ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ

ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ - 64b380c1 city 18085 169df1bda8a - ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ
ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ - Untitled design 1 - ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ

ທ່ານ ດຣ ນາງບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານໃນວັນທີ 28 ຕຸລາ 2021 ນີ້ວ່າ: ສະພາບການລະບາດໃນ ສປປ ລາວ ຍັງຄົງໜ້າເປັນຫ່ວງ ໂດຍສະເພາະ ການລະບາດພາຍໃນຢູ່ນະຄອນຫລວງວຽງຈັນ ທີ່ຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ ຢູ່ໃນຫລາຍບ້ານ, ຫລາຍເມືອງ ແລະ ຫລາຍອາຊີບ, ເຊິ່ງເຫັນໄດ້ຈາກມີລາຍງານຕົວເລກຜູ້ຕິດເຊື້ອຫລາຍຮ້ອຍຄົນພາຍໃນມື້ດຽວ. ນອກນັ້ນ ແຂວງທີ່ບໍ່ມີລາຍງານຕົວເລກຜູ້ຕິດເຊື້ອມາດົນ ເຊັ່ນແຂວງຜົ້ງສາລີ ມື້ນີ້ກໍພົບວ່າ ມີລາຍງານຜູ້ຕິດເຊື້ອພາຍໃນແລ້ວ ເຊິ່ງຜູ້ກ່ຽວກໍແມ່ນມີປະຫວັດເດີນທາງມາຈາກນະຄອນຫລວງວຽງຈັນ.

ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ - 245089 300x200 - ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ

ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ

ຄຽງຄູ່ກັບການຕິດເຊື້ອພາຍໃນຊຸມຊົນທີ່ເພີ່ມຂຶ້ນໃນແຕ່ລະວັນ ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ກໍເພີ່ມຂຶ້ນສູງແບບກ້າວກະໂດດ ເຊັ່ນດຽວກັນ ເຫັນໄດ້ຈາກໃນຕົ້ນເດືອນຕຸລາ ມີຈຳນວນຜູ້ເສຍຊີວິດສະສົມ ຈາກພະຍາດດັ່ງກ່າວ 20 ຄົນ ມາຮອດວັນທີ 28 ຕຸລາ ຈຳນວນຜູ້ເສຍຊີວິດສະສົມ ແມ່ນ 59 ຄົນ. ສາຍເຫດທີ່ຄົນເຈັບຕິດເຊື້ອ ແລ້ວກ້າວສູ່ຂັ້ນວິກິດ ແລະ ເສຍຊີວິດ ສວ່ນໜຶ່ງ ກໍແມ່ນມີພະຍາດປະຈໍາຕົວ, ເປັນກຸ່ມຜູ້ສູງອາຍຸ ທີ່ສວ່ນໃຫຍ່ບໍ່ໄດ້ຮັບການສັກວັກຊີນ ແລະ ບາງຄົນຕິດເຊື້ອມາໄດ້ໄລຍະໜຶ່ງແລ້ວ ຈຶ່ງເຂົ້າມາປິ່ນປົວ. ການມາປິ່ນປົວທີ່ໂຮງໝໍຊ້າ ສົ່ງຜົນໃຫ້ອາການຜູ້ກ່ຽວພັດທະນາສູ່ຂັ້ນວິກິດຢ່າງໄວວາຈົນເຖິງຂັ້ນເສຍຊີວິດໄດ້.

ສະນັ້ນຖ້າມີຄົນຕິດເຊື້ອໃນຊຸມຊົນຫລາຍ ແລະ ລາມເປັນວົງກວ້າງໃນຫລາຍບ້ານ ຈະເປັນຄວາມສ່ຽງແກ່ຜູ້ທີ່ມີພະຍາດປະຈໍາຕົວ ແລະ ຜູ້ສູງອາຍຸທີ່ສຸດ. ດັ່ງນັ້ນ, ຫາກທ່ານນອນຢູ່ໃນກຸ່ມສ່ຽງ ຫລື ມີອາການ ຄວນຮີບຮ້ອນພົບແພດ ເພື່ອເກັບຕົວຢ່າງກວດ ເພື່ອສະກັດກັ້ນບໍ່ໃຫ້ອາການເຂົ້າຂັ້ນວິກິດ. ພ້ອມນີ້ກໍຂໍຮຽກຮ້ອງໃຫ້ທຸກຄອບຄົວ ທີ່ມີຜູ້ສູງອາຍຸ ຫລື ມີພະຍາດປະຈໍາຕົວ ພ້ອມໃຈກັນໄປສັກຢາວັກຊິນໃຫ້ຄົບ. ສໍາລັບບ້ານທີ່ຢູ່ຫ່າງໄກ ບໍ່ສາມາດເຂົ້າມາຮັບບໍລິການທີ່ຈຸດສັກຢາ ທາງພາກລັດເຮົາ ກໍາລັງມີແຜນ ສ້າງໜ່ວຍສັກຢາເຄື່ອນທີ່ ເພື່ອຮັບປະກັນໃຫ້ກຸ່ມເປົ້າໝາຍໄດ້ສັກວັກຊີນຢ່າງທົ່ວເຖິງ.

 

ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ -    AD conten website - ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ
ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ - lattana banner 1 - ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ
ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ - lattana banner - ສປປ ລາວ ຍັງໜ້າເປັນຫ່ວງ!! ມີຜູ້ເສຍຊີວິດ ແລະ ຕິດເຊື້ອໂຄວິດ-19 ນັບມື້ເພີ່ມຂຶ້ນ
error: Alert: ເນື້ອຫາຂ່າວມີລິຂະສິດ !!