ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້

ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້ - im 423041 - ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້
ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້ - Untitled design 1 - ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້

ວັນທີ 26 ຕຸລາ 2021: ທາງການອາເມລິກາກຽມປະກາດໃຊ້ມາດຕະການໃໝ່ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ຫລັງຈາກອາເມລິກາຍົກເລີກຂໍ້ຈຳກັດການເດີນທາງບາງປະການເປັນຄັ້ງທຳອິດ ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດມາເກືອບ 1 ປີ 10 ເດືອນ ໂດຍຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 8 ພະຈິກນີ້.

ໂດຍອາເມລິກາຈະເລີ່ມອະນຸຍາດໃຫ້ນັກເດີນທາງເຊິ່ງສ່ວນຫລາຍເກືອບທັງໝົດເຂົ້າຮັບວັກຊີນຕ້ານໂຄວິດແລ້ວ ສາມາດເດີນທາງເຂົ້າປະເທດໄດ້ ເຊິ່ງແຕ່ລະສາຍການບິນຈະຕ້ອງມີການຄັດກອງ ແລະ ກວດສອບສະຖານະການເຂົ້າຮັບວັກຊີນຂອງຜູ້ໂດຍສານກ່ອນຈະເດີນທາງມາອາເມລິກາຢ່າງເຂັ້ມງວດ.

ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້ - Visit Laos Visit SALANA BOUTIQUE HOTEL - ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້

ມາດຕະການຫ້າມ ແລະ ຂໍ້ຈຳກັດໃນການເດີນທາງເຂົ້າອາເມລິກາ ປະກາດໃຊ້ມາແຕ່ສະໄໝອະດີດປະທານາທິບໍດີ ໂດນັລ ທຣຳ ກ່ອນຈະຂະຫຍາຍໄລຍະເວລາການປະກາດໃຊ້ອອກໄປໃນຊ່ວງທີ່ປະທານາທິບໍດີ ໂຈ ໄບເດນ ເຂົ້າມາຮັບຕຳແໜ່ງຕໍ່ ໂດຍນັກເດີນທາງສ່ວນຫລາຍທີ່ຖືກຫ້າມມາຈາກບຣາຊິວ, ຈີນ, ອາຟຣິກາໃຕ້, ອັງກິດ, ປະເທດໃນເຊງເກັ້ນ 26 ປະເທດ ລວມທັງໄອຣ໌ແລນ, ອິນເດຍ​ ແລະ ອີຣານ.

ຄຳຖະແຫລງຂອງ ໄບເດນ ລະບຸວ່າ: “ນີ້ຄືບັນຫາກ່ຽວກັບຜົນປະໂຫຍດຂອງອາເມລິກາທີ່ຈະພະຍາຍາມຍົກເລີກຂໍ້ຈຳກັດທາງດ້ານການເດີນທາງໄປເທື່ອລະປະເທດທີ່ເຄີຍປະກາດໃຊ້ໄປກ່ອນໜ້ານີ້ລະຫວ່າງທີ່ມີການແຜ່ລະບາດຂອງໂຄວິດ ແລະ ເພື່ອປັບໃຊ້ນະໂຍບາຍການເດີນທາງທາງອາກາດທີ່ອາໄສການສັກວັກຊີນເປັນຫລັກ ເພື່ອພິຈາລະນາ ແລະ ຄັດກອງໃຫ້ການເດີນທາງເຂົ້າມາອາເມລິກາເປັນໄປຢ່າງປອດໄພ”.

ໂດຍແຕ່ລະສາຍການບິນຕ້ອງຢືນຢັນວ່າຫລັກຖານທີ່ຜູ້ໂດຍສານສະແດງເປັນຫລັກຖານແທ້ທີ່ຮັບຮອງຈາກໜ່ວຍງານທີ່ກ່ຽວຂ້ອງ ແລະ ຄວນຈະຕ້ອງເຂົ້າຮັບວັກຊີນມາແລ້ວຢ່າງໜ້ອຍ 2 ອາທິດກ່ອນເດີນທາງ ໂດຍຍິ່ງຖ້າເປັນວັກຊີນທີ່ໄດ້ຮັບຮອງຈາກທາງການອາເມລິກາຈະມີໂອກາດໄດ້ຮັບການອະນຸມັດໃຫ້ເດີນທາງເຂົ້າປະເທດໄດ້.

ຂະນະທີ່ຜູ້ທີ່ຍັງບໍ່ໄດ້ເຂົ້າຮັບການສັກວັກຊີນ ລວມທັງຜູ້ທີ່ເປັນພົນລະເມືອງອາເມລິກາຈະຕ້ອງສະແດງຜົນການກວດທີ່ຢືນຢັນບໍ່ພົບການຕິດເຊື້ອໂຄວິດພາຍໃນ 24 ຊົ່ວໂມງກ່ອນອອກເດີນທາງ, ສ່ວນເດັກທີ່ມີອາຍຸຕໍ່າກວ່າ 18 ປີ ຈະໄດ້ຮັບການຍົກເວັ້ນເງື່ອນໄຂກ່ຽວກັບການເຂົ້າຮັບວັກຊີນ, ແຕ່ຍັງຈຳເປັນຕ້ອງສະແດງຜົນກວດຫາເຊື້ອທີ່ຢືນຢັນວ່າບໍ່ພົບການຕິດເຊື້ອພາຍໃນ 3 ວັນກ່ອນອອກເດີນທາງ.

ອ້າງອີງ:

ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້ - lattana banner 1 - ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້
ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້ -    AD conten website - ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້
ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້ - lattana banner - ອາເມລິກາກຽມປະກາດໃຊ້ມາດຕະການໃໝ່ ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າປະເທດ ມີຜົນບັງຄັບໃຊ້ 8 ພະຈິກນີ້
error: Alert: ເນື້ອຫາຂ່າວມີລິຂະສິດ !!