Merck ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ຜະລິດ “ໂມລນູພິຣາເວຍ” ຢາຕ້ານໂຄວິດຊະນິດເມັດໄດ້

ວັນທີ 27 ຕຸລາ 2021: ບໍລິສັດດ້ານການຢາຍັກໃຫຍ່ສັນຊາດອາເມລິກາ Merck & Co. ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ສາມາດຜະລິດຢາຕ້ານໂຄວິດຊະນິດເມັດ “ໂມລນູພິຣາເວຍ” (Molnupiravir) ໄດ້ ເພື່ອຊ່ວຍເປີດໂອກາດໃຫ້ພົນລະເມືອງໂລກ ໂດຍສະເພາະໃນກຸ່ມປະເທດກຳລັງພັດທະນາ ສາມາດເຂົ້າເຖິງຢາດັ່ງກ່າວໄດ້ຫລາຍຂຶ້ນ.
ໂດຍອົງການສິດທິບັດຢາ (Medicines Patent Pool: MPP) ພາຍໃຕ້ການສະໜັບສະໜູນຂອງອົງການສະຫະປະຊາຊາດ ເປີດເຜີຍວ່າ: ໄດ້ມີການບັນລຸຂໍ້ຕົກລົງລະຫວ່າງ Merck ແລະ Ridgeback Biotherapeutics ໂດຍທັງສອງຈະອະນຸຍາດໃຫ້ບໍລິສັດຢາທີ່ມີມາດຕະຖານສາມາດຜະລິດຢາໂມລນູພິຣາເວຍໄດ້ ເຊິ່ງຈະເປັນປະໂຫຍດຫລາຍໃນ 105 ກວ່າປະເທດ ທີ່ມີລາຍໄດ້ໜ້ອຍເຖິງປານກາງ ເພື່ອຊ່ວຍຮັບມືສະຖານະການການແຜ່ລະບາດໃນແຕ່ລະປະເທດ.
ເບື້ອງຕົ້ນ ໂມລນູພິຣາເວຍຍັງຢູ່ໃນຊ່ວງຂະບວນການລໍຖ້າພິຈາລະນາເພື່ອຂໍອະນຸຍາດໃຊ້ຢາຈາກຄະນະກຳມະການອາຫານ ແລະ ຢາອາເມລິກາ ຖ້າໄດ້ຮັບການຮັບຮອງ ນີ້ຈະເປັນຢາທີ່ໃຊ້ປິ່ນປົວອາການທີ່ກ່ຽວຂ້ອງກັບໂຄວິດຊະນິດທຳອິດທີ່ເປັນຊະນິດເມັດ ເພາະຜ່ານມາຢາທີ່ໃຊ້ປິ່ນປົວໂຄວິດທີ່ ອຢ ອາເມລິກາ ຮັບຮອງມາໃນຮູບແບບຂອງການສັກທັງໝົດ.
ອ້າງອີງ:
- https://www.npr.org/sections/coronavirus-live-updates/2021/10/27/1049587575/merck-covid-pill-countries
- https://www.nytimes.com/2021/10/27/health/covid-pill-access-molnupiravir.html
- https://www.reuters.com/business/healthcare-pharmaceuticals/merck-signs-pact-broaden-generic-manufacturing-covid-19-pill-2021-10-27/