ສະຫຼຸບຕີລາຄາການກໍ່ສ້າງພັກປອດໃສເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021

ໃນວັນທີ 29 ຕຸລາ 2021, ທີ່ຫ້ອງປະຊຸມຊັ້ນ 4 ກະຊວງການເງິນ, ໄດ້ມີກອງປະຊຸມປຶກສາຫາລືວຽກງານສະຫຼຸບຕີລາຄາການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021, ໂດຍການເປັນປະທານຂອງສະຫາຍ ສົມບູນ ອິນທະປັດຖາ ຄະນະປະຈຳພັກ ກະຊວງການເງິນ, ຫົວໜ້າຫ້ອງການກະຊວງການເງິນ, ມີບັນດາສະຫາຍກຳມະການພັກກະຊວງ, ກຳມະການຄະນະພັກຮາກຖານເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດ ດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກ, ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກຮັບປະກັນຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໃນກອງປະຊຸມ, ສະຫາຍ ອຸບັນ ສຸພິດາ ຮອງປະທານກວດກາພັກກະຊວງການເງິນ, ຫົວໜ້າກົມກວດກາ ກະຊວງການເງິນ, ໄດ້ສະເໜີຜ່ານເອກະສານມະຕິຕົກລົງຂອງຄະນະບໍຫານງານພັກກະຊວງການເງິນ ສະບັບເລກທີ 125/ຄບພ, ລົງວັນທີ 18 ຕຸລາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ຄະນະກໍາມະການລົງຕິດຕາມ, ກວດກາ, ເຂົ້າຮ່ວມ ແລະ ສະຫຼຸບຕີລາຄາຄືນແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຜ່ານເອກະສານຄຳສັ່ງ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສະເໜີຜ່ານເອກະສານຄຳແນະນຳ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ຂະນະດຽວກັນນັ້ນ, ສະຫາຍ ພູພັດ ໄຊທິບ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ສະເໜີບາງເນື້ອໃນ, ວິທີສ້າງ ແລະ ວິທີສະຫຼຸບຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຊຶ່ງໄດ້ກຳນົດມີ 3 ວິທີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ,ຄືດັ່ງນີ້: ການສ້າງແຜນການ (ມີ 3 ຂັ້ນຕອນ); ການຈັດຕັ້ງປະຕິບັດແຜນການ (ມີ 1 ຂັ້ນຕອນ) ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນການ (ມີ 2 ຂັ້ນຕອນ).
ໂອກາດນີ້,ສະຫາຍ ສົມບູນ ອິນທະປັດຖາ ໄດ້ໃຫ້ທິດຊີ້ນຳ ແລະ ໃຫ້ຄະນະພັກຮາກຖານຄະນະໜ່ວຍພັກ, ສະມາຊິກພັກຕ້ອງໄດ້ສຶກສາຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງທົ່ວເຖິງຄົບຖ້ວນ ແລະ ປຶກສາຫາລືນຳຄະນະຊີ້ນຳລວມເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິງກ່ອນທີ່ຈະນຳໄປປະຕິບັດຕົວຈຶ່ງ.