ກຳປູເຈຍອອກມາດຕະການຊ່ວຍເຫລືອໂຄວິດ ຂະຫຍາຍເວລາງົດເກັບພາສີຂະແໜງທຸລະກິດ ໃຫ້ເງິນຊ່ວຍເຫລືອແຮງງານທີ່ໄດ້ຮັບຜົນກະທົບ

ກຳປູເຈຍອອກມາດຕະການຊ່ວຍເຫລືອຜົນກະທົບຈາກໂຄວິດ-19 ຂະຫຍາຍເວລາຊ່ວຍທຸລະກິດສາຍການບິນ, ທ່ອງທ່ຽວ, ຮ້ານອາຫານ ລວມທັງແຮງງານໃນທຸລະກິດຕັດຫຍິບເສື້ອຜ້າ, ເກີບ ແລະ ພາກຄົວເຮືອນທີ່ໄດ້ຮັບຜົນກະທົບ.
ວັນທີ 29 ຕຸລາ 2021, ສຳນັກຂ່າວຊິນຮົວລາຍງານວ່າ: ລັດຖະບານກຳປູເຈຍປະກາດມາດຕະການບັນເທົາທຸກຮອບທີ 10 ເພື່ອສະໜັບສະໜູນຫລາຍຂະແໜງທຸລະກິດທີ່ຍັງໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເຊິ່ງຄວບຄຸມທຸລະກິດຕັດຫຍິບເສື້ອຜ້າ, ສາຍການບິນ ແລະ ການທ່ອງທ່ຽວ ລວມທັງໂຮງແຮມ ແລະ ຮ້ານອາຫານ.
ຖະແຫລງການຈາກລັດຖະບານລະບຸວ່າ: “ມາດຕະການບັນເທົາທຸກຮອບທີ 10 ມີຈຸດປະສົງຫລຸດຜ່ອນຜົນກະທົບຈາກວິກິດພະຍາດໂຄວິດ-19 ທີ່ມີຕໍ່ສັງຄົມ ແລະ ເສດຖະກິດ ຕະຫລອດຈົນສະໜັບສະໜູນ ແລະ ຟື້ນຟູທຸລະກິດໃນການຟື້ນຕົວຂອງກິດຈະກຳທາງສັງຄົມ ແລະ ເສດຖະກິດແບບຄ່ອຍເປັນຄ່ອຍໄປໃນຍຸກຄວາມປົກກະຕິໃໝ່”.
ດ້ວຍເຫດນີ້, ລັດຖະບານຕັດສິນໃຈຂະຫຍາຍມາດຕະການງົດເກັບພາສີຊົ່ວຄາວສຳລັບບໍລິສັດສາຍການບິນ ແລະ ທຸລະກິດດ້ານການທ່ອງທ່ຽວຕໍ່ອີກ 3 ເດືອນ ນັບແຕ່ເດືອນຕຸລາເຖິງເດືອນທັນວາ 2021 ເພື່ອຊ່ວຍບັນດາຜູ້ປະກອບການຢູ່ລອດ ແລະ ກະຕຸ້ນການເຕີບໃຫຍ່ທາງເສດຖະກິດ. ອີກທັງຈະມອບເງິນໃຫ້ເກືອບ 700.000 ຄອບຄົວທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຕໍ່ອີກ 3 ເດືອນເຊັ່ນດຽວກັນ.
ນອກຈາກນີ້, ແຮງງານທີ່ວ່າງວຽກໃນທຸລະກິດຕັດຫຍິບເສື້ອຜ້າ, ເກີບ ແລະ ສິນຄ້າສຳລັບເດີນທາງ ຈະໄດ້ຮັບເງິນຈາກລັດຖະບານ 40 ໂດລາສະຫະລັດ ແລະ ຈາກໂຮງງານທີ່ຖືກປິດອີກ 30 ໂດລາສະຫະລັດຕໍ່ເດືອນໃນໄລຍະ 3 ເດືອນຕໍ່ໜ້າ. ຂະນະທີ່ຜູ້ວ່າງວຽກໃນຂະແໜງທ່ອງທ່ຽວຈະໄດ້ຮັບເງິນຈາກລັດຖະບານ 40 ໂດລາສະຫະລັດຕໍ່ເດືອນໃນໄລຍະດຽວກັນ.
ທັງນີ້, ໃນວັນທີ 28 ຕຸລາຜ່ານມາ, ກະຊວງສາທາລະນະສຸກກຳປູເຈຍລາຍງານ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 109 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມໃນປະເທດມີ 118.220 ຄົນ ແລະ ຜູູ້ເສຍຊີວິດເພີ່ມອີກ 8 ຄົນ ດັນຍອດລວມຜູ້ເສຍຊີວິດມີ 2.766 ຄົນ. ຂະນະທີ່ຜູ້ຫາຍດີເພີ່ມຂຶ້ນ 272 ຄົນ ສົ່ງຜົນໃຫ້ມີຜູ້ຕິດເຊື້ອທີ່ປິ່ນປົວຈົນຫາຍດີແລ້ວທັງໝົດ 114.063 ຄົນ.
ອ້າງອີງ: