ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ

ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ - ak jw 1612 - ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ
ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ - Untitled design 1 - ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ

ປະທານາທິບໍດີອິນໂດເນເຊຍ ໂຈໂກ້ ວິໂດໂດ ຮຽກຮ້ອງໃຫ້ປະເທດຮັ່ງມີກະຈາຍວັກຊີນເຂົ້າສູ່ປະເທດກຳລັງພັດທະນາຫລາຍກວ່ານີ້ ໜຶ່ງໃນນັ້ນຄືອະນຸຍາດໃຫ້ສ້າງຕັ້ງໂຮງງານໃນປະເທດກຳລັງພັດທະນາຫລາຍຂຶ້ນ ເພື່ອຫລຸດຕົ້ນທຶນການສັ່ງຊື້ຈາກປະເທດຕົ້ນທາງ.

ວັນທີ 29 ຕຸລາ 2021, ສຳນັກຂ່າວບີບີີຊີລາຍງານການສຳພາດທ່ານ ໂຈໂກ້ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ເນື້ອໃນຫລັກສະແດງຄວາມຄິດເຫັນກ່ຽວກັບສະຖານະການຂາດເຂີນວັກຊີນໃນອິນໂດເນເຊຍ, ຂະນະທີ່ອັດຕາການຕິດເຊື້ອເພີ່ມສູງຂຶ້ນ ໂດຍຊີ້ໃສ່ປະເທດໂລກທີ 1 ເຊິ່ງກ່າວວ່າບໍ່ຄວນມີພຽງປະເທດສ່ວນໜ້ອຍທີ່ໄດ້ຮັບວັກຊີນກັນຖ້ວນໜ້າ, ຂະນະທີ່ປະເທດອື່ນໆໄດ້ຮັບແບ່ງປັນວັກຊີນພຽງເລັກໜ້ອຍ.

ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ

ອິນໂດເນເຊຍເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດລະຫວ່າງສະຖານະການໂຄວິດ-19 ຜ່ານມາຕະຫລອດ 2 ປີ ກໍລະນີຜູ້ຕິດເຊື້ອເພີ່ມສູງເຖິງ 50.000 ຄົນຕໍ່ວັນ ແຕ່ຕົວເລກຈິງອາດສູງກວ່ານີ້ອີກ ຜູ້ເສຍຊີວິດຫລາຍກວ່າ 150.000 ຄົນ.

ກ່ອນໜ້ານີ້, ລັດຖະບານ ໂຈໂກ້ ວິໂດໂດ ລະເລີຍການໃຫ້ຄວາມສຳຄັນຕໍ່ໂຄວິດ-19 ໃນໄລຍະທຳອິດ. ລັດຖະມົນຕີກະຊວງສາທາລະນະສຸກເຄີຍກ່າວວ່າ: ໃຫ້ຊ່ວຍກັນສູດມົນວິງວອນແລ້ວໂຄວິດ-19 ຈະຫາຍໄປໄດ້. ຂະນະທີ່ປະທານາທິບໍດີຍອມຮັບແລ້ວໃນຄວາມຜິດພາດທີ່ເກີດຂຶ້ນ ໂດຍທ່ານ ໂຈໂກ້ ຊີ້ເຖິງບັນຫາຂອງອິນໂດເນເຊຍທີ່ມີລະບົບສາທາລະນູປະໂພກດ້ານການແພດບໍ່ພຽງພໍ.

ອິນໂດເນເຊຍຕັດສິນໃຈສັ່ງຊື້ວັກຊີນຊີໂນແວກໃຫ້ບຸກຄະລາກອນທາງການແພດທົ່ວປະເທດໃຊ້, ຕໍ່ມາຈຶ່ງປ່ຽນເປັນການສັກແບບປະສົມ ເພື່ອໃຫ້ສາມາດຈັດການຈຳນວນວັກຊີນໄດ້ດີຂຶ້ນ, ແຕ່ຍັງຄາບັນຫາເລື່ອງການຈັດສົ່ງວັກຊີນມາຈາກຕ່າງປະເທດຍັງຊັກຊ້າ ເປັນໜຶ່ງໃນສາເຫດທີ່ເຮັດໃຫ້ປະທານາທິບໍດີ ໂຈໂກ້ ຮຽກຮ້ອງເຖິງປະເທດພັດທະນາແລ້ວໃຫ້ເສີມສ້າງຄວາມເທົ່າທຽມໃນການເຂົ້າເຖິງວັກຊີນຂອງປະເທດຕ່າງໆ ໂດຍລະບຸວ່າ: “ທຸກຄົນພະຍາຍາມ ແຕ່ໃນຄວາມຮູ້ສຶກຂອງຂ້າພະເຈົ້າແລ້ວນັ້ນຍັງບໍ່ພໍ ໃນເວລາວິກິດ ປະເທດທີ່ຈະເລີນແລ້ວຕ້ອງກະທຳການຕ່າງໆ ເພື່ອຊ່ວຍເຫລືອປະເທດທຸກຍາກໃຫ້ເຂົ້າເຖິງວັກຊີນໃຫ້ໄດ້ ສະຖານະການໂຄວິດ-19 ຈຶ່ງຈະດີຂຶ້ນ” ໂດຍຄາດວ່າກຽມການຈະນຳເລື່ອງນີ້ໄປກ່າວຕໍ່ຜູ້ນຳນາໆຊາດທີ່ກຳລັງຈະພົບກັນໃນກອງປະຊຸມ G20 ທີ່ກຳລັງຈະເກີດຂຶ້ນ.

ກ່ອນໜ້ານີ້, ບີບີຊີເຄີຍລາຍງານກໍລະນີມີເອກະສານຫລຸດ ຊີ້ວ່າປະເທດຮັ່ງມີພະຍາຍາມຢ່າງຍິ່ງໃນການກົດກຳລັງການຜະລິດຂອງປະເທດໂລກທີ 3 ໃນການຜະລິດວັກຊີນເອົາໄວ້ ໂດຍອ້າງເຫດຜົນເລື່ອງຄວາມປອດໄພຂອງຜູ້ໃຊ້.

ອ້າງອີງ:

https://www.bbc.com/news/world-asia-59073105

ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ - lattana banner 1 - ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ
ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ -    AD conten website - ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ
ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ - lattana banner - ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ
error: Alert: ເນື້ອຫາຂ່າວມີລິຂະສິດ !!