອາຊຽນວ່າດ້ວຍການຮ່ວມມືເສດຖະກິດສີຟ້າ ແລະ ເອກະສານທີ່ສຳຄັນ ອື່ນໆອີກຈໍານວນໜຶ່ງ.

ພາຍຫລັງສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38, ທ່ານນາຍົກລັດຖະມົນຕີ ພັນຄຳ ວິ ພາວັນ ກໍໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 39, ເຊິ່ງກອງປະຊຸມໄດ້ທົບທວນຄືນການຮ່ວມມືລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ. ໃນນັ້ນບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດສໍາຄັນຂອງອາຊຽນໃນເວທີພາກພື້ນ ແລະ ສາກົນ ແລະ ສືບຕໍ່ໄດ້ຮັບຄວາມສົນໃຈຈາກບັນດາປະເທດນອກພາກພື້ນ, ເຊິ່ງເຫັນໄດ້ຈາກການສະເໜີເຂົ້າເປັນພາຄີຂອງສົນ ທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (ທີເອຊີ), ການສະໝັກເປັນປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມມືໃນລະດັບຕ່າງໆຂອງບັນດາປະເທດນອກພາກພື້ນ ທີ່ມີແນວໂນ້ມເພີ່ມຂຶ້ນ. ບົນຈິດໃຈນີ້, ທ່ານນາຍົກລັດຖະມົນຕີີ ພັນຄຳ ວິພາວັນ ໄດ້ເນັ້ນໃຫ້ອາຊຽນ ເຊີດຊູຄັນທຸງຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ເພື່ອເຮັດໃຫ້ອາຊຽນເປັນປະຊາຄົມທີ່ເຂັ້ມແຂງ, ຍືນຍົງ ແລະ ເປັນສ່ວນໜຶ່ງທີ່ສຳຄັນຂອງການສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາຂອງໂລກ.

ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 39 ນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ລວມທັງບັນຫາການກໍ່ການຮ້າຍ, ໄພພິບັດທາງທໍາມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ສືບຕໍ່ນໍາພາ ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບຄູ່ເຈລະຈາ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 22, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 24 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 9.

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 - lattana banner 1 - ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 - lattana banner - ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 -    AD conten website - ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39
error: Alert: ເນື້ອຫາຂ່າວມີລິຂະສິດ !!