ບໍ່ຕ້ອງຕົກໃຈ ພຽງແຕ່ປ່ຽນຊື່ບໍລິສັດຈາກ ‘Facebook’ ເປັນ ‘Meta’

ພາຍຫລັງທີ່ມີກະແສ ກ່ຽວກັບການປ່ຽນຊື່ກ່ຽວກັບເຟສບຸກ ເຮັດໃຫ້ຫລາຍຄົນຕົກໃຈ ແຕ່ ບໍ່ຕ້ອງຕົກໃຈຂະໜາດນັ້ນ ເຊິ່ງຫລ້າສູດ Mark Zuckerberg ເຈົ້າຂອງບໍລິສັດໄດ້ອອກມາປະກາດຊື່ບໍລິສັດຈາກ ‘Facebook’ ເປັນ ‘Meta’ ເຊິ່ງຈະມີຜົນໃນວັນທີ 29 ຕຸລາ 2021 ນີ້ ແຕ່ຜະລິດຕະພັນຕ່າງໆທີ່ເປັນສື່ສັງຄົມອອນລາຍໃນບໍລິສັດ ຍັງໃຊ້ຊື່ເກົ່າ.
ກ່ອນໜ້ານີ້ ຫຼາຍຄົນຄົງຈະເຄີຍໄດ້ຍິນເລື່ອງການປ່ຽນຊື່, ປ່ຽນໜ້າຕາ ແລະ ການປ່ຽນຊື່ຂອງ Facebook. ຫຼ້າສຸດແມ່ນ Mark Zuckerberg ໄດ້ມີການປະກາດຢ່າງເປັນທາງການວ່າ ຊື່ໃຫມ່ຂອງບໍລິສັດແມ່ຄື (Meta) ເພື່ອເປັນການສື່ເຖິງພາບລັກຂອງບໍລິສັດ ແລະ ເພື່ອຮອງຮັບບໍລິການໃໝ່ໆໃນອະນາຄົດທີ່ຈະເຮັດໃຫ້ທຸກຄົນກ້າວໄປສູ່ໃບໂລກໃຫມ່, ໂລກສະເໝືອນຈິງ ແລະ ມ່ວນໄປກັບມັນ. ຈາກນີ້ບໍລິສັດຈະໃຫ້ຄວາມສຳຄັນ metaverse ເປັນອັນດັບທໍາອິດ.
ສໍາລັບພາລະບົດບາດນີ້ແມ່ນເພື່ອເລັ່ງການພັດທະນາເຕັກໂນໂລຢີພື້ນຖານ, ແພລດຟອມສັງຄົມອອນລາຍ ແລະ ເຄື່ອງມືສ້າງສັນເພື່ອເຮັດໃຫ້ Metaverse ມີຊີວິດ ແລະ ຈະປະສົມປະສານກັບເຕັກໂນໂລຢີເຫຼົ່ານີ້ຜ່ານແອັບສື່ສັງຄົມອອນລາຍ ໂດຍເຊື່ອວ່າ Metaverse ຈະສາມາດເປີດປະສົບການທາງສັງຄົມທີ່ດີກວ່າສິ່ງທີ່ມີຢູ່ໃນປະຈຸບັນ ເພາະພາຍໃຕ້ບໍລິສັດມີບໍລິການອື່ນໆນອກເຫນືອຈາກເຟສບຸກ.
ການປ່ຽນແປງ ເປັນພຽງແຕ່ຈະປ່ຽນຊື່ຂອງບໍລິສັດແມ່ເທົ່ານັ້ນ. ແຕ່ແອັບ ຫຼື ຜະລິດຕະພັນທີ່ເປັນສື່ສັງຄົມອອນລາຍໃນເຄື່ອບໍລິສັດ ຈະໃຊ້ຊື່ເດີມເຊັ່ນ: Instagram, Facebook, WhatsApp ແລະ ອື່ນໆ ຍັງໃຊ້ຊື່ເດີມ.